ເພີ່ມທະວີ ການຮ່ວມມື ດ້ານມະນຸດສະທຳ ລະຫວ່າງ ແຂວງສາລະວັນ-ແຂວງເທື່ອທຽນເຫວ້

13:53 | 18/09/2018

ມື້ວານນີ້, ອົງການກາແດງ ແຂວງສາລະວັນ ສປປ ລາວ ກັບ ສະພາກາແດງ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ​ໄດ້ເຊັນສັນຍາການຮ່ວມມືດ້ານມະນຸດສະທຳ ໄລຍະ 2018-2022.

ເພີ່ມທະວີ ການຮ່ວມມື ດ້ານມະນຸດສະທຳ ລະຫວ່າງ ແຂວງສາລະວັນ-ແຂວງເທື່ອທຽນເຫວ້

ທ່ານ ອິນປົງ ຈັນທະມາດ ຫົວໜ້າ ອົງການກາແດງ ແຂວງສາລະວັນ ແລະ ທ່ານ ຫງວ໋ຽນງ໋ອກ ຮຸງ ປະທານສະພາກາແດງ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ.

ໂດຍການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ອິນປົງ ຈັນທະມາດ ຫົວໜ້າ ອົງການກາແດງ ແຂວງສາລະວັນ ກັບ ທ່ານ ຫງວ໋ຽນງ໋ອກ ຮຸງ ປະທານສະພາກາແດງ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ແລະ ມີ​ພາກສ່ວນ​ກ່ຽວຂ້ອງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ການ​ເຊັນ​ສັນຍາ​ຄັ້ງ​ນີ້ ກໍເພື່ອເພີ່ມທະວີສາຍພົວພັນໃຫ້ແໜ້ນແກ່ນ ແລະ ການຮ່ວມມື ໃນວຽກງານການເຄື່ອນໄຫວດ້ານມະນຸດສະທຳ ໂດຍສະເພາະການປະສານສົມທົບ ກວດພະຍາດມະນຸດສະທຳ, ຈ່າຍຢາຍົກເວັ້ນຄ່າ, ມອບຂອງຕ້ອນໃຫ້ແກ່ຄອບຄົວທຸກຍາກ, ສ້າງກິດຈະກຳມະນຸດສະທຳ, ພັດທະນາບັນດາຮູບການເຄື່ອນໄຫວມະນຸດສະທຳທີ່ມີປະສິດທິຜົນ ແລະ ຝຶກອົບຮົມ ເພື່ອຍົກສູງຄວາມສາມາດ; ທັງເປັນການແລກປ່ຽນຂ່າວສານ ກ່ຽວກັບວຽກງານອົງການ ແລະ ຂະບວນການຂອງແຕ່ລະອົງການກາແດງ, ບັນດາຮູບການເຄື່ອນໄຫວໃໝ່, ບົດຮຽນດີໃນການເຄື່ອນໄຫວມະນຸດ ສະທຳ, ບົດຮຽນໃນ ການເພີ່ມທະວີສາຍພົວພັນ ກັບບັນດາຄູ່ຮ່ວມມື ໃນການເຄື່ອນໄຫວໃນທ້ອງຖິ່ນ, ທົ່ວປະເທດ ແລະ ສາກົນ; ທັງເປັນການແລກປ່ຽນບົດຮຽນ ວຽກງານສະກັດກັ້ນຕ້ານໄພພິບັດ, ວຽງການຊ່ວຍເຫລືອສັງຄົມ ແລະ ບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຫວັງສິ່ງຕອບແທນ.

​ໂອກາດ​ດຽວກັນ, ສະພາກາແດງເທື່ອທຽນເຫ້ວ ຍັງໄດ້ມອບທຶນລ້ຽງງົວ ມູນຄ່າ 150 ລ້ານດົງ ໃຫ້ແກ່ອົງການກາແດງແຂວງ ແລະ ງົວ ຈຳນວນ 10 ໂຕ ໃຫ້ຄອບຄົວທີ່ທຸກຍາກຕື່ມອີກ

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.