ເພີ່ມ​ທະວີ​ການ​ຮ່ວມ​ມື​ຫວຽດນາມ - ລາວ ​ໃນ​ການ​ປະຕິ​ຮູບວິສາຫະກິດແຫ່ງລັດ

16:01 | 14/08/2025

ຍສໝ - ວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ສະຫາຍ ເຈີ່ນລືວກວາງ, ເລຂາສູນກາງພັກ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ໄດ້ມີການເຮັດວຽກ ແລະ ແລກປ່ຽນປະສົບການກັບຄະນະຜູ້ແທນປະຕິຮູບວິສາຫະກິດສູນກາງພັກປະຊາຊົນປະຕິວັດລາວ ໂດຍສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະ, ເປັນນຳໜ້າ ເນື່ອງໃນຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ປົກ​ປັກ​ຮັກສາ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ລາວ
​ເພີ່ມ​ທະວີ​ການ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ຫວຽດນາມ​ ອອກ​ສູ່​ໂລກ
ເພີ່ມ​ທະວີ​ການ​ຮ່ວມ​ມື​ຫວຽດນາມ - ລາວ ​ໃນ​ການ​ປະຕິ​ຮູບວິສາຫະກິດແຫ່ງລັດ
ສະຫາຍ ເຈີ່ນລືວກວາງ, ເລຂາສູນກາງພັກ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ກ່າວຄໍາປາໄສທີ່ການເຮັດວຽກ. (ພາບ: Phuong Hoa/TTXVN)

ທີ່​ການ​ພົບ​ປະເຮັດວຽກ, ສະຫາຍ ເຈີ່ນລືວກວາງ ໄດ້​ຕີ​ລາຄາ​ສູງ​ຄວາມໝາຍຂອງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ຂອງຄະນະໃນ​ຄັ້ງ​ນີ້, ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຳຄັນ ​ແລະ ​ແທດ​ຈິງ ເພື່ອປະກອບສ່ວນ​ເຂົ້າ​ໃນ​ການເຮັດໃຫ້ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ເລິກເຊິ່ງກ່ວາອີກ; ໄດ້ສະແດງຄວາມຊົມເຊີຍຜົນສຳເລັດທີ່ ສປປ ລາວ ບັນລຸໄດ້ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ.

ສະຫາຍກໍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການຮ່ວມມືລະຫວ່າງສອງພັກ, ລັດ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືແລກປ່ຽນບົດຮຽນໃນການສ້າງແນວທາງ ແລະ ແຜນການນະໂຍບາຍພັດທະນາເສດຖະກິດ-ສັງຄົມ; ສຳເລັດບັນດາກົດບັນຢັດ, ນະ​ໂຍບາຍ, ພິ​ເສດ​ແມ່ນ​ການ​ປະຕິ​ຮູບ​ວິ​ສາ​ຫະກິດ, ແມ່ນ​ທິດ​ທາງ​ຢ່າງແທດຈິງ ທີ່ມີຄວາມໝາຍສຳຄັນ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ຊຸກຍູ້​ການ​ພັດທະນາ​ຢູ່​ແຕ່ລະ​ປະ​ເທດ.

ສະຫາຍ ເຈີ່ນລືວກວາງ ໄດ້ແຈ້ງໃຫ້ຊາບ ແລະ ແບ່ງປັນກັບຄະນະຜູ້ແທນກ່ຽວກັບແນວທາງ, ນະໂຍບາຍ, ແຜນການໃຫຍ່ຂອງພັກ ແລະ ລັດ ຫວຽດນາມ ໃນຂະບວນການສ້າງສາຄືນໃໝ່, ຈັດຕັ້ງວິສາຫະກິດແຫ່ງລັດຄືນໃໝ່; ​ເນັ້ນ​ໜັກ​ວ່າ ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ​ລ້ວນ​ແຕ່​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ຖື​ວ່າ​ນີ້​ແມ່ນ​ວຽກ​ງານ​ສຳຄັນ​ ເພື່ອ​ຍົກສູງບົດບາດ​ນຳພາ​ຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ລັດ, ພ້ອມ​ທັງ​ຊຸກຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.

ສະຫາຍ ເຈີ່ນລືວກວາງ ໄດ້​ແບ່ງປັນ​ບົດຮຽນ​ຂອງ ຫວຽດນາມ ​ໃນ​ການ​ສ້າງ​ຂອບ​ເຂດ​ນິຕິ​ກຳ​ທີ່​ໂປ່​ງ​ໃສ ​ແລະ ສອດຄ່ອງ; ຮັບປະກັນ​ການ​ເຊື່ອມ​ໂຍງ​ຢ່າງ​ກົມກຽວ​ລະຫວ່າງ​ບົດບາດ​ຄຸ້ມ​ຄອງ​ລັດ ​ແລະ ສິດເປັນເຈົ້າຕົນເອງ​ຂອງ​ວິ​ສາ​ຫະກິດ; ປະດິດສ້າງກົນໄກການປົກຄອງ; ຍົກສູງ​ຄຸນ​ນະພາ​ບຂອງ​ພະນັກງານ​ບໍລິຫານ ​ແລະ ຄົນ​ງານ. ພ້ອມ​ກັນ​ນັ້ນ, ສະຫາຍ​ຍັງ​ໄດ້​ແບ່ງປັນ​ຢ່າງ​ກົງ​ໄປ​ກົງ​ມາ​ເຖິງ​ຄວາມ​ຫຍຸ້ງຍາກ​ທີ່​ຫວຽດນາມ​ ໄດ້​ປະສົບ​ໃນ​ວິວັດ​ການ​ປະຕິ​ຮູບ, ພ້ອມ​ທັງ​ຖອດ​ຖອນ​ບົດຮຽນ​ຈາກ​ການ​ນຳພາ ​ແລະ ທິດ​ທາງ​ຂອງ​ພັກ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ຫວຽດນາມ - ລາວ ​ໃນ​ການ​ປະຕິ​ຮູບວິສາຫະກິດແຫ່ງລັດ
ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະປະຕິຮູບວິສາຫະກິດສູນກາງພັກປະຊາຊົນ ປະຕິວັດລາວ ກ່າວຄໍາປາໄສທີ່ກອງປະຊຸມເຮັດວຽກ. (ພາບ: Phuong Hoa/TTXVN)

ທີ່ການພົບປະ, ສະຫາຍ ສະເຫຼີມໄຊ ກົມມະສິດ ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ຫວຽດນາມ; ໂດຍສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈເຖິງສະ​ຫາຍ ເຈີ່ນລືວກວາງ ທີ່ໄດ້​ແບ່ງ​ປັນ​ບັນ​ດາ​ບົດຮຽນ ແລະ ໃຫ້​ບັນ​ດາ​ຄວາມ​ຮູ້​ສຶກ​ອົບ​ອຸ່ນ ແລະ ການ​ຕ້ອນ​ຮັບເຕັມໄປດ້ວຍມິດຈິດມິດໃຈໃຫ້ຄະນະ; ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ, ທີ່ມີຄວາມໝາຍປະຫວັດສາດທີ່ຫວຽດນາມ ບັນລຸໄດ້ໃນການປັບປຸງກໍ່ສ້າງ, ຢັ້ງຢືນວ່ານີ້ແມ່ນແຫຼ່ງກຳລັງໃຈ ແລະ ລະດົມກຳລັງໃຈຂອງລາວ.

ພ້ອມກັນນັ້ນ, ສະຫາຍ ສະເຫຼີມໄຊ ກົມມະສິດ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ຫຼາຍຢ່າງ, ໜັກແໜ້ນ ກ້າວເຂົ້າສູ່ຍຸກໃໝ່ແຫ່ງການພັດທະນາປະເທດຊາດ; ເນັ້ນໜັກວ່າ ບົດຮຽນຂອງຫວຽດນາມ ໃນການຄຸ້ມຄອງ ແລະ ພັດທະນາລັດວິສາຫະກິດມີຫຼາຍຈຸດຄ້າຍຄືກັນ, ແທດເໝາະກັບສະພາບຕົວຈິງຂອງລາວ, ພິເສດແມ່ນໃນສະພາບການລາວຊຸກຍູ້ການປະຕິຮູບເສດຖະກິດ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ຫວຽດນາມ - ລາວ ​ໃນ​ການ​ປະຕິ​ຮູບວິສາຫະກິດແຫ່ງລັດ
ສາກ​ການ​ເຮັດ​ວຽກ. Phuong Hoa/TTXVN)

ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ແບ່ງປັນກ່ຽວກັບຜົນສຳເລັດໃນການພັດທະນາເສດຖະກິດໃນໄລຍະມໍ່ໆມານີ້, ພ້ອມກັບບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ ສປປ ລາວ ປະສົບໃນວິວັດການປະຕິຮູບ ແລະ ພັດທະນາລັດວິສາຫະກິດ. ສະຫາຍເນັ້ນໜັກວ່າ ບົດຮຽນຂອງຫວຽດນາມ ໃນການສ້າງພື້ນຖານນິຕິກຳ, ສຳເລັດກົນໄກນະໂຍບາຍ, ນຳໃຊ້ຮູບແບບການປົກຄອງໃໝ່ ແລະ ຜັນຂະຫຍາຍວິທີແກ້ໄຂ ເພື່ອຍົກສູງປະສິດທິພາບການດໍາເນີນງານຈະເປັນບົດຮຽນອັນລ້ຳຄ່າ, ໃຫ້ການສະໜັບສະໜູນພາກປະຕິບັດຕົວຈິງເພື່ອພັດທະນາວິສາຫະກິດຂອງລາວ.

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າ​ຮ່ວມ​ມີ​ທ່ານກຳມະການ​ກົມ​ການ​ເມືອງ, ...

ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ

ຍສໝ - ຕອນ​ເຊົ້າ​ວັນ​ທີ 26 ກໍລະກົດ​ນີ້, ຢູ່​ນະຄອນຫຼວງ Rabat, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານປະທານ​ສະມາຄົມ​ມິດຕະພາບ​ Morocco - ຫວຽດນາມ Mustapha El Ktiri ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ Morocco ຢ່າງ​ເປັນ​ທາງ​ການ. ຢູ່ທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ...

ມີງດຶກ