​ເອກ​ອັກ​ຄະ​ລັດ​ຖະ​ທູດ ເທບ​ທະ​ວອນ: ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ລາວ

14:44 | 15/09/2025

ຍສໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເທບ​ທະ​ວອນ ໄດ້​ເນັ້ນ​ໜັກ​ວ່າ ນັບ​ແຕ່​ໄດ້​ຮັບ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ປີ 1945, ຫວຽດ​ນາມ ໄດ້​ກາຍ​ເປັນ​ປະ​ເທດ​ເອ​ກະ​ລາດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ນັບ​ມື້​ນັບ​ສະ​ຫງ່າ​ຜ່າ​ເຜີຍ, ຮັກ​ສາ​ເອ​ກະ​ລາດ, ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານນາງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ ຄຳເພົາ ​ເອີນ​ທະ​ວັນ: ຫວຽດ​ນາມ​ຢືນ​ຢັນທີ່ຕັ້ງດ້ວຍຄວາມ​ຕັ້ງ​ໜ້າ​ອັນ​ແຮງ​ກ້າ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ທີ່​ຈະ​ລຸກ​ຂຶ້ນ..
ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ
​ເອກ​ອັກ​ຄະ​ລັດ​ຖະ​ທູດ ເທບ​ທະ​ວອນ: ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ລາວ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເທບ​ທະ​ວອນ ​ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ສະ​ຖານ​ທູດ​ລາວ​ໄປ​ມອບ​ຂອງ​ຂວັນ​ເພື່ອ​ຊົມ​ເຊີຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງຫງອກລິງ ແລະ ພະ​ນັກ​ງານ​ສະ​ຖານ​ທູດ​ຫວຽດ​ນາມ. (ພາບ: Vien /VNA)

ວັນທີ 12 ກັນຍາ, ຢູ່ນະຄອນຫຼວງ Kuala Lumpur, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ທ່ານ ເທບ​ທະ​ວອນ ເອກອັກຄະລັດຖະທູດລາວ ປະຈໍາ ມາເລເຊຍ ໄດ້ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ສະ​ຖານ​ທູດ​ລາວ​ປະຈໍາ ມາເລເຊຍ ມາຢ້ຽມຢາມ ແລະ ອວຍພອນສະຖານທູດຫວຽດນາມ.

ໃນ​ບັນຍາກາດ​ທີ່​ເບີກບານ​ມ່ວນ​ຊື່ນ, ​ທ່ານເອກ​ອັກຄະ​ລັດຖະທູດ​ລາວ ​ໄດ້​ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ດິງຫງອກລິງ ແລະ ພະນັກງານ​ທຸກ​ຄົນ​ຈົ່ງ​ມີ​ຄວາມ​ພາກພູມ​ໃຈ ​ແລະ ​ເບີກບານ​ມ່ວນ​ຊື່ນ​ຕໍ່​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ປະຊາຊົນ​ຫວຽດນາມ ບັນລຸ​ໄດ້​ໃນ​ຕະຫຼອດ 80 ປີຜ່ານມາ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເທບ​ທະ​ວອນ ໄດ້​ເນັ້ນ​ໜັກ​ວ່າ ນັບ​ແຕ່​ໄດ້​ຮັບ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ປີ 1945, ຫວຽດ​ນາມ ໄດ້​ກາຍ​ເປັນ​ປະ​ເທດ​ເອ​ກະ​ລາດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ, ຮັກ​ສາ​ເອ​ກະ​ລາດ, ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍ​ເສດ​ຖະ​ກິດ​ຢືນ​ອັນ​ດັບ 35 ຂອງ​ໂລກ. ທ່ານ​ກ່າວ​ວ່າ ຫວຽດນາມ​ແມ່ນ​ແບບຢ່າງ​ແຫ່ງ​ການ​ພັດທະນາ​ຂອງ​ລາວ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເທບ​ທະ​ວອນ ກໍໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຫວຽດ​ນາມ​ທີ່​ໄດ້​ຢືນ​ຢູ່​ຄຽງ​ຂ້າງ​ເພື່ອ​ປະ​ກອບ​ສ່ວນ​ສ້າງ​ຄວາມ​ເປັນ​ເອ​ກະ​ລາດ​ແລະ​ການ​ພັດ​ທະ​ນາ​ຂອງ​ລາວ​ໃນ​ທຸກ​ວັນ​ນີ້, ຢືນ​ຢັນ​ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື, ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ແມ່ນ​ສະ​ເພາະ​ໃນ​ໂລກ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເທບ​ທະ​ວອນ ປາດ​ຖະ​ໜາ​ວ່າ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ 2 ສະ​ຖານ​ທູດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ.

ສ່ວນທ່ານເອກອັກຄະລັດຖະທູດ ດິງຫງອກລິງ ໄດ້ສະແດງຄວາມຂອບອົກຂອບໃຈທ່ານເອກອັກຄະລັດຖະທູດ ເທບ​ທະ​ວອນ ແລະ ບັນດາສະຫາຍ ແລະ ເພື່ອນຮ່ວມງານຂອງລາວ ທີ່ມີຄວາມຮູ້ສຶກດີ ແລະ ຈິງໃຈຕໍ່ຫວຽດນາມ.

່ທ່ານຢືນຢັນວ່າຈະສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງສອງສະຖານທູດ, ປະກອບສ່ວນບໍາລຸງສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ການສົມທົບກັນຢ່າງມີປະສິດທິຜົນພາຍໃນສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ທີ່​ການ​ພົບ​ປະ​ຢ່າງ​ສະ​ໜິດ​ສະ​ໜົມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ສອງ​ປະ​ເທດ​ໄດ້​ຕີ​ລາຄາ​ບັນດາ​ເຫດການ​ປະຫວັດສາດ​ສຳຄັນ​ຂອງ​ສອງ​ປະ​ເທດ ​ແລະ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງຫງອກລິງ ກໍ່​ໄດ້​ແບ່ງ​ປັນ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ, ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ​ໄດ້​ມອບ​ກະຕ່າ​ດອກ​ໄມ້​ທີ່​ສວຍ​ງາມ ​ເພື່ອ​ເປັນ​ຄຳ​ອວຍພອນ​ອັນ​ດີງາມ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ວັນ​ຊາດ ​ແລະ ຢືນຢັນ​ວ່າ ນ້ຳ​ໃຈ​ມິດຕະພາບ​ລາວ-ຫວຽດນາມ ຈະ​ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ໄປ.

ຫວຽດ​ນາມ​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ ອາ​ຣັບ ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ​ ຫວຽດ​ນາມ​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ ອາ​ຣັບ ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ​

ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງ ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະຫະພັນ ໃນການຮັກສາສັນຕີພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນຕາເວັນອອກກາງ - ອາບຟຼິກກາ ແລະ ໃນໂລກ.

ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ

ຍສໝ - ພາຍຫຼັງວາລະປະ​ຊຸມທີ່ພິທີ​ເປີດ, ກອງປະຊຸມສຳມະນາສາກົນ ຫວຽດນາມ - ລາວ 2025 ດ້ວຍຫົວຂໍ້ “ພັດທະນາເສດຖະກິດມໍລະດົກ - ບົດຮຽນຂອງ ຫວຽດນາມ ແລະ ລາວ” ໄດ້ດຳເນີນ 3 ກອງປະຊຸມສຳມະນາ ດ້ວຍບັນດາເນື້ອໃນຈຸດສຸມກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊີ້ແຈ້ງບັນດາຜົນງານກໍຄືບັນດາບັນຫາທີ່ມີຢູ່ແລ້ວ, ສະເໜີບັນດານະໂຍບາຍອະນຸລັກຮັກສາ ແລະ ພັດທະນາເສດຖະກິດມໍລະດົກ (ລວມມີ: ບັນດາບົດຮຽນຂອງການພັດທະນາທາງດ້ານມໍລະດົກຂອງຫວຽດນາມ ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ