ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ

14:13 | 16/11/2022

ໂດຍຮັບຄໍາເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 14-17 ພະຈິກ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງນາຍົກລັດຖະມົນຕີ ນິວຊີແລນ ນັບແຕ່ທ່ານນາງໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີ. ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ນໍາການພົວພັນຫວຽດນາມ - ນິວຊີແລນ ໃຫ້ເລິກເຊິ່ງກວ່າອີກ.

ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ
ນຳສົ່ງພົນລະເມືອງຫວຽດນາມ ເກືອບ 270 ຄົນມາຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດ ນຳສົ່ງພົນລະເມືອງຫວຽດນາມ ເກືອບ 270 ຄົນມາຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດ

ຫວຽດນາມ ແລະນິວຊີແລນ ສ້າງຕັ້ງການພົວພັນທາງການທູດໃນວັນທີ 19 ມິຖຸນາ 1975. ພາຍຫຼັງເກືອບ 50 ປີແຫ່ງການຜັນແປຂອງສະພາບການໂລກ, ການພົວພັນລະຫວ່າງຫວຽດນາມ - ນິວຊີແລນ ຍັງຄົງຮັກສາບາດກ້າວພັດທະນາຢ່າງຕັ້ງໜ້າ ແລະສ້າງຂີດໝາຍຫຼາຍຢ່າງ.

ໃນນະໂຍບາຍການຕ່າງປະເທດ, ນິວຊີແລນ ຍາມໃດກໍ່ຢືນຢັນຖືເປັນສຳຄັນການພົວພັນກັບຫວຽດນາມ, ຖືຫວຽດນາມ ແມ່ນປັດໄຈສຳຄັນໃນນະໂຍບາຍສຳລັບພາກພື້ນອາຊີ - ປາຊີຟິກ. ກົງກັນຂ້າມ, ຫວຽດນາມ ກໍ່ສະແດງຄວາມມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບນິວຊີແລນ, ເຊິ່ງແມ່ນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ ຢູ່ພາກພື້ນປາຊີຟິກໃຕ້, ທັງແມ່ນ ຄູ່ຮ່ວມມືຍຸດທະສາດຂອງອາຊຽນ. ເຖິງວ່າພະຍາດໂຄວິດ-19 ໄດ້ກໍ່ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ສອງຝ່າຍຍັງຄົງຮັກສາການແລກປ່ຽນຄະນະຜູ້ແທນ ແລະການພົບປະດ້ວຍຫຼາຍຮູບການຕ່າງໆ, ຜ່ານນັ້ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາທ່າຮ່ວມມືໃນທຸກດ້ານ.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ນິວຊີແລນ ປະຈໍາ ຫວຽດນາມ ວັນທີ 15 ມີນາ 2022. ພາບ: ເຢືອງຢາງ.

ນັບແຕ່ປີ 2009, ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຮອດປີ 2020, ເມື່ອຍົກລະດັບເປັນຄູ່ຮ່ວມມືຍຸດທະສາດ, ການພົວພັນຮ່ວມມືດ້ານການຄ້າຫວຽດນາມ - ນິວຊີແລນ ໄດ້ມີບາດກ້າວພັດທະນາກະໂດດຂັ້ນ. ວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນຊຸມປີຜ່ານມາດ້ວຍລະດັບເຕີບໂຕສະເລ່ຍປະມານ 20%/ປີ. ນັບທັງຂະນະຖືກຜົນກະທົບຈາກພະຍາດໂຄວິດ-19, ການຄ້າສອງສົ້ນຍັງຄົງຮັກສາລະດັບເຕີບໂຕຍືນຍົງຢູ່. ປີ 2021 ບັນລຸປະມານ 1,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ປີ 2020. ໃນ 9 ເດືອນຂອງປີ 2022, ບັນລຸ 1,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ໄລ່ຮອດເດືອນຕຸລາ 2022, ຫວຽດນາມ ມີ 11 ໂຄງການລົງທຶນຢູ່ ນິວຊີແລນ, ດ້ວຍຍອດຈຳນວນທຶນຈົດທະບຽນ 38,4 ລ້ານໂດລາສະຫະລັດ. ນິວຊີແລນ ມີ 49 ໂຄງການລົງທຶນຢູ່ຫວຽດນາມ ດ້ວຍຍອດຈໍານວນທຶນ 210,18 ລ້ານໂດລາສະຫະລັດ, ຢືນອັນດັບທີ 39 ໃນຈຳນວນ 139 ປະເທດ ແລະເຂດແຄ້ວນລົງທຶນໂດຍກົງຢູ່ຫວຽດນາມ.

ນິວຊີແລນ ສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ ແລະໃຫ້ບຸລິມະສິດແກ່ການຮ່ວມມືພັດທະນາກັບຫວຽດນາມ, ໜູນຊ່ວຍການປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງ, ສຸມໃສ່ບັນດາຂົງເຂດທີ່ມີທ່າແຮງ ແລະບຸລິມະສິດສອງຂົງເຂດ, ຄື: ກະສິກໍາ ແລະພັດທະນາຊົນນະບົດ, ບຳລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ, ຄຸ້ມຄອງ ແລະຮັບມືກັບໄພທໍາມະຊາດ, ການຫັນປ່ຽນຂອງດິນຟ້າອາກາດ ແລະລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

ພິເສດ, ນິວຊີແລນ ຫາກໍ່ໄດ້ໜູນຊ່ວຍຫວຽດນາມ ບ້ວງເງິນ 2 ລ້ານ NZD (1,22 ລ້ານໂດລາສະຫະລັດ) ໜູນຊ່ວຍການຟື້ນຟູ ແລະພັດທະນາເສດຖະກິດຂອງຫວຽດນາມ, ພ້ອມທັງໃຫ້ຄຳໝັ້ນສັນຍາໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ໃຫ້ຫວຽດນາມ 26,7 ລ້ານ NZD (16,2 ລ້ານໂດລາຫະລັດ) ໃນໄລຍະແຕ່ເດືອນ ກໍລະກົດ 2021 ຫາເດືອນມິຖຸນາ 2024. ສອງຝ່າຍພວມຕັ້ງໜ້າຂຸດຄົ້ນບັນດາຂົງເຂດໃໝ່ໃນການຮ່ວມມືພັດທະນາ, ສຸມໃສ່ເຂົ້າໃນບັນດາຂົງເຂດໃໝ່ ແລະບຸລິມະສິດຂອງສອງປະເທດ, ຄື: ໜູນຊ່ວຍການເຕີບໂຕສີຂຽວ, ການຫັນເປັນດີຈີຕອນ ແລະການພັດທະນາເສດຖະກິດດີຈີຕອນ.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ ແລະແບ່ງປັນຂໍ້ມູນຂ່າວສານໃນຂອບເຂດຂໍ້ຕົກລົງສອງຝ່າຍ. ນິວຊີແລນ ໜູນຊ່ວຍຫວຽດນາມ ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບວຽກງານຕ້ານການກໍ່ການຮ້າຍ, ເຕັກນິກອາຍາ ແລະສືບສວນ-ສອບສວນ, ສະກັດກັ້ນ, ຕ້ານການຟອກເງິນ, ອາດຊະຍາກໍາເຕັກໂນໂລຢີສູງ, ການແພດ,... ສອງຝ່າຍຮ່ວມມືຢ່າງແໜ້ນແຟ້ນໃນຂອບເຂດ Interpol ກໍ່ຄືຖະແຫຼງການຮ່ວມອາຊຽນ - ນິວຊີແລນ ປີ 2005 ກ່ຽວກັບການຮ່ວມມືຕ້ານການກໍ່ການຮ້າຍສາກົນ. ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາໂຄງການໜູນຊ່ວຍການບຳລຸງສ້າງ, ພິເສດແມ່ນພາສາອັງກິດໃຫ້ບັນດາໜ້າທີ່ຮັກສາສັນຕິພາບຂອງ ສປຊ, ຮັກສາການຢ້ຽມຢາມກຳປັ່ນທະຫານເຮືອ ແລະບັນດາກົນໄກເຈລະຈາດ້ານປ້ອງກັນຊາດສອງຝ່າຍ.

ໃນເວທີປາໄສຫຼາຍຝ່າຍ, ຫວຽດນາມ ແລະນິວຊີແລນ ແມ່ນສະມາຊິກຂອງຫຼາຍອົງການຈັດຕັ້ງພາກພື້ນ ແລະສາກົນທີ່ສຳຄັນ, ຄື: ສປຊ, ອົງການການຄ້າໂລກ (WTO), ເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ເວທີປາໄສການຮ່ວມມືອາຊີ - ເອີລົບ (ASEM) ແລະບາງກົນໄກການຮ່ວມມືຂອງອາຊຽນ. ສອງຝ່າຍສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).

ນອກຈາກນັ້ນ, ການສຶກສາ - ກໍ່ສ້າງ, ກະສິກຳ, ແຮງງານ... ກໍ່ແມ່ນຂົງເຂດຮ່ວມມືທີ່ຟົດຟື້ນ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງກວ່າໃນໄລຍະຜ່ານມາ.

ການຢ້ຽມຢາມຂອງທ່ານນາງ ນາຍົກລັດຖະມົນຕີ Jacinda Ardern ດຳເນີນໄປໃນສະພາບທີ່ຫວຽດນາມ ແລະນິວຊີແລນ ມານະພະຍາຍາມເຊື່ອມຕໍ່ກັບພາຍນອກ ພາຍຫຼັງສອງປີກວ່າທີ່ຮັບມືກັບພະຍາດໂຄວິດ-19. ສອງປະເທດແບ່ງປັນຄວາມເອົາໃຈໃສ່ລວມແມ່ນຟື້ນຟູຢ່າງວ່ອງໄວ ແລະພັດທະນາເສດຖະກິດ, ປັັບປຸງ ແລະຫັນບັນດາການພົວພັນສາກົນ, ໃນສະພາບດ້ານການເມືອງ, ຄວາມໝັ້ນຄົງ ແລະເສດຖະກິດໂລກກໍ່ຄືຢູ່ອາຊີ-ປາຊີຟິກຜ່ານການຜັນແປຫຼາຍຢ່າງໃນປີ 2022 .

ບົນພື້ນຖານຜົນປະໂຫຍດ, ວິໄສທັດລວມ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ, ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງການນໍານິວຊີແລນ ຈະສ້າງກໍາລັງແຮງໃໝ່ຊ່ວຍໃຫ້ການພົວພັນຮ່ວມມືຫວຽດນາມ-ນິວຊີແລນ ຂະຫຍາຍອອກໃນທຸກຂົງເຂດ, ຕອບສະໜອງຜົນປະໂຫຍດ ແລະຄວາມປາດຖະໜາຢາກຂອງປະຊາຊົນສອງປະເທດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.