ທີ່ການພົບປະ, ທ່ານລັດຖະມົນຕີ Paulo Chachine ໄດ້ສົ່ງຄຳຊົມເຊີຍເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ບັນດາຜົນງານດີເດັ່ນໃນການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
ທ່ານລັດຖະມົນຕີໄດ້ແຈ້ງໃຫ້ທ່ານນາງເອກອັກຄະລັດຖະທູດກ່ຽວກັບສະພາບການຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ ໂມຊຳບິກ ໃນໄລຍະມໍ່ໆມານີ້, ເນັ້ນໜັກເຖິງຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ Daniel Chapo ໃນການຊຸກຍູ້ການເຈລະຈາຮອບດ້ານກັບທຸກພາກສ່ວນ ແລະ ກຳລັງແຮງໃນສັງຄົມ ເພື່ອຊຸກຍູ້ປະຊາທິປະໄຕ ແລະ ຄວາມປອງດອງຊາດ ເປັນຕົ້ນແມ່ນບັນດາໝາກຜົນທີ່ດີທີ່ ໂມຊຳບິກ ບັນລຸໄດ້ໃນການສະກັດກັ້ນ ແລະ ປາບປາມອາດຊະຍາກຳ, ການຈະລາຈອນມະນຸດເປັນຕົ້ນ.
ທ່ານລັດຖະມົນຕີ Paulo Chachine ໄດ້ສະແດງຄວາມຂອບໃຈຫວຽດນາມ ທີ່ເຊື້ອເຊີນ ໂມຊຳບິກ ເຂົ້າຮ່ວມພິທີລົງນາມໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບອາດຊະຍາກຳທາງອິນເຕີເນັດ, ພ້ອມທັງຕີລາຄາສູງຄຳໝັ້ນສັນຍາ ແລະ ການປະກອບສ່ວນຂອງຫວຽດນາມ ໃນການຊຸກຍູ້ບັນດາຄວາມມານະພະຍາຍາມສາກົນໃນການປ້ອງກັນ ແລະ ຕ້ານອາດຊະຍາກຳທາງອິນເຕີເນັດ ກໍ່ຄືບັນດາບັນຫາທົ່ວໂລກອື່ນໆ.
![]() |
ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ເຈີ່ທິທູຖີນ ແລະ ທ່ານ Paulo Chachine ລັດຖະມົນຕີກະຊວງພາຍໃນ ໂມຊຳບິກ. |
ການມອບສິດຈາກທ່ານປະທານາທິບໍດີ Daniel Chapo, ທ່ານລັດຖະມົນຕີ Paulo Chachine ຈະນຳໜ້າຄະນະຜູ້ແທນຂັ້ນສູງ ໂມຊຳບິກ ເຂົ້າຮ່ວມພິທີລົງນາມ, ຕາງໜ້າໃຫ້ລັດຖະບານ ໂມຊຳບິກ ລົງນາມໃນສົນທິສັນຍາຢູ່ ຮ່າໂນ້ຍ ແລະ ຜັນຂະຫຍາຍການເຄື່ອນໄຫວສອງຝ່າຍອື່ນໆ ໃນໄລຍະການຢ້ຽມຢາມ ຫວຽດນາມ.
ທ່ານລັດຖະມົນຕີໄດ້ສະແດງຄວາມດີໃຈຕໍ່ໝາກຜົນການຮ່ວມມືອັນດີງາມລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ໂມຊຳບິກ, ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຂອງ ໂມຊຳບິກ ແລະ ໂມຊຳບິກ ພ້ອມແລ້ວທີ່ຈະສົມທົບກັບອຳນາດການປົກຄອງ ຫວຽດນາມ ໃນການປ້ອງກັນ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.
ທ່ານນາງເອກອັກຄະລັດຖະທູດ ເຈີ່ນທິທູຖີນ ໄດ້ສະແດງຄວາມຊົມເຊີຍບັນດາໝາກຜົນອັນຕັ້ງໜ້າທີ່ລັດຖະບານ ໂມຊຳບິກ ບັນລຸໄດ້ໃນໄລຍະມໍ່ໆມານີ້, ສ້າງສະພາບແວດລ້ອມທີ່ໝັ້ນຄົງ ແລະ ສະດວກສະບາຍເພື່ອດຶງດູດການລົງທຶນ, ຊຸກຍູ້ການພັດທະນາເສດຖະກິດ.
ທ່ານນາງເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ໂມຊຳບິກ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມພິທີລົງນາມໃນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບອາດຊະຍາກຳທາງອິນເຕີແນັດ, ຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ ໂມຊຳບິກ ຢືນຢັນຄຳໝັ້ນສັນຍາສາກົນໃນດ້ານນີ້. ທ່ານນາງເອກອັກຄະລັດຖະທູດຍັງໄດ້ແຈ້ງໃຫ້ທ່ານລັດຖະມົນຕີຊາບກ່ຽວກັບເນື້ອໃນ, ຄວາມສຳຄັນ ແລະ ການກະກຽມຂອງຫວຽດນາມໃນພິທີລົງນາມ.
ທ່ານນາງເອກອັກຄະລັດຖະທູດ ເຈີ່ນທິທູຖີນ ເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານລັດຖະມົນຕີ Paulo Chachine ເພື່ອເຂົ້າຮ່ວມພິທີລົງນາມໃນສົນທິສັນຍາ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຂອງສອງຝ່າຍ ຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ໂມຊຳບິກ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.
![]() |
ທ່ານລັດຖະມົນຕີ Paulo Chachine ໄດ້ສົ່ງຄຳອວຍພອນເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ. |
ທ່ານນາງເອກອັກຄະລັດຖະທູດກໍ່ໄດ້ສະເໜີບັນດາມາດຕະການສະເພາະເພື່ອປະຕິບັດບັນດາຄຳໝັ້ນສັນຍາຂອງການນຳ 2 ປະເທດຢ່າງມີປະສິດທິຜົນ ແລະ ບັນດາຂໍ້ຕົກລົງທີ່ມີຢູ່ໃນຂົງເຂດປະຕິບັດກົດໝາຍ, ຕ້ານອາດຊະຍາກຳ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບຳລຸງສ້າງຊັບພະຍາກອນມະນຸດ ແລະ ອື່ນໆ.
ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດ ເຈີ່ນທິທູຖີນ ໄດ້ຮຽກຮ້ອງຢ່າງເຄົາລົບໃຫ້ທ່ານລັດຖະມົນຕີ Paulo Chachine ແລະ ກະຊວງພາຍໃນ ໂມຊຳບິກ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ສະຖານທູດປະຕິບັດວຽກງານປົກປັກຮັກສາພົນລະເມືອງ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ແລະ ນິຕິບຸກຄົນຫວຽດນາມ ຢູ່ ໂມຊຳບິກ.
![]() | ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາງຮ້ຽບ ໄດ້ຮັບການແຕ່ງຕັ້ງເປັນປະທານສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ອາຍຸການ 2025-2030. ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່. |
![]() | ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ ຍສໝ - ຕອນບ່າຍວັນທີ 02 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ. |
ມີງດຶກ