ຫວຽດນາມ - ນິວຊີ​ແລນ: ​ຄູ່​ຮ່ວມ​ມືຍຸດທະສາດ​ໃນ​ຂົງ​ເຂດ​ກະສິກຳ

07:47 | 18/11/2022

ຍສໝ - ທ່ານ​ນາງນາຍົກລັດຖະມົນຕີ Jacinda Ardern ​ໃຫ້​ຮູ້​ວ່າ ນີ້​ສືບ​ຕໍ່​ແມ່ນຂົງເຂດຈຸດສຸມ​ຂອງສອງປະ​ເທດ ​ແລະ ​ແມ່ນ​ຂົງ​ເຂດ​ທີ່ສອງປະ​ເທດ​ຈະສືບ​ຕໍ່​ຊຸກຍູ້​ການ​ຄ້າ ​ແລະ ການ​ຮ່ວມ​ມື.

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍ ພາລະກິດ ປີ 2019 ຂອງ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍ ພາລະກິດ ປີ 2019 ຂອງ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ
ຮອງລັດຖະມົນຕີກະຊວງ ຖະ​ແຫຼງ​ຂ່າວ ແລະ ວັດ​ທະ​ນະ​ທຳ ຕ້ອນຮັບ ທີ່ປຶກສາຂັ້ນສູງ ຂົງເຂດ ປ່າໄມ້ຊີວະນານາພັນ ແລະ ກະສິກຳ ຮອງລັດຖະມົນຕີກະຊວງ ຖະ​ແຫຼງ​ຂ່າວ ແລະ ວັດ​ທະ​ນະ​ທຳ ຕ້ອນຮັບ ທີ່ປຶກສາຂັ້ນສູງ ຂົງເຂດ ປ່າໄມ້ຊີວະນານາພັນ ແລະ ກະສິກຳ

ຫວ່າງແລ້ວນີ້, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ເຂົ້າຮ່ວມກອງປະຊຸມ ແລະ ງານວາງສະແດງສິນຄ້າເຊື່ອມຕໍ່ກະສິກຳ ຫວຽດນາມ - ນິວຊີແລນ (AgriConnectioNZ) ດ້ວຍຫົວຂໍ້ “ການພົວພັນຄູ່ ຮ່ວມມືຍຸດທະສາດດ້ານກະສິກຳ”.

ຫວຽດນາມ - ນິວຊີ​ແລນ: ​ຄູ່​ຮ່ວມ​ມືຍຸດທະສາດ​ໃນ​ຂົງ​ເຂດ​ກະສິກຳ
ຫວຽດນາມ - ນິວຊີ​ແລນ: ​ຄູ່​ຮ່ວມ​ມືຍຸດທະສາດ​ໃນ​ຂົງ​ເຂດ​ກະສິກຳ.

​ໂດຍເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ນິວຊີ​ແລນ ລ້ວນແຕ່ມີ​ລະບົບ​ການ​ຜະລິດ​ສະບຽງ​ອາຫານ​ຢ່າງ​ມີ​ປະສິດທິ​ຜົນ, ທ່ານ​ນາງນາຍົກລັດຖະມົນຕີ Jacinda Ardern ​ໃຫ້​ຮູ້​ວ່າ ນີ້​ສືບ​ຕໍ່​ແມ່ນຂົງເຂດຈຸດສຸມ​ຂອງສອງປະ​ເທດ ​ແລະ ​ແມ່ນ​ຂົງ​ເຂດ​ທີ່ສອງປະ​ເທດ​ຈະສືບ​ຕໍ່​ຊຸກຍູ້​ການ​ຄ້າ ​ແລະ ການ​ຮ່ວມ​ມື.

ສ່ວນ​ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ເລມິງຮວານ ​ເນັ້ນ​ໜັກ​ວ່າ: “ຫວຽດນາມ ພວມ​ຜັນຂະຫຍາຍການປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ກະສິກຳ ​ແລະ ຊົນນະບົດ​ແບບ​ຍືນ​ຍົງ, ​ໂດຍ​ອີງ​ໃສ່ 3 ​ເສົາ​ຄ້ຳ​ຄື: ກະສິກຳ​ນິ​ເວດ - ຊົນນະບົດ​ທັນ​ສະ​ໄໝ - ຊາວ​ກະສິກອນ​ສີວິໄລ. ຂະ​ແໜງ​ກະສິກຳ​ຫວຽດນາມ ພວມ​ຜັນ​ປ່ຽນຕາມທິດສະສົມຫຼາຍມູນຄ່າ, ຍືນຍົງ, ການປ່ອຍອາຍພິດ ແລະ ສິ່ງເສດເຫຼືອຕ່ຳ, ນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ, ປົກປັກຮັກສາສິ່ງ ແວດລ້ອມທາງນິເວດວິທະຍາ... ຂະແໜງກະສິກຳຂອງ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ນິວຊີແລນ ລົງທຶນ ແລະ ດຳເນີນທຸລະກິດປະສົບຜົນສຳເລັດ, ຍືນຍົງ, ມີຄວາມສະໜິດຕິດພັນ ກັບຫວຽດນາມ ຢ່າງຍາວນານ.

​ທີ່ເຫດການນີ້, ກໍໄດ້ດໍາເນີນພິທີ​ລົງ​ນາມ​ໃນ​ຂໍ້ຕົກລົງຮ່ວມ​ມື​ໃຫຍ່​ຫຼາຍ​ສະບັບ​ໃນ​ຂົງ​ເຂດ​ກະສິກຳ​, ​ລວມ​ມີ: ພິທີ​ປະກາດ​ການ​ສົ່ງ​ອອກ​ໝາກນາວ ​ແລະ ໝາກສົ້ມໂອ​ຂອງ ຫວຽດນາມ ​ໄປຍັງ ນິວຊີ​ແລນ, ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ - ຂໍ້ຕົກລົງ​ບຸລິມະສິດຮ່ວມມື​ລະຫວ່າງ TH True Milk. ແລະ Waikato Milking Systems.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.