ເອກອັກຄະລັດຖະທູດ Choi Young Sam: ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນ

14:40 | 05/08/2024

ຍສໝ - ວັນ​ທີ 2 ສິງຫາ ປີ 2024, ທີ່​ທຳນຽບປະທານ, ທ່ານ​ປະທານ​ປະ​ເທດ ໂຕເລີມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.​ເກົາຫຼີ ປະຈຳ ຫວຽດນາມ Choi Young Sam. ຢູ່​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.​ເກົາຫຼີ ປະຈຳ ຫວຽດນາມ; ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ.

ການພົວພັນ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ
ການຢ້ຽມຢາມທີ່ນຳການພົວພັນ ຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ

ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ໂຕເລີມ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້ເຫັນປະຈັກຕາການ​ພົວພັນ ​ຫວຽດນາມ - ສ.​ເກົາຫຼີ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ດີ​ທີ່​ສຸດ; ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງຢ່າງ​ບໍ່​ຢຸດ​ຢັ້ງ; ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ກະໂດດຂັ້ນ, ສະ​ແດງ​ໃຫ້​ເຫັນຜ່ານ​ການ​ຍົກ​ລະດັບ​ຂຶ້ນ​ເປັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ” ຂອງສອງຝ່າຍ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກພ້ອມກັບ​ລັດຖະບານ ​ແລະ ປະຊາຊົນ ສ.​ເກົາຫຼີ​ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນກວ່າອີກ.

ທ່ານ​ປະທານ​ປະ​ເທດ ໂຕເລີມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ ​ໃນ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ​ເພື່ອ​​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ.

ເອກອັກຄະລັດຖະທູດ Choi Young Sam: ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນ

ທ່ານປະທານປະເທດ ໂຕເລີມ ໃຫ້ການຕ້ອນຮັບທ່ານ Choi Young Sam ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ.

ໂດຍໄດ້ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໂຄງການ​ກະທຳຜັນຂະຫຍາຍການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ພັດທະນາ​ໃຫ້​ແທດ​ເໝາະ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ປ້ອງ​ກັນ​ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ອາດຊະຍາ​ກຳ​ຄວາມ​ໝັ້ນຄົງ​ແບບ​ໃໝ່.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ ​ແລະ ການພົບປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ; ​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ບັນຫາ​ທີ່ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງຝ່າຍຕ່າງມີ​ຄວາມ​ສົນ​ໃຈ​.

ສ່ວນທ່ານເອກອັກຄະລັດຖະທູດ Choi Young Sam ກໍສະແດງຄວາມເປັນກຽດທີ່ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ໃນຖານະເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ.ເກົາຫຼີ ປະຈໍາ ຫວຽດນາມ; ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Choi Young Sam ປາດ​ຖະໜາ​ຢາກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ ຫວຽດນາມ ເພື່ອຜັນຂະຫຍາຍບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ໂດຍສະເພາະ ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຄື: ຊຸກຍູ້​ການເຄື່ອນໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກຂັ້ນ​ລະຫວ່າງ 2 ປະ​ເທດ. ​ເພີ່ມ​ທະວີ​ການ​ຮ່ວມ​ມືທີ່​ແທດ​ຈິງ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ໂດຍສະເພາະ ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ຝ່າຍ ​ຫວຽດນາມ ​ມີ​ຄວາມ​ສົນ​ໃຈ ​ແລະ ສ.​ເກົາຫຼີ ມີ​ທ່າແຮງ. ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່ແທດຈິງ​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດລະຫວ່າງ​ສອງ​ປະ​ເທດ ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປົກປ້ອງ​ພົນລະ​ເມືອງ​ຢູ່​ແຕ່ລະ​ປະ​ເທດ; ຢືນຢັນ​ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ ​ແລະ ໜູນ​ຊ່ວຍ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ຄູ່​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕສີ​ຂຽວ ​ແລະ ​ເປົ້າ​ໝາຍ​ທົ່ວໂລກ 2030 (P4G) ຢູ່ ຫວຽດນາມ ​ໃນ​ເດືອນ ເມສາ ປີ 2025 ຢ່າງ​ສຳ​ເລັດ​ຜົນ.

ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ຫວຽດນາມ ມານະພະຍາຍາມສ້າງພາກພື້ນອາຊີໃຫ້ດີຂຶ້ນ

ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ຫວຽດນາມ ມານະພະຍາຍາມສ້າງພາກພື້ນອາຊີໃຫ້ດີຂຶ້ນ

ຍສໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ຟ້າມກວາງຮ້ຽວ ໄດ້​ແບ່ງ​ປັນ​ບົດ​ຄວາມ​ອັນ​ແຮງ​ທີ່​ຫວຽດ​ນາມ ປາດ​ຖະ​ໜາ​ທີ່​ກອງ​ປະ​ຊຸມ​ອາ​ນາ​ຄົດພາກພື້ນ​ອາ​ຊີ ​ຄັ້ງ​ທີ 29 ທີ່​ຈະ​ມາ​ເຖິງ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ: ຫວຽດນາມ ໃຫ້ຄຳໝັ້ນສັນຍາໃນລະດັບສູງເພື່ອຮັບປະກັນຄວາມສະເໝີພາບທາງເພດ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ: ຫວຽດນາມ ໃຫ້ຄຳໝັ້ນສັນຍາໃນລະດັບສູງເພື່ອຮັບປະກັນຄວາມສະເໝີພາບທາງເພດ

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 68 ຂອງ​ຄະນະກຳມະການ ສະ​ຖາ​ນະ​ພາບ​ຂອງ​ແມ່​ຍິງ (CSW) ​ແລະ ບັນດາ​ສານ​ທີ່​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ໂວທິແອງຊວນ ​ເນັ້ນ​ໜັກ​ ໃນພິທີ​ເປີດ​ກອງ​ປະຊຸມ​ ວັນທີ 11 ມີນາ​ນີ້.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.