ການພົວພັນຫວຽດນາມ-ນິວຊີແລນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ

13:47 | 11/03/2022

ຍສໝ - ຕອນເຊົ້າວັນທີ 9 ມີນາ, ທ່ານພົນເອກ ຟານວັນຢາງ ລັດ ຖະມົນຕີກະຊວງປ້ອງກັນປະເທດ ໄດ້ສົນທະນາທາງໄກກັບທ່ານ Peeni Henare ລັດຖະມົນຕີກະຊວງປ້ອງກັນປະເທດ ນິວຊີແລນ.

ນິວຊີແລນ ໃຫ້ຄຳໝັ້ນສັນຍາໜູນ​ຊ່ວຍ​ຫວຽດນາມ ​ຕ້ານ​ພະຍາດໂຄວິດ-19​ ແລະ ຟື້ນຟູເສດຖະກິດ ນິວຊີແລນ ໃຫ້ຄຳໝັ້ນສັນຍາໜູນ​ຊ່ວຍ​ຫວຽດນາມ ​ຕ້ານ​ພະຍາດໂຄວິດ-19​ ແລະ ຟື້ນຟູເສດຖະກິດ
ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ

ທີ່ການສົນທະນາ, ສອງຝ່າຍ ເນັ້ນໜັກວ່າ ເຖິງວ່າ ພະຍາດໂຄວິດ-19 ກໍ່ຜົນກະທົບອັນໃດອັນໜຶ່ງກໍ່ຕາມ, ແຕ່ການພົວພັນຮ່ວມມືດ້ານປ້ອງກັນ ຊາດລະຫວ່າງຫວຽດນາມ ແລະນິວຊີແລນ ຍັງໄດ້ຮັບການຮັກສາ ແລະ ພັດທະນາຕາມບັນດາຂໍ້ຕົກລົງທີ່ໄດ້ລົງນາມ, ສອດຄ່ອງກັບການພົວພັນ ຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ເພື່ອຜົນປະໂຫຍດລວມ ຂອງແຕ່ລະປະເທດ ແລະພາກພື້ນ.

ການພົວພັນຫວຽດນາມ-ນິວຊີແລນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ
ພາບປະກອບ: TTXVN

ສອງຝ່າຍ ເຫັນດີເປັນເອກະພາບນໍາກັນ ຖືວ່າ ການພົວພັນຮ່ວມມືດ້ານ ປ້ອງກັນຊາດຫວຽດນາມ-ນິວຊີແລນ ຍັງມີຄວາມສາມາດບົ່ມຊ້ອນ ແລະເງື່ອນໄຂສະດວກຫຼາຍຢ່າງ ເພື່ອພັດທະນາ. ໃນໄລຍະຈະມາເຖິງ, ບົນພື້ນຖານບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມ, ສອງຝ່າຍເຫັນດີສືບຕໍ່ເປັນເຈົ້າການຍົກອອກແຜນການຮ່ວມມື ແລະພ້ອມແລ້ວທີ່ຈະຜັນຂະຫຍາຍດ້ວຍຮູບການທີ່ເໝາະສົມ ເມື່ອເງື່ອນໄຂອະນຸຍາດ, ສຸມໃສ່ເຂົ້າໃນບັນດາຂົງເຂດ ຄື: ເພີ່ມທະວີ ການພົບປະ, ແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ຄົ້ນຄວ້າສ້າງຕັ້ງຊ່ອງພົບປະເຈລະຈາລະຫວ່າງເຈົ້າໜ້າທີ່, ນັກຮຽນຮູ້ປ້ອງກັນຊາດສອງປະເທດ; ຊຸກຍູ້ການຮ່ວມມືບໍາລຸງສ້າງ; ຄົ້ນ ຄວ້າຄວາມສາມາດຮ່ວມມືໃນຂົງເຂດຄວາມໝັ້ນຄົງທາງອິນເຕີເນັດ, ແລກປ່ຽນວິຊາການສຶກສາ, ຄົ້ນຫາ-ກູ້ໄພ...; ຜັນຂະຫຍາຍຂໍ້ຕົກລົງ ປະຕິບັດບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດໃນ ຂົງເຂດຮັກສາສັນຕິພາບ ສປຊ ຢ່າງມີປະສິດທິຜົນ.

ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງບົດບາດ ແລະການປະ ກອບສ່ວນຂອງກະຊວງປ້ອງກັນປະເທດ ນິວຊີແລນ ຢູ່ບັນດາກົນໄກ ຫຼາຍຝ່າຍກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍ ອາຊຽນ ຊັກນໍາ, ພິເສດແມ່ນ ADMM+; ສະໜັບສະໜູນ ນິວຊີແລນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ນິວຊີແລນ ຫຼາຍກວ່າອີກ, ໃນນັ້ນມີການຜັນຂະຫຍາຍແຜນການກະທໍາ ໄລຍະ 2021-2025 ໃນ ບັນດາຂົງເຂດທີ່ກ່ຽວຂ້ອງເຖິງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ຢ່າງມີປະສິດທິຜົນ.

ສອງຝ່າຍ ສະເໜີສ້າງແຜນການຮ່ວມມື ໄລຍະ 2022-2025 ໂດຍໄວ ເພື່ອເປັນເຈົ້າການຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ ໃຫ້ສົມ ກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.