ທ່ານເອກອັກຄະລັດຖະທູດ Shawn Steil: ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ການາດາ ພວມນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ

16:00 | 26/01/2024

ຍສໝ - ຫວຽດນາມ ​ແລະ ກາ​ນາ​ດາ ​ໄດ້ອັດປີ​ທີ່​ມີຫຼາຍ​ວຽກງານ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍທັງ​ຂອບຂະໜາດ ​ແລະ ຮູບ​ແບບ ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ.

ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ
ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ. ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ.

ເນື່ອງໃນໂອກາດປີໃໝ່ 2024, ທ່ານເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ Shawn Steil ໄດ້ຕອບສຳພາດ​ສຳ​ນັກ​ຂ່າວສານ​ ຫວຽດນາມ​ ກ່ຽວກັບບັນດາຜົນສຳເລັດໃນການພົວພັນສອງຝ່າຍ ກໍ່ຄືແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ແລ້ວ, ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, 2 ປະ​ເທດ​ ໄດ້ເຫັນປະຈັກຕາການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ໃນ​ທຸກ​ດ້ານ. ກາ​ນາ​ດາ ​ພາກ​ພູມ​ໃຈ​ທີ່​ສຸດ​ໃນ​ການ​ປະກອບສ່ວນ ​ແລະ ໜູນ​ຊ່ວຍຂອງຕົນ​ໃຫ້​ແກ່​ການ​ພັດທະນາ​ອັນກະໂດດຂັ້ນ​ຂອງ​ ຫວຽດນາມ ​ໃນ 50 ປີທີ່ຜ່ານມາ.

“ໃນຕົວ​ຈິງ​ແລ້ວ, ປີ 2017, ການ​ນຳ​ຂອງ​ສອງ​ປະ​ເທດ ​ໄດ້​ຕັດສິນໃຈ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ, ກຳ​ນົດ​ຢ່າງ​ຄົບ​ຖ້ວນ​ບັນ​ດາ​ຂົງ​ເຂດ​ທີ່​ພວກ​ເຮົາ​ຄວນ​ຮ່ວມ​ມື​ຕື່ມ​ອີກ. ສະນັ້ນ, ​ເມື່ອເບິ່ງ​ຄືນ​ໄລຍະ​ແຕ່​ປີ 2017 ຮອດ​ປະຈຸ​ບັນ, ສາມາດເຫັນໃດ້ວ່າ 2 ປະ​ເທດ ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຕາມທິດທາງເປີດກ້ວາງ ແລະ ຮອບດ້ານຢ່າງແທ້ຈິງ, ລະອຽດແມ່ນກ່ຽວກັບການຄ້າ, ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ ​ແລະ ການປະດິດສ້າງ, ການ​ສຶກສາ ແລະ​ ການ​ແລກ​ປ່ຽນ​ປະ​ຊາ​ຊົນ​”, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Shawn Steil ກ່າວ​.

ທ່ານເອກອັກຄະລັດຖະທູດ Shawn Steil: ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ການາດາ ພວມນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ຫວຽດນາມ Shawn Steil

ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ໃຫ້​ຮູ້​ວ່າ ​ເຖິງ​ວ່າ​ໂລກ​ລະບາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ທຸກ​ປະ​ເທດ​ນັບ​ແຕ່​ປີ 2020 ​ໃນ​ທຸກ​ຂົງ​ເຂດ​ກໍ່ຕາມ, ​ແຕ່​ສອງ​ປະ​ເທດຍັງໄດ້ພິສູດໃຫ້ເຫັນ​ການ​ພັດທະນາໃນ​ການ​ພົວພັນຫຼາຍສົມຄວນ.

“ບົນ​ພື້ນຖານ​ນັ້ນ, ຂ້າພະ​ເຈົ້າ​ຄິດ​ວ່າ ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ຈະ​ເລີ່​ມຕົ້ນ​ພິຈາລະນາວ່າ ຈະເຮັດແນວໃດເພື່ອໃຫ້ການ​ພົວພັນ​ສອງຝ່າຍໝັ້ນຄົງເຂັ້ມແຂງລະຫວ່າງ​ ກາ​ນາ​ດາ ​ແລະ ຫວຽດນາມ ສາມາດກາຍເປັນກຳລັງຜັກດັນທີ່​ຕັ້ງໜ້າ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃນໂລກ”, ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ໃຫ້ຄຳເຫັນ.

ໂດຍຕີ​ລາຄາກ່ຽວກັບ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ໃຫ້​ຮູ້​ວ່າ ປະຈຸ​ບັນ ກາ​ນາ​ດາ ​ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ນຳເຂົ້າຜະລິດ​ຕະພັນ​ຂອງ ​ຫວຽດນາມ ​ຫຼາຍ​ທີ່​ສຸດ​ໃນ​ທົ່ວ​ໂລກ. ຍ້ອນ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ການຄ້າລະຫວ່າງ​ ຫວຽດນາມ ​ແລະ ກາ​ນາ​ດາ ​ໄດ້​ມີ​ການ​ເຕີບ​ໂຕ​ທີ່ໜ້າປະທັບໃຈ ແລະ ສິນຄ້າສ່ວນຫຼາຍແມ່ນຂອງ​ ຫວຽດນາມ ສົ່ງ​ອອກ​ໄປ​ ກາ​ນາ​ດາ.

“ປະຈຸ​ບັນ, ສະບຽງອາຫານຄຸນ​ນະພາ​ບສູງ​ຫຼາຍຢ່າງຂອງ ການາດາ ໄດ້​ຖືກ​ສົ່ງ​ອອກ​ໄປ​ຍັງ ​ຫວຽດນາມ ຍ້ອນ​ຜູ້​ບໍລິ​ໂພກ ຫວຽດນາມ​ ຊອກຫາບັນດາສະບຽງອາຫານທີ່ມີຄຸນ​ນະພາ​ບສູງ, ປອດ​ໄພ ​ແລະ ມີ​ໂພຊະນາການ. ກາ​ນາ​ດາ​ ພວມ​ສະ​ໜອງ​ສະ​ບຽງ​ອາ​ຫານ​ເຫຼົ່າ​ນັ້ນ, ສະ​ນັ້ນ ການ​ສົ່ງ​ອອກ​ຂອງ​ກາ​ນາ​ດາ​ໄປ ​ຫວຽດ​ນາມ ກໍ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພວກເຮົາ​ຕ້ອງ​ສືບ​ຕໍ່​ຊຸກຍູ້ ​ແລະ ສົ່ງເສີມການ​ສົ່ງ​ອອກ​ຈາກ ກາ​ນາ​ດາ ມາ​ຍັງ ຫວຽດນາມ ​ໃຫ້​ທັນ​ກັບ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ”, ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ໃຫ້​ຮູ້​.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ແລ້ວ, ການ​ລົງທຶນ ​ແມ່ນ​ອີກ​ຂົງ​ເຂດ​ທີ່​ມີທ່າແຮງ​ລະຫວ່າງ 2 ປະ​ເທດ. ກາ​ນາ​ດາ ​ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ 14 ຂອງ​ ຫວຽດ​ນາມ, ແຕ່​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ຄົງທີ່​ເປັນປົກກະຕິໃນ​ເວ​ລາ​ຍາວນານ.

“ພວກ​ເຮົາ​ຕ້ອງມີຄວາມ​ບຸກທະລຸຕື່ມ​ອີກກ່ຽວກັບກາລະ​ໂອກາດ​ເພື່ອ​ສ້າງບັນດາລະບົບສະໜອງ, ບັນດາລະບົບມູນຄ່າ, ບໍ່​ພຽງ​ແຕ່​ການ​ແລກປ່ຽນ​ສິນຄ້າເທົ່ານັ້ນ, ​ແຕ່​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສະ​ເໝີ​ພາບ​ໃນ​ການ​ສະໜອງ​ຜະລິດ​ຕະພັນ​ເຕັກ​ໂນ​ໂລຢີ ແລະ ການ​ບໍລິການ​ອື່ນໆ​ໃນ​ທົ່ວ​ໂລກຢ່າງປທ້ຈິງ. ພວກ​ເຮົາ​ຕ້ອງ​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກໂດຍຜ່ານ​ການ​ລົງທຶນ'', ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ກ່າວ.

ກ່ຽວ​ກັບ​ແງ່​ຫວັງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ການ​ສ້າງ​ອະນາຄົດ​ສີຂຽວ​ຕາມ​ຍຸດ​ທະ​ສາດ​ ມະຫາສະໝຸດອິນເດຍ - ​ປາ​ຊີ​ຟິກ ທີ່​ ກາ​ນາ​ດາ​ ພວມ​ເດີນຕາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ຖື​ວ່າ ນີ້​ແມ່ນ​ຈຸດ​ເວລາ​ຍຸດ​ທະ​ສາດ​ເພື່ອ​ໃຫ້ ຫວຽດນາມ ລົງທຶນ​ເຂົ້າ​ບັນດາ​ແຫຼ່ງພະລັງງານ​ສະອາດ ​ແລະ ພະລັງງານທົດ​ແທນ. ແຕ່ສິ່ງນີ້ໄດ້ຮຽກຮ້ອງໃຫ້ມີການລົງທຶນທີ່ດີສົມຄວນ, ກໍຄືສິ່ງແວດລ້ອມນິຕິກຳ ແລະ ເຕັກໂນໂລຢີ.

ການທີ່ ການາດາ ໄດ້ໃຫ້ຄວາມສຳຄັນເຂົ້າໃນອະນາຄົດສີຂຽວ ແລະ ຍືນຍົງໃນພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ແມ່ນການຍອມຮັບວ່າ ລະດັບຄວາມໄວການເຕີບໂຕທີ່ສູງຢູ່ໃນພາກພື້ນນີ້ໃນໂລກ ກໍ່ຍັງມາພ້ອມກັບຄວາມສ່ຽງຫຼາຍຢ່າງ. ຄວາມສ່ຽງເຫຼົ່ານັ້ນ ແມ່ນກ່ຽວຂ້ອງກັບການຮັບປະກັນວ່າ ທຸກຄົນທີ່ໄດ້ຮັບຜົນປະໂຫຍດຈາກການເຕີບໂຕຂອງເສດຖະກິດ ແລະ ສິ່ງແວດລ້ອມ ຈະບໍ່ຖືກຜົນເສຍຫາຍ.

ການາດາມີປະສົບການໃນທຸກຂົງເຂດເຫຼົ່ານີ້. ສະ​ນັ້ນ, ພວກ​ເຮົາ​ພວມ​ເຮັດ​ວຽກ​ຜ່ານ​ການ​ໜູນ​ຊ່ວຍ​ພັດທະນາ ​ແລະ ​ໃຫ້​ຄຳ​ປຶກສາ​ເພື່ອ​ຮັບປະກັນ​ໃຫ້ ຫວຽດນາມ ມີ​ໂອກາດເຂົ້າເຖິງເຕັກ​ໂນ​ໂລ​ຢີແຖວໜ້າຂອງ​ໂລກ - ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ໃຫ້​ຮູ້​.

ຕາມ​ທ່ານ Shawn Steil ແລ້ວ, ປີ 2023 ​ແມ່ນ​ປີ​ທີ່​ພິ​ເສດ​ຂອງ ​ຫວຽດນາມ ​ແລະ ການ​ທີ່ ຫວຽດນາມ ເປັນ​ປະ​ເທດ​ດຽວ​ໃນ​ໂລກທີ່ໄດ້ຕ້ອນຮັບປະມຸກຂອງ 2 ປະ​ເທດ​ໃຫຍ່ ນັ້ນແມ່ນ ອາ​ເມ​ລິ​ກາ ​ແລະ ຈີນ ​ໃນ​ປີ​ນີ້​ ແມ່ນ​ຂີດ​ໝາຍ​ໃຫ້ເຫັນວ່າ ຫວຽດນາມ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ.

“ຂ້າ​ພະ​ເຈົ້າ​ຄິດ​ວ່າ​ພວກ​ເຮົາ​ກໍ່ໄດ້​ເຫັນ​ຜົນ​ສໍາ​ເລັດ​ນັ້ນ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແລະ ​ການ​ລົງ​ທຶນ. ບັນດາ​ນັກ​ລົງທຶນ ​ພວມ​ຊອກມາ ຫວຽດນາມ ຄືແມ່ນສະຖານ​ທີ່​ລົງທຶນ​ທີ່​ປອດ​ໄພ​ໃນ​ສະພາບ​ການ​ທີ່​ໂລກເຕັມໄປດ້ວຍການ​ຜັນ​ແປທັງ​ດ້ານ​ເສດຖະກິດ ​ແລະ ຄວາມ​ໝັ້ນຄົງ”, ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ໄດ້ໃຫ້ຄຳເຫັນ ແລະ ກ່າວຕື່ມອີກວ່າ “ຫວຽດນາມ ຖື​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ” ​ແລະ ນັ້ນ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ທີ່​ ຫວຽດນາມ ໄດ້​ຮັບ​ຜົນ​ສໍາ​ເລັດ​ໃນການ​ຂຸດ​ຄົ້ນ​ໃນ​ຕະ​ຫຼອດ​ປີ​ທີ່​ຜ່ານ​ມາ​.

ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ລະບົບ​ສາກົນ​ຢ່າງ​ຄົບ​ຖ້ວນ ​ແລະ ພວມເຫັນ​ໄດ້ເຖິງ​ຜົນ​ປະ​ໂຫຍ​ດຂອງ​ການ​ເຊື່ອມ​ໂຍງນັ້ນຕໍ່ກັບ​ປະຊາຊົນ. ກາ​ນາ​ດາ ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ຫວຽດ​ນາມ ເພື່ອ​ຮັບປະກັນໃຫ້​ບັນ​ດາ​ຜົນ​ປະ​ໂຫຍດ​ເຫຼົ່າ​ນັ້ນ​ຍືນ​ຍົງ​ໃນ​ອະ​ນາ​ຄົດ.

​ໂດຍແບ່ງປັນ​ຄວາມ​ຮູ້ສຶກຂອງຕົນເມື່ອຕ້ອນຮັບບູນເຕັດຢູ່ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Shawn Steil ​ໃຫ້​ຮູ້​ວ່າ ໂດຍ​ສ່ວນຕົວ​ແລ້ວ, ທ່ານ​ກໍ່ມັກຢູ່ ຮ່າ​ໂນ້ຍ ​ແລະ ຜ່ານພຶດຕິກຳຕົວຈິງຂອງ​ບັນຍາກາດທີ່​ຄຶກຄື້ນຢູ່​ຕາມຖະໜົນ​ຫົນທາງ​ນະຄອນ ຮ່າ​ໂນ້ຍ ​ເພາະວ່າ ​ບູນເຕັດແມ່ນ​ໄລຍະ​ເວລາ​ທີ່ພິ​ເສດ.

“ສິ່ງ​ໜຶ່ງ​ທີ່​ຂ້າພະ​ເຈົ້າມັກ​​​ເຮັດ​ໃນ​ປີ​​ແມ່ນ​ການ​ຈັດ​ງານ​ລ້ຽງບູນເຕັດໃຫ້​ແກ່​ພະນັກງານ​ສະຖານທູດ ​ແລະ ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ​ທັງ​ໝົດ,” ທ່ານ Shawn Steil ​ໄດ້​ສະ​ແດງ​ຄວາມ​ເຫັນຕື່ມ​ວ່າ ທ່ານ“ຫວັງ​ວ່າ​ຈະ​ໄດ້​ມອບ​ຂອງຂວັນບູນເຕັດໃຫ້​ແກ່​ເດັກນ້ອຍ ແລະ ເປັນພະຍານເຖິງຄວາມສຸກຂອງພວກເຂົາໃນຊ່ວງເວລາທີ່ມະຫັດສະຈັນນີ້ໃນປີ".

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.