ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ

07:48 | 16/09/2022

ທ່ານ Nanaia Mahuta, ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ ແລະ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 1

ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ ຫວຽດນາມ ແລະ ນິວຊີແລນ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ
ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ ຊຸກຍູ້ການສົ່ງອອກໝາກມັງກອນໄປອົດສະຕາລີ ແລະ ນິວຊີແລນ
ທ່ານ Nanaia Mahuta, ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ  ແລະ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ  ຫວຽດນາມ - ນິວຊີແລນ ຄັ້ງທີ 1
ທ່ານ Nanaia Mahuta, ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ ແລະ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 1

ວັນທີ 14 ກັນຍາ, ທີ່ສຳນັກງານສະພາແຫ່ງຊາດ ນິວຊີແລນ, ທ່ານ Nanaia Mahuta, ລັດຖະມົນຕີກະຊວງການຕ່າງປະເທດ ນິວຊີແລນ ແລະ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 1. ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບສືບຕໍ່ປັບປຸງການພົວພັນການເມືອງທີ່ໄວ້ເນື້ອເຊື່ອໃຈ; ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າກ່ວາອີກ, ໝູນໃຊ້ບັນດາກົນໄກຮ່ວມມືເສດຖະກິດທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ຜັນຂະຫຍາຍບັນດາສັນຍາການຄ້າລຸ້ນໃໝ່ເຊິ່ງສອງຝ່າຍເປັນສະມາຊິກໃຫ້ເປັນຢ່າງດີ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ຝ່າຍ ນິວຊີແລນ ສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງ ນິວຊີແລນ; ຫວັງວ່າ ນິວຊີແລນ ຈະສືບຕໍ່ໜູນຊ່ວຍ ODA ໃຫ້ແກ່ ຫວຽດນາມ ໃນບັນດາຂົງເຂດຄືກະສິກຳແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກ ແລະ ການປ່ຽນແປງໃໝ່ມີຫົວຄິດປະດິດສ້າງ.

ກ່ຽວກັບດ້ານການສຶກສາ - ບຳລຸງສ້າງ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ຝ່າຍ ນິວຊີແລນ ເພີ່ມຈຳນວນທຶນການສຶກສາທຶນລັດຖະບານໃຫ້ແກ່ນັກສຶກສາ ຫວຽດນາມ. ກ່ຽວກັບການຮ່ວມມືການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ທ່ານລັດຖະມົນຕີ Mahuta ເຫັນດີເປັນເອກະພາບສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງກຳລັງຮັກສາສັນຕິພາບ, ການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ, ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານໄພພິບັດທຳມະຊາດ, ກູ້ໄພກູ້ຊີບ…

ສອງຝ່າຍຖືວ່າ, ຄວນຄົ້ນຄ້ວາ, ຊຸກຍູ້ບັນດາຂົງເຂດທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມຮຽກຮ້ອງຕ້ອງການ, ເປົ້າໝາຍຂອງສອງຝ່າຍແມ່ນຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຫລຸດຜ່ອນອາຍພິດຕາມທິດຫັນບັນດາຄຳໝັ້ນສັນຍາຂອງ COP – 26 ໃຫ້ປະກົດຜົນເປັນຈິງ; ອະນຸລັກຮັກສາ ແລະ ພັດທະນາປ່າ, ພັດທະນາກະສິກຳແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ, ຮ່ວມມືອາໃນຊີບຫາປາ ແລະ ປົກປັກຮັກສາສິ່ງແວດລ້ອມທາງທະເລ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.