​ແນະນຳ​ວັດທະນະທຳ​ ແລະ ຮູບ​ເງົາ​ຫວຽດນາມ ​ໃຫ້​ສີ​ລັງກາ​ ແລະ ​ເພື່ອນ​ມິດສາ​ກົນ

14:40 | 24/07/2025

ຍສໝ - ແຕ່​ວັນ​ທີ 22-24 ກໍ​ລະ​ກົດ, ສັບປະດາຮູບ​ເງົາ​ຫວຽດ​ນາມ 2025 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ Colombo, ສີ​ລັງ​ກາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ເຮັດໃຫ້ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ ເລິກເຊິ່ງກ່ວາອີກ ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (21 ກໍ​ລະ​ກົດ 1970 – 21 ກໍ​ລະ​ກົດ 2025). ທ່ານນາງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສີ​ລັງກາ ຈິ້ງທິເຕີມ ເນັ້ນ​ໜັກ​ວ່າ ສັບປະດາຮູບ​ເງົາ​ ​ແມ່ນ​ໂອກາດ​ເພື່ອ​ແນະນຳ​ວັດທະນະທຳ, ປະຊາຊົນ ​ແລະ ​ໂຮງ​ຮູບ​ເງົາ​ຫວຽດນາມ ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ​ເຖິງ​ປະຊາຊົນ ສີ​ລັງກາ ​ແລະ ​ເພື່ອນ​ມິດ​ສາກົນ.

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ
ນັກ​ສຶກສາ​ຫວຽດນາມ ຢູ່ກວາງຊີ ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື
​ແນະນຳ​ວັດທະນະທຳ​ ແລະ ຮູບ​ເງົາ​ຫວຽດນາມ ​ໃຫ້​ສີ​ລັງກາ​ ແລະ ​ເພື່ອນ​ມິດສາ​ກົນ
ພິທີເປີດສັບປະດາຮູບເງົາຫວຽດນາມ ຢູ່ Colombo. (ພາບ: ສະຖານທູດ ຫວຽດນາມ ປະຈຳ ສີລັງກາ)

ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ນະຄອນຫຼວງ Colombo, ສະຖານທູດຫວຽດນາມ ປະຈຳ ສີລັງກາ ໄດ້ຈັດຕັ້ງພິທີໄຂເປີດສັບປະດາຮູບເງົາຫວຽດນາມ 2025. ເຫດການດັ່ງກ່າວມີແຂກຖືກເຊີນປະມານ 250 ຄົນ, ໃນນັ້ນມີບັນດາການນຳຂັ້ນສູງຂອງສີລັງກາ ເປັນຕົ້ນແມ່ນທ່ານປະທານສະພາແຫ່ງຊາດ Jagath Wickramaratne, ທ່ານ ຮອງປະທານສະພາແຫ່ງຊາດ Rizvie Salih, ທ່ານລັດຖະມົນຕີກະຊວງວັດທະນະທຳ, ພຸດທະສາສະໜາ Hiniduma Sunil Senevi, ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຄະນະ​ການ​ທູດ, ສະມາຄົມ​ມິດຕະພາບ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສີ​ລັງກາ.

ກ່າວ​ຄຳປາໄສ​ທີ່​ໄຂ​ກອງ​ປະຊຸມ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສີ​ລັງກາ ຈິ້ງທິເຕີມ ເນັ້ນ​ໜັກ​ວ່າ ສັບປະດາ​ບໍ່​ພຽງ​ແຕ່​ປະກອບສ່ວນເຊີດຊູສາຍ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ​ໃນ​ເຄິ່ງສະຕະວັດ​ຜ່ານ​ມາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ແນະນຳ​ວັດທະນະທຳ, ປະຊາຊົນ ​ແລະ ບັນດາ​ຮູບ​ເງົາ​ຫວຽດນາມ ທີ່​ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ​ເຖິງ​ປະຊາຊົນ ສີ​ລັງກາ ​ແລະ ​ເພື່ອນ​ມິດ​ສາກົນ.

ຮູບເງົາດີເດັ່ນ 3 ເລື່ອງທີ່ນຳມາສະເໜີໃນຂອບເຂດສັບປະດາຮູບເງົາລວມມີ: “ດາວ, ເຟີ ແລະ Piano” - ເລື່ອງຄວາມຮັກໃນທ່າມກາງໄຟຂອງສົງຄາມ; “ບາຢາດີ່ບູ້ຍ” - ເປັນການເດີນທາງທີ່ຕະຫຼົກຂອງການຄົ້ນພົບຕົນເອງ; “ເວີງຈັງເທີເອົ໋າ” - ຮູບເງົາກ່ຽວກັບໄວເດັກຂອງປະທານໂຮ່ຈີມິນ. ນອກຈາກນັ້ນ, ຮູບເງົາສາລະຄະດີສັ້ນແນະນຳຄວາມງາມທຳມະຊາດ ແລະ ວິຖີຊີວິດວັດທະນະທຳຂອງຫວຽດນາມ ກໍ່ຈະໄດ້ຮັບການຄັດຈ້ອນ, ເຮັດໃຫ້ຜູ້ຊົມສີລັງກາມີທັດສະນະທີ່ຫຼາກຫຼາຍ ແລະ ແທດຈິງກ່ຽວກັບປະເທດ ແລະ ປະຊາຊົນຫວຽດນາມ.

​ແນະນຳ​ວັດທະນະທຳ​ ແລະ ຮູບ​ເງົາ​ຫວຽດນາມ ​ໃຫ້​ສີ​ລັງກາ​ ແລະ ​ເພື່ອນ​ມິດສາ​ກົນ
ທ່ານປະທານ​ສະພາ​ແຫ່ງ​ຊາດ​ສີ​ລັງກາ Jagath Wickramaratne ກ່າວ​ຄຳປາໄສທີ່ເຫດການ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ສີລັງກາ)

ກ່າວ​ຄຳປາໄສທີ່​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສີ​ລັງກາ Jagath Wickramaratne ​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ຮູບ​ເງົາ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ປະ​ເທດ. ທ່ານກໍ່ໄດ້ຕີ​ລາຄາ​ສູງ​ບັນດາ​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ, ຢືນຢັນ​ວ່າ ສະພາແຫ່ງຊາດສີ​ລັງກາ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ບັນດາ​ຂໍ້​ລິ​ເລີ່​ມຊຸກຍູ້​ການ​ພົວພັນ​ລັດຖະສະພາ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ.

ໃນຂອບເຂດພິທີ​ເປີດ​ງານ ໄດ້ດຳເນີນການ​ມອບ​ລາງວັນ​ການ​ແຂ່ງຂັນ​ຊອກຮູ້ ແລະ ອອກແບບ logo ​ເພື່ອ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ສີ​ລັງກາ. ບັນດາຜົນງານບັນລຸລາງວັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມີ​ຫົວຄິດ​ປະດິດ​ສ້າງ, ຄວາມ​ຮັກ​ແພງ ​ແລະ ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງຂອງ​ຊາວ​ສີ​ລັງກາ​ ຕໍ່​ຫວຽດນາມ.

ເຫດການ​ດັ່ງກ່າວ​ຍັງ​ໄດ້ເປັນຂີດໝາຍບາດກ້າວ​ບຸກທະລຸ​ໃນ​ການ​ແລກປ່ຽນ​ວັນນະຄະດີ​ລະຫວ່າງ​ສອງ​ປະ​ເທດ ດ້ວຍ​ການ​ນຳ​ເອົາ​ບົດ​ບັນທຶກ​ການ​ແປ​ພາສາ Sinhala ຂອງປື້ມ “ບັນທຶກປະຈຳວັນຂອງທ່ານນາງ ດັ້ງຖູຍເຈີມ” ​ໂດຍ​ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ, ພຸດທະ​ສາສະໜາ ​ແລະ ສາສະໜາ ສີ​ລັງກາ Hiniduma Sunil Senevi ແປ.

ລາຍການ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ບົດ​ເພງ “ຫວຽດນາມ - ສີ​ລັງກາ” ​ແຕ່ງ​ໂດຍ​ນັກ​ດົນຕີ ສີ​ລັງກາ Mohamed Iqbal ພ້ອມ​ກັບ​ການ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງ​ຫວຽດນາມ “ໂຈ໋ງເກີມ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເດັກນ້ອຍ ສີ​ລັງກາ ​ແລະ ຜູ້​ຊົມ. ພາຍຫຼັງ​ພິທີ​ໄຂ, ບັນດາ​ແຂກ​ໄດ້​ຮັບ​ປະທານ​ອາຫານ​ຫວຽດນາມ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່

ຍສໝ - ວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະສານວຽກງານໃນປີ 2025. ກອງປະຊຸມດັ່ງກ່າວ ໂດຍທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ເປັນປະທານຮ່ວມ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ.

ຍສໝ - ວັນ​ທີ 25 ມິຖຸນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ ຄຳເພົາ ເອີນທະວັນ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ, ປະກອບສ່ວນເຮັດໃຫ້​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດເລິກເຊິ່ງກ່ວາອີກ.

ມີງດຶກ