ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ

06:30 | 14/09/2022

ນີ້ແມ່ນການຢ້ຽມຢາມທາງການຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເຖິງ ນິວຊີແລນ.

ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ
ກອງປະຊຸມໃຫຍ່ຜູ້ແທນສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ ນິວຊີແລນ ກອງປະຊຸມໃຫຍ່ຜູ້ແທນສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ ນິວຊີແລນ
ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ. ພາບ: TTXVN

ວັນທີ 13 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໄປຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ ແລະ ເປັນເຈົ້າການກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 1. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈູງ ເນັ້ນໜັກວ່າ, ນີ້ແມ່ນການຢ້ຽມຢາມທາງການຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເຖິງ ນິວຊີແລນ ແລະ ກໍ່ແມ່ນການຢ້ຽມຢາມຂັ້ນລັດຖະມົນຕີຄັ້ງທຳອິດຂອງປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄປຍັງ ນິວຊີແລນ ນັບແຕ່ເມື່ອປະເທດນີ້ເປີດປະຕູຊາຍແດນນັບແຕ່ວັນທີ 01 ສິງຫາ ພາຍຫຼັງໂລກລະບາດໂຄວິດ -19. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ 2 ຝ່າຍທົບທວນຄືນວິວັດການຜັນຂະຫຍາຍໃນຂອບເຂດຄູ່ຮ່ວມມືຍຸດທະສາດ, ວາງອອກມາດຕະການຕົວຈິງ ເພື່ອຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ສອດຄ່ອງກັບສະພາບການໃໝ່ຂອງພາກພື້ນ ແລະ ສາກົນ. 2 ຝ່າຍກໍ່ປຶກສາຫາລືແຜນການກະກຽມໃຫ້ແກ່ການເຄື່ອນໄຫວແລກປ່ຽນລະຫວ່າງຄະນະການນຳຂັ້ນສູງ 2 ປະເທດ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.