![]() |
ທີ່ການຕ້ອນຮັບ ທັງສອງຝ່າຍໄດ້ແລກປ່ຽນບາງບົດຮຽນຕົວຈິງໃນການເຄື່ອນໄຫວກໍ່ຄືຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນກຳມະບານ ເຂົ້າລວມ, ພ້ອມກັນນັ້ນກໍ່ໄດ້ແບ່ງປັນຂໍ້ມູນຂ່າວສານ ດ້ານເສດຖະກິດ, ການເມືອງ, ສັງຄົມ ຂອງສອງປະເທດ ຫວຽດນາມ-ລາວ ແລະ ຂອງສອງແຂວງ ບໍລິຄຳໄຊ-ແຂວງຮ່າຕິ໋ງ.
![]() |
ປະທານສະຫະພັນກຳມະບານ ແຂວງ ແຂວງ ບໍລິຄຳໄຊ ນຳໂດຍທ່ານ ດຳລົງ ທັດລາບ :ຫວັງເປັນຢ່າງຍິ່ງວ່າ ສອງອົງການກຳມະບານ ຂອງສອງແຂວງ ຈະຮ່ວມມືດ ແລກປ່ຽນບົດຮຽນເພື່ອຍົກສູງໝາກຜົນຂອງການເຄື່ອນໄຫວ, ເອົາໃຈໃສ່ຍິ່ງຂື້ນຕໍ່ກັບຊາວຜູ້ອອກແຮງງານ.
ເນື່ອງໃນໂອກາດບຸນປີໃໝ່ຫວຽດນາມ, ປະທານສະຫະພັນກຳມະບານແຂວງບໍລິຄຳໄຊ ໄດ້ຕ່າງໜ້າຄະນະພະນັກງານ ສົ່ງຄວາມອວຍພອນອັນປະເສີດ ແລະ ຈົບງາມ ເຖິງພະນັກງານ, ຊາວຜູ້ອອກແຮງງານ, ບຸກຄະລາກອນ, ກຳມະກອນຂອງແຂວງ ຮ່າຕິ໋ງ ປີໃໝ່ໃຫ້ມີແຕ່ຄວາມສຸກກາຍສະບາຍໃຈ, ມີຄວາມສຸກຕະຫຼອດປີໃໝ່, ພ້ອມກັນນັ້ນກໍ່ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນຮ່ວມມື ລະຫວ່າງ ສະຫະພັນແຮງງານຂອງສອງແຂວງ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອ້າຍນ້ອງ ລະຫວ່າງແຂວງຮ່າຕິ໋ງ ແລະ ບໍລິຄຳໄຊ.
![]() |
ພະນັກງານຂອງສະຫະພັນກຳມະບານແຂວງບໍລິຄຳໄຊ ອວຍພອນປີໃໝ່ແກ່ພະນັກງານ, ບຸກຄະລາກອານ ຂອງສະຫະພັນແຮງງານແຂວງຮ່າຕິ໋ງ.
ໃນຂອບເຂດຂອງການເຮັດວຽກ, ຄະນະໄດ້ເຂົ້າຢ້ຽມຢາມ, ຊອກຮູ້ກ່ຽວກັບ ຮູບແບບຂອງການສິດສອນ ຢູ່ ໂຮງຮຽນຊັ້ນສູງ ເຕັກໂນໂລຊີ ຮ່າຕິ໋ງ. ປະຈຸບັນໂຮງຮຽນກຳລັງສ້າງແຜນການ, ກະກຽມສ້າງເງື່ອນໄຂໃນການຮັບສະໝັກນັກຮຽນເຂົ້າຮຽນ, ກໍ່ສ້າງນັກຮຽນລາວຂະແໜງໄຟ້າ ແລະ ກົນຈັກ.
![]() |
ໂຮງຮຽນຊັ້ນສູງ ເຕັກໂນໂລຊີ ຮ່າຕິ໋ງ ກຳລັງກະກຽມ ບັນດາອຸປະກອນເພື່ອຮັບນັກຮຽນເຂົ້າຮຽນໃນຂະແໜງໄຟ້າ ແລະ ກົນຈັກ.
ການຢ້ຽມຢາມລົງຕົວຈິງຄັ້ງນີ້ຈະເປັນບ່ອນອີງ,ເປັນພື້ນຖານ ໃຫ້ແກ່ການປະສານສົມທົບການເຄື່ອນໄຫວ, ໃນນັ້ນສຸມໃສ່ເນື້ອໃນການກໍ່ສ້າງວິຊາຊີບ ແລະ ແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານຂອງສອງແຂວງ.
(ຫັດທະບູນ)