ຮັດແໜ້ນການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ

00:00 | 07/12/2023

ຮັດແໜ້ນການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ

ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ
ກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເພີ່ມທະວີການຮ່ວມມືມິດຕະພາບ ກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເພີ່ມທະວີການຮ່ວມມືມິດຕະພາບ

ວັນທີ 6 ທັນວາ, ຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍສະຫາຍພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ໄປສຳນັກງານກະຊວງປ້ອງກັນຄວາມສະຫງົບລາວ ຢູ່ນະຄອນຫຼວງວຽງຈັນ ເພື່ອເຂົ້າຢ້ຽມຂໍ່ານັບສະຫາຍພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະພົບປະກັບສະຫາຍພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

ຮັດແໜ້ນການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ

ສະຫາຍພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບສະຫາຍພົນໂທເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ. ພາບ:congan.danang.gov.vn/

ທີ່ການຕ້ອນຮັບສະຫາຍຮອງລັດຖະມົນຕີ ເລືອງຕາມກວາງ ມາຢ້ຽມຢາມ ແລະເຮັດວຽກກັບກະຊວງປ້ອງກັນຄວາມສະຫງົບລາວ, ສະຫາຍລັດຖະມົນຕີ ວິໄລ ຫຼ້າຄຳຟອງ ໄດ້ຮັບຮູ້ ແລະຕີລາຄາສູງໝາກຜົນການຮ່ວມມືອັນດີງາມລະຫວ່າງສອງກະຊວງໃນໄລຍະຜ່ານມາບົນພື້ນຖານແຜນການຮ່ວມມືລະຫວ່າງສອງກະຊວງ. ໃນສະພາບທີ່ ລາວ ຈະດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2024, ສະຫາຍ ວິໄລ ຫຼ້າຄຳຟອງ ສະເໜີໃຫ້ກະຊວງຕຳຫຼວດຫວຽດນາມ ສືບຕໍ່ໜູນຊ່ວຍລາວ ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ການເຄື່ອນໄຫວ, ເຫດການການເມືອງທີ່ຈະຈັດຕັ້ງຢູ່ລາວ.

ທ່ານໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍ ວິໄລ ຫຼ້າຄຳຟອງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ພ້ອມທັງລາຍງານຕໍ່ສະຫາຍ ວິໄລ ຫຼ້າຄຳຟອງ ກ່ຽວກັບໝາກຜົນການພົບປະກັບສະຫາຍຮອງລັດຖະມົນຕີ ກົງທອງ ພົງວິຈິດ, ສະຫາຍຮອງລັດຖະມົນຕີ ເລືອງຕາມກວາງ ຢັ້ງຢືນວ່າ ຈະເອົາໃຈໃສ່, ຊີ້ນຳບັນດາກົມກອງທີ່ກ່ຽວຂ້ອງຂອງກະຊວງຕຳຫຼວດຫວຽດນາມ ຜັນຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ.

ກ່ອນໜ້ານີ້, ທີ່ການພົບປະລະຫວ່າງຮອງລັດຖະມົນຕີສອງສະຫາຍ, ສະຫາຍຮອງລັດຖະມົນຕີ ກົງທອງ ພົງວິຈິດ ໄດ້ແລກປ່ຽນໂດຍຫຍໍ້ກ່ຽວກັບການປະຕິບັດໝາກຜົນຂອງກອງປະຊຸມການຮ່ວມມືປ້ອງກັນຄວາມສະຫງົບ ຄັ້ງທີ 13 ລະຫວ່າງສອງກະຊວງຜ່ານມາ; ໃນນັ້ນໄດ້ສຸມໃສ່ການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງການຝຶກອົບຮົມໄລຍະສັ້ນກ່ຽວກັບວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສົມທົບກັນເກັບກຳການເຄື່ອນໄຫວຂອງບັນດາອິດທິກໍາລັງເປັນປໍລະປັກທຳລາຍການພົວພັນສອງປະເທດ.

ຮັດແໜ້ນການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ

ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: congan.danang.gov.vn/

ກ່ຽວກັບການໜູນຊ່ວຍວຽກງານຮັກສາຄວາມສະຫງົບໃຫ້ແກ່ການເຄື່ອນໄຫວໃນປີເປັນປະທານອາຊຽນ 2024 ຂອງລາວ, ສະຫາຍຮອງລັດຖະມົນຕີ ກົງທອງ ພົງວິຈິດ ສະເໜີໃຫ້ກະຊວງຕຳຫຼວດຫວຽດນາມ ສົ່ງນັກຊ່ຽວຊານໄປກໍ່ສ້າງ, ຝຶກອົບຮົມເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງເຫດການການເມືອງສຳຄັນຂອງລາວ ໃນປີ 2024.

ສະຫາຍຮອງລັດຖະມົນຕີ ເລືອງຕາມກວາງ ຢັ້ງຢືນວ່າ ກະຊວງຕຳຫຼວດຫວຽດນາມ ຈະໜູນຊ່ວຍຕາມເງື່ອນໄຂ, ຄວາມສາມາດຂອງຕົນເພື່ອຊ່ວຍໃຫ້ຝ່າຍ ລາວ ປະສົບຜົນສຳເລັດໃນວຽກງານຮັກສາຄວາມສະຫງົບ, ຄວາມປອດໄພໃຫ້ປີເປັນປະທານອາຊຽນ 2024.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.