ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ

12:22 | 16/05/2022

ຍສໝ - ບັນດາ​ບໍລິສັດ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຜະລິດ​ຕະພັນ​ໝາກມັງກອນ​ຂອງ​ຫວຽດນາມ.

ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ
ສະຖານທູດຫວຽດນາມປະຈຳ ນິວຊີແລນ ພ້ອມກັບຊາວຫວຽດນາມ ຢູ່ ນິວຊີແລນ ຕໍ່ສູ້ຕ້ານກັບ ໂລກລະບາດ COVID-19 ສະຖານທູດຫວຽດນາມປະຈຳ ນິວຊີແລນ ພ້ອມກັບຊາວຫວຽດນາມ ຢູ່ ນິວຊີແລນ ຕໍ່ສູ້ຕ້ານກັບ ໂລກລະບາດ COVID-19

ວັນທີ 12 ພຶດສະພາ, ພະແນກສົ່ງເສີມການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງລອງອານ, ຫ້ອງການການຄ້າສະຖານທູດຫວຽດນາມ ປະຈໍາ ນິວຊີແລນ ແລະ ຫ້ອງການການຄ້າ ປະຈຳ ອົດສະຕາລີ ໄດ້ສົມທົບກັນຈັດຕັ້ງ ກອງປະຊຸມສໍາມະນາ “ປຶກສາຫາລືການສົ່ງອອກໝາກມັງກອນໄປຍັງ ຕະຫຼາດອົດສະຕາລີ ແລະນິວຊີແລນ” ຜ່ານລະບົບທາງໄກ.

ກ່າວ​ຄຳ​ເຫັນ​ທີ່ພິທີໄຂ​ກອງ​ປະຊຸມສໍາມະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ນິວຊີ​ແລນ ຫງວຽນ​ວັນ​ຈູງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ, ການ​ຄ້າ​ຜະລິດ​ຕະພັນ​ກະ​ເສດ ​ແລະ ການ​ເປີດ​ກວ້າງ​ຕະຫຼາດ​ໃນ​ການ​ຜັນຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ ​ແລະ ນິວຊີ​ແລນ.

ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ
ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ. ພາບປະກອບ

ຫວຽດນາມ ປາດ​ຖະໜາ​ວ່າ ນິວຊີ​ແລນ ຈະ​ແບ່ງປັນ​ປະສົບ​ການ ​ແລະ ໜູນ​ຊ່ວຍ ຫວຽດນາມ ສ້າງ​ເຄື່ອງໝາຍ​ການ​ຄ້າ​ສາກົນ​ຂອງ​ໝາກ​ມັງກອນ ແລະ ລະບົບມູນຄ່າ ເພື່ອຫັນການຄ້າເປັນທົ່ວໂລກໃຫ້ແກ່ໝາກມັງກອນ, ​ຕາມ​ບັນດາ​ແບບຢ່າງທີ່​ປະສົບຜົນສຳ​ເລັດ​ຂອງ​ໝາກ​ກີ​ວີ ​ຂອງ ນິວຊີ​ແລນ ເຊິ່ງໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ໂລກ.

ບັນດາ​ບໍລິສັດ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຜະລິດ​ຕະພັນ​ໝາກມັງກອນ​ຂອງ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ບັນດາ​ອົງການກໍ​ສະ​ເໜີ​ໃຫ້​ບັນດາທ້ອງຖິ່ນ ​ແລະ ວິ​ສາ​ຫະກິດ ​ຕ້ອງ​ສ້າງ​ຍຸດ​ທະ​ສາດໂຄສະນາ ແລະ ເຄື່ອງໝາຍການຄ້າຂະແໜງຕ້ອງ​ສຸມ​ໃສ່​ຄຸນ​ສົມ​ບັດ​ດ້ານ​ໂພຊະນາ​ການ​ຂອງຜະລິດຕະພັນ ​ເພື່ອ​ເພີ່ມ​ຄວາມ​ຮັບ​ຮູ້​ໃຫ້​ຜູ້​ບໍລິ​ໂພ​ກ ​ແລະ ​ເປີດ​ກວ້າງ​ບັນດາ​ຜູ້​ຊົມ​ໃຊ້​ບັນດາ​ຜະລິດ​ຕະພັນ​ນອກ​ກຸ່ມ​ລູກ​ຄ້າ​ອາຊີ​ດັ້ງ​ເດີມ.

​ເຖິງ​ວ່າ​ຈັດ​ຂຶ້ນ​ໃນ​ຮູບ​ແບບ​ໂດຍກົງສົມທົບກັບທາງໄກ, ​ແຕ່​ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ກິດຈະກຳ​ທີ່ແທດຈິງດ້ວຍ​ຫຼາຍ​ຂໍ້​ມູນ​ຂ່າວສານ​ຕະຫຼາດ​ທີ່​ເປັນ​ປະ​ໂຫຍ​ດຫຼາຍ​ຢ່າງ​ຈາກນັກ​ຊ່ຽວຊານ​ໃນຂະແໜງ​ໂດຍ​ກົງ, ຊ່ວຍ​ໃຫ້​ທ້ອງ​ຖິ່ນ ​ແລະ​ ວິ​ສາ​ຫະກິດ​ມີ​ວິ​ໄສ​ທັດ​ເພື່ອ​ຊີ້​ນຳ​ການ​ວາງ​ແຜນຜັງຂະແໜງ, ພັດທະນາລະບົບ​ຕ່ອງ​ໂສ້​ການ​ສະໜອງ ​ແລະ ສ້າງ​ຮູບ​ແບບ​ການ​ຄ້າທີ່​ມີການຄວບ​ຄຸມກວດກາ​ເພື່ອ​ໃຫ້​ຂະ​ແໜງ​​​ໝາກ​ມັງກອນ​ພັດທະນາ​ແບບ​ຍືນ​ຍົງ, ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ຜົນສຳ​ເລັດ​ຂອງ​ຂະ​ແໜງ​ການ​ສົ່ງ​ອອກ​ໝາກ​ໄມ້​ຂອງ​ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.