ພິທີແນະນຳ, ຈໍາໜ່າຍປຶ້ມແມ່ນການເຄື່ອນໄຫວຢ່າງແທດຈິງເພື່ອສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ເພື່ອມຸ່ງໄປເຖິງສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ, ປະຈຸບັນ ແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄົບຮອບ 80 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນຫວຽດນາມ ວິລະຊົນ...
![]() |
ພິທີແນະນຳ ແລະ ຈໍາໜ່າຍປຶ້ມຂອງທ່ານເລຂາທິການໃຫຍ່ ໂຕເລີມ. |
ຕາມກະຊວງຕຳຫຼວດແລ້ວ, ເນື້ອໃນຂອງປຶ້ມ “ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ ແລະ ປະຊາຊົນຢ່າງເດັດຂາດ - ສະຫງ່າລາສີຖານະຕຳຫຼວດປະຕິວັດ” ມີ 766 ໜ້າ, ຂະໜາດປຶ້ມ 24 cm x 16 cm.
ໃນນັ້ນ ມີຄຳແນະນໍາຂອງສໍານັກພິມຕຳຫຼວດປະຊາຊົນ ແລະ 80 ບົດຄວາມ, ບົດປາໄສ, ບົດຕອບສໍາພາດ, ຄັດເລືອກຈາກຫຼາຍກ່ວາ 500 ບົດຄວາມໂດຍຜູ້ຂຽນ. ພ້ອມກັນນັ້ນກໍ່ແມ່ນ 71 ຮູບພາບທີ່ສ່ອງແສງຢ່າງມີຊີວິດຊີວາໃຫ້ເຫັນເຖິງການຢ້ຽມຢາມ ແລະ ເຮັດວຽກຂອງທ່ານເລຂາທິການໃຫຍ່ ໂຕເລີມ ຢູ່ຕຳຫຼວດບັນດາຫົວໜ່ວຍ, ທ້ອງຖິ່ນ, ບໍລິເວນຮາກຖານ ໃນໄລຍະດຳລົງຕຳແໜ່ງເລຂາຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ.
![]() |
ບັນດາການນຳກະຊວງຕຳຫຼວດ ແລະ ບັນດາຜູ້ແທນ ໄດ້ເບິ່ງປຶ້ມຂອງທ່ານເລຂາທິການໃຫຍ່ ໂຕເລີມ. |
ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ເລກວກຮຸ່ງ ໃຫ້ຮູ້ວ່າ ດ້ວຍບັນດາການອະທິບາຍຢ່າງເລິກເຊິ່ງ, ປຶ້ມໄດ້ກຳນົດທິດຄວາມຮຽກຮ້ອງ, ໜ້າທີ່, ວິທີແກ້ໄຂໃຫ້ທົ່ວກຳລັງຕຳຫຼວດປະຊາຊົນ ແລະ ໃຫ້ຄະນະພັກ, ອຳນາດການປົກຄອງບັນດາຂັ້ນ ເພື່ອສືບຕໍ່ນຳພາອົງການຈັດຕັ້ງຜັນຂະຫຍາຍປະຕິບັດບັນດາແຜນການນະໂຍບາຍຂອງພັກ ກ່ຽວກັບການປົກປັກຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢ່າງມີໄຊ, ສົມທົບກັນຢ່າງແໜ້ນແຟ້ນກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ການທະຫານ ແລະ ການຕ່າງປະເທດ.
ປຶ້ມດັ່ງກ່າວ ຍັງປະກອບສ່ວນສຳຄັນເພື່ອຍົກສູງປະສິດທິຜົນຂອງວຽກງານສຶກສາດ້ານການເມືອງແນວຄິດ, ຊ່ວຍໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນຮັບຮູ້ ແລະ ເຂົ້າໃຈລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວທາງ, ນະໂຍບາຍ, ທັດສະນະຂອງພັກ, ນະໂຍບາຍຂອງລັດກ່ຽວກັບການປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມຢ່າງເລິກເຊິ່ງກວ່າ. ປຸກລະດົມສົ່ງເສີມນ້ຳໃຈຮັກຊາດ, ຂົນຂວາຍມະຫາຊົນຕັ້ງໜ້າເປັນເຈົ້າການເຂົ້າຮ່ວມ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສັງກາດແຫ່ງການພັດທະນາ.
ປຶ້ມດັ່ງກ່າວ ໄດ້ຮັບການຕີລາຄາມີຄຸນຄ່າອັນໃຫຍ່ຫຼວງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ, ສະໜອງແຫຼ່ງເອກະສານອັນອຸດົມສົມບູນ ພ້ອມກັບລະບົບຂໍ້ໂຕ້ແຍ້ງຢ່າງມີວິທະຍາສາດ ເພື່ອຊີ້ນຳໃຫ້ວຽກງານຄົ້ນຄວ້າ, ພັດທະນາທິດສະດີ, ສະຫຼຸບພາກປະຕິບັດຕົວຈິງ, ສຶກສາບຳລຸງສ້າງ, ບຳລຸງພະນັກງານ ແລະ ສຶກສາມູນເຊື້ອວິລະຊົນປະຕິວັດອັນສະຫງ່າລາສີຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ.
ກ່າວຄຳປາໄສທີ່ພິທີ, ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຢັ້ງຢືນວ່າ ປື້ມບໍ່ພຽງແຕ່ແມ່ນເອກະສານອັນລ້ຳຄ່າເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຢ່າງຈະແຈ້ງບັນດາແນວຄວາມຄິດອັນໃຫຍ່ຫຼວງ, ມີວິໄສທັດຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມເຕີມ ແລະ ພັດທະນາຈິດສຳນຶກ, ຈິນຕະນາການທິດສະດີຂອງພັກກ່ຽວກັບການປົກປັກຮັກຄວາມເປັນລະບຽບຮຽບຮ້ອຍໃນການພົວພັນດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ ແລະ ການທູດຂອງປະເທດ. ນີ້ແມ່ນເຂັມຊີ້ທິດເຍືອງທາງ, ກຳນົດທິດຂອງທົ່ວກຳລັງຕຳຫຼວດປະຊາຊົນໃນວຽກງານການຕໍ່ສູ້ ແລະ ກໍ່ສ້າງກຳລັງໃນຊຸມປີຕໍ່ໄປ.
ເພື່ອເຜີຍແຜ່ເນື້ອໃນຂອງປຶ້ມໃຫ້ກວ້າງຂວາງ, ທ່ານພົນເອກ ເລືອງຕາມກວາງ ສະເໜີໃຫ້ຄະນະພັກ, ການນຳ, ຜູ້ບັນຊາການຕຳຫຼວດທຸກຂັ້ນ ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ເຜີຍແຜ່ບັນດາເນື້ອໃນຂອງປຶ້ມ. ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຫ້ອງວ່າການສູນກາງພັກ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ບັນດານັກທິດສະດີມີຮູບແບບໂຄສະນາ ແລະ ເຜີຍແຜ່ເນື້ອໃນຂອງປຶ້ມ, ແຜ່ກະຈາຍຢ່າງແຮງໃນລະບົບການເມືອງ ແລະ ທົ່ວປວງຊົນ, ຍົກສູງຄຸນຄ່າສູງສຸດຂອງປຶ້ມເພື່ອພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
![]() | ເກີນເທີ: ແນະນຳ, ໂຄສະນາຮູບພາບ “ວັດທະນະທຳຕະຫຼາດລອຍ ກ໋າຍຣັງ” ຍສໝ - ວັນທີ 30 ພະຈິກນີ້, ຢູ່ນະຄອນເກີນເທີ ໄດ້ດຳເນີນວັນບຸນທ່ອງທ່ຽວ“ວັດທະນະທຳຕະຫຼາດລອຍ ກ໋າຍຣັງ” ນະຄອນເກີນເທີ ຄັ້ງທີ 8 ປີ 2024, ໂດຍກົມວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນເກີນເທີ ປະສົມກັບຄະນະກໍາມະການປະຊາຊົນເມືອງ ກ໋າຍຣັງ ຈັດຕັ້ງ. |
ມີງດຶກ