ຫຼຸດເວລາເຮັດເອກກະສານ ການເຂົ້າ-ອອກເມືອງຜ່ານດ່ານຊາຍແດນຫວຽດນາມ-ລາວ

00:54 | 14/05/2019

ບັນດາກໍາລັງທີ່ກ່ຽວຂ້ອງແຂວງກວາງຈິ໋, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍວິທີການ ເພື່ອແນໃສ່ຫຼຸດເວລາເຮັດລະບຽບການ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະບັນດາພາຫະນະເຂົ້າ, ອອກເມືອງຜ່ານຊາຍແດນຫວຽດນາມ - ລາວໃນໄລຍະຕົ້ນປີ.

ຫຼຸດເວລາເຮັດເອກກະສານ ການເຂົ້າ-ອອກເມືອງຜ່ານດ່ານຊາຍແດນຫວຽດນາມ-ລາວ

ປະຊາຊົນເຮັດລະບຽບການຜ່ານດ່ານສາກົນລາວບາວ. (ພາບ: baoquangtri.vn)

ຄິດໄລ່ສະເພາະໃນຊຸມວັນຕົ້ນເດືອນ ກຸມພາ 2019; ພິເສດແມ່ນ, ຊຸມວັນຕົ້ນປີໃໝ່ປີກຸນ, ຢູ່ດ່ານສາກົນ ລາວບາວ ໄດ້ມີກວ່າ 6.100 ເທື່ອຄົນ ແລະພາຫະນະເຂົ້າ, ອອກເມືອງຜ່ານຊາຍແດນຫວຽດນາມ - ລາວ ກວ່າ 940 ເທື່ອ, ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ພິເສດ, ເລື່ອງສົມທົບກັນຢ່າງມີປະສິດທິຜົນໃນການປະຕິບັດຮູບແບບ “ໜຶ່ງປະຕູໜຶ່ງຄັ້ງຢຸດ” ຢູ່ຄູ່ດ່ານສາກົນລາວບາວ, ແຂວງກວາງຈິ໋ ແລະແດນສະຫວັນ, ແຂວງສະຫວັນນະເຂດ, ລາວ ໄດ້ປະກອບສ່ວນນຳມາເຊິ່ງປະສິດທິຜົນໃຫຍ່. ຜ່ານນັ້ນ, ສ້າງເງື່ອນໄຂສະດວກ, ວ່ອງໄວໃນການແລກປ່ຽນສິນຄ້າກໍຄືຊຸກຍູ້ການຮ່ວມມືເຄື່ອນໄຫວຂອງບັນດາອົງການຄຸ້ມຄອງດ່ານຊາຍແດນສອງຝ່າຍ. ປະຊາຊົນເມື່ອເຂົ້າ ຫຼື ອອກເມືອງພຽງແຕ່ເຮັດລະບຽບການຢູ່ດ່ານຂອງ ຫວຽດນາມ ຫຼື ລາວ ເທົ່ານັ້ນ, ບໍ່ຕ້ອງເຮັດລະບຽບການສອງຄັ້ງຄືແຕ່ກ່ອນອີກ, ດັ່ງນັ້ນຈຶ່ງຫຼຸດເວລາໄດ້ຫຼາຍ.

ດ້ວຍຄວາມມານະພະຍາຍາມຂອງບັນດາຂະແໜງການທີ່ກ່ຽວຂ້ອງແຂວງກວາງຈິ໋, ຜ່ານການນໍາໃຊ້ບັນດາພາຫະນະເຄື່ອງຈັກເຂົ້າໃນການກວດກາ, ປັດຈຸບັນ, ຄິດສະເລ່ຍໜຶ່ງຄົນພຽງແຕ່ເສຍເວລາບໍ່ທັນຮອດ 1 ນາທີກໍສາມາດເຮັດລະບຽບການຜ່ານດ່ານຊາຍແດນສຳເລັດແລ້ວ, ຫຼຸດເວລາໄດ້ແຕ່ 40 – 50 % ເມື່ອທຽບໃສ່ກັບກ່ອນນີ້.

ທ່ານພັນຕີ ໂງກວາງທວຽນ ຫົວໜ້າການເມືອງຄ້າຍປ້ອງກັນຊາຍແດນດ່ານສາກົນ ລາວບາວ ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ປະຊາຊົນເຂົ້າ, ອອກເມືອງຢ່າງສະດວກສະບາຍໃນໄລຍະກ່ອນ, ໃນ ແລະຫຼັງປີໃໝ່ປະຈໍາຊາດ, ຄ້າຍປ້ອງກັນຊາຍແດນໄດ້ເພີ່ມທະວີການຈັດວາງກໍາລັງຮັບປະກັນແກ້ໄຂລະບຽບການຢ່າງໄວວາ, ກະທັດຮັດ, ທັນການ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.