ໂຄສະນາພາບພົດຂອງ ຫວຽດນາມ ສູ່ເພື່ອນມິດ ດານມາກ ແລະ ສາກົນ

15:29 | 19/04/2026

ຍສໝ - ວັນທີ 17 ເມສາ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ດານມາກ ໄດ້ຈັດກິດຈະກຳ "ຫວຽດນາມ ໃນວັນນີ້: ບັນດາຂີດໝາຍແຫ່ງການພັດທະນາ, ວັດທະນະທຳ ແລະ ຄົນ", ເພື່ອແນໃສ່ແນະນຳ, ໂຄສະນາພາບພົດຂອງປະເທດຊາດ, ວັດທະນະທຳ ແລະ ຄົນ ຫວຽດນາມ ສູ່ເພື່ອນມິດ ດານມາກ ແລະ ສາກົນ, ພ້ອມທັງປະກາດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ດານມາກ ໃນປີ 2026.

ການເຊື່ອມຕໍ່ການຄ້າ ລະຫວ່າງ ວິສາຫະກິດທ່ອງທ່ຽວ ຫວຽດນາມ ແລະ ສາກົນ
ເຊື່ອມ​ຕໍ່ ​ແລະ ລະດົມ​ແຫຼ່ງກຳລັງ​ສາກົນ ​ເພື່ອ​ຕອບ​ສະໜອງ​ໄພ​ທຳ​ມະ​ຊາດ.

ຕາມຂໍ້ມູນຈາກ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ດານມາກ, ຜູ້ເຂົ້າຮ່ວມກິດຈະກຳມີ ທ່ານນາງ ປະທານ ແລະ ບັນດາສະມາຊິກ International Women's Club of Copenhagen, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາອົງການ, ການຈັດຕັ້ງ, ວົງການການສຶກສາ ແລະ ສື່ມວນຊົນ ດານມາກ.

ໂຄສະນາພາບພົດຂອງ ຫວຽດນາມ ສູ່ເພື່ອນມິດ ດານມາກ ແລະ ສາກົນ
ກິດຈະກຳ "ຫວຽດນາມ ໃນວັນນີ້: ບັນດາຂີດໝາຍແຫ່ງການພັດທະນາ, ວັດທະນະທຳ ແລະ ຄົນ" ໂດຍສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ດານມາກ ຈັດຕັ້ງຂຶ້ນ. (ຮູບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ດານມາກ)

ກ່າວຄຳເຫັນໄຂພິທີ, ທ່ານນາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ດານມາກ ຫງວຽນເລແທັງ ໃຫ້ຮູ້ວ່າ, ກິດຈະກຳຄັ້ງນີ້ແມ່ນໂອກາດເພື່ອເຮັດໃຫ້ ຫວຽດນາມ ໃກ້ຊິດຕິດພັນກັບເພື່ອນມິດ ດານມາກ ແລະ ສາກົນຫຼາຍຂຶ້ນ, ບໍ່ພຽງແຕ່ທາງດ້ານໄລຍະທາງພູມສາດເທົ່ານັ້ນ ແຕ່ທີ່ສຳຄັນກວ່າແມ່ນຄວາມເຂົ້າອົກເຂົ້າໃຈ ແລະ ການເຊື່ອມຕໍ່ລະຫວ່າງຄົນກັບຄົນ. ທ່ານນາງ ເອກອັກຄະລັດຖະທູດ ຢືນຢັນວ່າ ຫວຽດນາມ ແມ່ນປະເທດທີ່ມີຄວາມຫ້າວຫັນ, ສ້າງສັນ ແລະ ພວມພັດທະນາຢ່າງວ່ອງໄວ, ຍືນຍົງ. ທ່ານນາງ ໄດ້ສະແດງຄວາມມຸ່ງມາດປາດຖະໜາວ່າ ຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ການສຶກສາ ແລະ ການຮ່ວມມືຫຼາຍຂົງເຂດ, ສອງປະເທດຈະສືບຕໍ່ຮັດແໜ້ນພື້ນຖານສາຍພົວພັນມິດຕະພາບທີ່ສະໜິດແໜ້ນ, ຂະຫຍາຍ ແລະ ເຮັດໃຫ້ການຮ່ວມມືໃນຂົງເຂດຕ່າງໆເລິກເຊິ່ງກວ່າເກົ່າ, ໂດຍສະເພາະແມ່ນດ້ານການປະດິດສ້າງ, ການຫັນເປັນດິຈິຕອນ ແລະ ການພັດທະນາແບບຍືນຍົງ.

ໃນກິດຈະກຳດັ່ງກ່າວ, ນັກປະພັນ Soren Davidsen, ຮອງປະທານກຸ່ມບໍລິສັດ Davidsen-K, ຜູ້ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກຫຼາຍປີຢູ່ ຫວຽດນາມ, ໄດ້ແບ່ງປັນທັດສະນະຈາກມຸມມອງຂອງເພື່ອນມິດ ດານມາກ ກ່ຽວກັບວັດທະນະທຳ ແລະ ຄົນ ຫວຽດນາມ. ທ່ານ ໄດ້ຕີລາຄາສູງຕໍ່ຈິດໃຈເອກະລາດ, ຕົນເອງກຸ້ມຕົນເອງ, ນະໂຍບາຍການຕ່າງປະເທດ, ການເຊື່ອມໂຍງສາກົນ ແລະ ບັນດາຜົນສຳເລັດແຫ່ງການພັດທະນາຢ່າງກະໂດດຂັ້ນຂອງ ຫວຽດນາມ; ເນັ້ນໜັກເຖິງບັນດາຄຸນຄ່າທີ່ເປັນເອກະລັກ ເຊັ່ນ: ຈິດໃຈແຫ່ງຄວາມມັກຮັກແຂກ, ຄວາມຫ້າວຫັນ, ຄວາມສາມາດໃນການປັບຕົວ ແລະ ຄວາມມຸ່ງມາດປາດຖະໜາທີ່ຈະບືນຕົວຂຶ້ນຂອງຄົນ ຫວຽດນາມ. ຕາມທ່ານແລ້ວ, ສາຍພົວພັນ ຫວຽດນາມ - ດານມາກ ແມ່ນນັບມື້ນັບພັດທະນາໄປໃນທິດທາງຄູ່ຮ່ວມມືທີ່ສະເໝີພາບ, ໄວ້ເນື້ອເຊື່ອໃຈ, ຮ່ວມກັນແບ່ງປັນຜົນປະໂຫຍດ ແລະ ວິໄສທັດຮ່ວມ ໃນບໍລິບົດແຫ່ງການຮ່ວມມືສາກົນທີ່ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ.

ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ແລກປ່ຽນ, ແບ່ງປັນຄວາມຮູ້ສຶກ ແລະ ປະສົບການກ່ຽວກັບ ຫວຽດນາມ, ສະແດງຄວາມປະທັບໃຈຕໍ່ຄວາມງາມທາງທຳມະຊາດ, ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ຄົນທີ່ເປັນກັນເອງ, ມັກຮັກແຂກ. ຫຼາຍຄຳເຫັນຍັງໄດ້ເຕືອນຄືນບັນດາຄວາມຊົງຈຳທີ່ໜ້າຈົດຈຳໃນການຢ້ຽມຢາມ ຫວຽດນາມ ແລະ ສະແດງຄວາມຊົມເຊີຍຕໍ່ປະຫວັດສາດແຫ່ງການຕໍ່ສູ້ທີ່ອົງອາດກ້າຫານຂອງຊາດ ຫວຽດນາມ.

ບັນດາແຂກຖືກເຊີນໄດ້ຕີລາຄາສູງຕໍ່ແຜນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີ ສາຍພົວພັນການທູດຂອງສອງປະເທດ, ສະແດງຄວາມມຸ່ງມາດປາດຖະໜາທີ່ຈະເຂົ້າຮ່ວມ ແລະ ຖືວ່າ ຫວຽດນາມ ແມ່ນຈຸດໝາຍປາຍທາງແຫ່ງການທ່ອງທ່ຽວໃນຕໍ່ໜ້າ.

ສົນທິສັນຍາ​ຮ່າ​ໂນ້ຍ: ພະຍານ​ຫຼັກ​ຖານ​ທີ່ຕັ້ງນັບມື້ນັບ​ເຕີບ​ໂຕ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ ສົນທິສັນຍາ​ຮ່າ​ໂນ້ຍ: ພະຍານ​ຫຼັກ​ຖານ​ທີ່ຕັ້ງນັບມື້ນັບ​ເຕີບ​ໂຕ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ

ຍສໝ - ​ໃນ​ພິທີ​ລົງ​ນາມ ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ຕ້ານ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ (ສົນທິສັນຍາ​ຮ່າ​ໂນ້ຍ) ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ​ແຕ່​ວັນ​ທີ 25-26 ຕຸລາ 2025, ນັກ​ຊ່ຽວຊານ​ຫຼາຍ​ທ່ານ​ໄດ້​ວິ​ເຄາະ​ຄວາມ​ໝາຍ​ຂອງ​ເຫດການ ​ແລະ ສະ​ເໜີ​ບັນດາ​ບາດກ້າວ​ສະ​ເພາະ​ຂອງ​ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຕັ້ງໜ້າ ​ແລະ ມີ​ອິດ​ທິພົນ​ໃນ​ການ​ຊຸກຍູ້​ການ​ປະຕິບັດ​ສົນທິສັນຍາ ​ແລະ ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ.

ນະ​ໂຍບາຍ​ບຸກທະລຸ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ ນະ​ໂຍບາຍ​ບຸກທະລຸ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ

ຍສໝ - ມະຕິ​ເລກທີ 59-NQ/TW ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ສະພາບ​ການ​ໃໝ່ ​ແມ່ນ​ທິດ​ທາງ​ເພື່ອ​ຊ່ວຍ​ໃຫ້ ຫວຽດນາມ ຍາດ​ແຍ່ງ​ກາລະ​ໂອກາດ ​ແລະ ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ ​ເພື່ອ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ