ໄຂຊຸດຝຶກອົບຮົມພະນັກງານກະຊວງປ້ອງກັນປະເທດລາວ

08:36 | 05/07/2018

ຕົ້ນ​ອາ​ທິດ​ນີ້, ທີ່ ແຄ໋ງຮວ່າ, ໂຮງຮຽນນາຍທະຫານສື່ສານຈັດຕັ້ງພິທີໄຂຊຸດຝຶກອົບຮົມໃຫ້ພະນັກງານກະຊວງປ້ອງກັນປະເທດລາວ.

ໄຂຊຸດຝຶກອົບຮົມພະນັກງານກະຊວງປ້ອງກັນປະເທດລາວ

ບັນຍາກາດທີ່ພິທີໄຂຊຸດຝຶກອົບຮົມ. (ພາບ: ເທ໋ແອງ)

ໃນໄລຍະ 3 ເດືອນ (ແຕ່ວັນທີ 3 ກໍລະກົດ ຫາວັນທີ 27 ກັນຍາ), ນັກສຳມະນາກອນຈະໄດ້ບຳລຸງບັນດາຄວາມຮູ້ກ່ຽວກັບການຈັດຕັ້ງ, ຮັບປະກັນການຕິດຕໍ່ສື່ສານຂັ້ນຍຸດທະວິທີໃຫ້ພະນັກງານສື່ສານ; ປັບປຸງ, ຍົກສູງລະດັບການຈັດຕັ້ງ, ບັນຊາຮັບປະກັນການຕິດຕໍ່ສື່ສານ, ຕອບສະໜອງໄດ້ຄວາມຮຽກຮ້ອງຂອງການຝຶກແອບ, ກຽມພ້ອມສູ້ຮົບ ແລະສູ້ຮົບທີ່ບັນດາກົມກອງສື່ສານ; ບຳລຸງຍົກສູງຄວາມຮູ້ ແລະກຳລັງຄວາມສາມາດສິດສອນໃຫ້ຄູອາຈານສອນກ່ຽວກັບການສື່ສານຂອງກອງທັບປະຊາຊົນລາວ ເພື່ອແນໃສ່ຕອບສະໜອງໜ້າທີ່ສຶກສາບຳລຸງສ້າງໃນເງື່ອນໄຂໃໝ່. ພາຍຫຼັງຈົບຊຸດຝຶກອົບຮົມ, ກະຊວງປ້ອງກັນປະເທດຫວຽດນາມ ຈະມອບໃບຢັ້ງຢືນຮຽນຈົບໃຫ້ແກ່ບັນດານັກສຳມະນາກອນ.

ຊຸດຝຶກອົບຮົມຄັ້ງນີ້ມີພະນັກງານກະຊວງປ້ອງກັນປະເທດລາວ ເຂົ້າຮ່ວມ 35 ຄົນ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ