ຄໍາແນະນໍາສໍາລັບການຈັດຕັ້ງປະຕິບັດສັນຍາການຄ້າຊາຍແດນ ຫວຽດນາມ - ລາວ

00:54 | 13/05/2019

ຍສໝ - ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 56/2018/TT - BCT ກ່ຽວກັບການແນະນໍາການຈັດຕັ້ງປະຕິບັດມາດຕາ ຈໍານວນຫນຶ່ງຂອງສັນຍາການຄ້າຊາຍແດນລະຫວ່າງ ລັດຖະບານແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ, ມີຜົນບັງຄັບໃຊ້ແຕ່ວັນທີ 18 ກຸມພາ ປີ 2019 ເປັນຕົ້ນໄປ.

ຄໍາແນະນໍາສໍາລັບການຈັດຕັ້ງປະຕິບັດສັນຍາການຄ້າຊາຍແດນ ຫວຽດນາມ - ລາວ

ດ່ານຊາຍແດນສາກົນລາວບາວ ແຫ່ງ ສສ ຫວຽດນາມ

ເນື້ອໃນແຈ້ງການສະບັບນີ້ກໍ່ໄດ້ກໍານົດຢ່າງຈະແຈ້ງກ່ຽວກັບເອກະສານ, ຂັ້ນຕອນສໍາລັບການລົງທະບຽນກິດຈະກໍາການຄ້າຊາຍແດນຂອງນັກທຸລະກິດຄືຕໍ່ໄປນີ້: ນັກທຸລະກິດທີ່ມີຄວາມຕ້ອງການຢາກໄດ້ຮັບນະໂຍບາຍບຸລິມະສິດທີ່ໄດ້ກໍານົດໄວ້ໃນສັນຍາການຄ້າຊາຍແດນຫວຽດນາມ - ລາວ, ຕ້ອງສົ່ງເອກະສານໂດຍກົງ ຫຼື ສົ່ງເອກະສານລົງທະບຽນກິດຈະກໍາການຄ້າຊາຍແດນຫວຽດນາມ - ລາວ 01 ສະບັບຜ່ານທາງໄປສະນີໄປຍັງໜຶ່ງໃນບັນດາພະແນກອຸດສາຫະກໍາ ແລະ ການຄ້າຂອງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັນຂອງ ສສ ຫວຽດນາມ ກັບ ສປປ ລາວ. ເອກະສານປະກອບມີ:

1.ໃບສະຫມັກສໍາລັບການລົງທະບຽນກິດຈະກໍາການຄ້າຊາຍແດນຕາມແບບຟອມທີ່ໄດ້ກໍານົດໄວ້ໃນເອກະສານຊ້ອນທ້າຍທີ I ໄດ້ຕິດຄັດກັບແຈ້ງການສະບັບນີ້;

2.ໃບຢັ້ງຢືນການລົງທຶນ ຫຼື ໃບຢັ້ງຢືນການຈົດທະບຽນວິສະຫາກິດ ຫຼື ໃບຢັ້ງຢືນການຈົດທະບຽນທຸລະກິດ ຫຼື ໃບຢັ້ງຢືນການຈົດທະບຽນຄອບຄົວທຸລະກິດ ຫຼື ໃບຢັ້ງຢືນການລົງທະບຽນສະຫະກອນ, ສະຫະພັນສະຫະກອນ.

ພາຍໃນ 03 ວັນເຮັດວຽກນັບແຕ່ວັນທີທີ່ໄດ້ຮັບເອກະສານຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມກໍານົດ, ພະແນກອຸດສາຫະກໍາ ແລະ ການຄ້າ ຈະສະເຫນີຕໍ່ປະທານກໍາມະການປະຊາຊົນແຂວງທີ່ມີເສັ້ນຊາຍແດນຮ່ວມກັນຂອງສອງປະເທດເພື່ອພິຈາລະນາ ແລະ ຕັດສິນໃຈໃນການຕົກລົງເຫັນດີໃຫ້ການປະຕິບັດເຄື່ອນໄຫວວຽກງານການຄ້າຊາຍແດນຫວຽດນາມ - ລາວ.

ພາຍໃນ 02 ວັນເຮັດວຽກນັບແຕ່ວັນທີໄດ້ຮັບຄໍາຮ້ອງຂໍຂອງພະແນກອຸດສາຫະກໍາ ແລະ ການຄ້າ, ປະທານກໍາມະການປະຊາຊົນແຂວງທີ່ມີເສັ້ນຊາຍແດນຮ່ວມກັນຂອງສອງປະເທດຈະໄດ້ພິຈາລະນາ, ບໍ່ຕົກລົງເຫັນດີ ຫລື ຕົກລົງເຫັນດີໃນການອະນຸຍາດໃຫ້ນັກທຸລະກິດດໍາເນີນກິດຈະກໍາການຄ້າຊາຍແດນຫວຽດນາມ - ລາວ.
ໃນກໍລະນີທີ່ປະຕິເສດຄໍາຮ້ອງຂໍຂອງນັກທຸລະກິດ, ປະທານກໍາມະການປະຊາຊົນແຂວງທີ່ມີເສັ້ນຊາຍແດນຮ່ວມກັນຂອງສອງປະເທດຈະໃຫ້ຄໍາຕອບ ຫຼື ມອບສິດໃຫ້ພະແນກອຸດສາຫະກໍາ ແລະ ການຄ້າຂອງແຂວງທີ່ມີເສັ້ນຊາຍແດນຊາຍຮ່ວມກັນຂອງສອງປະເທດຈະໃຫ້ຄໍາຕອບຕໍ່ນັກທຸລະກິດດ້ວຍລາຍລັກອັກສອນ ແລະ ຈະອະທິບາຍຢ່າງຈະແຈ້ງ.

ນະໂຍບາຍບຸລິມະສິດໃນສັນຍາການຄ້າຊາຍແດນຫວຽດນາມ - ລາວ

ສິນຄ້ານໍາເຂົ້າແມ່ນຂອງນັກທຸລະກິດຫວຽດນາມ, ດໍາເນີນການທຸລະກິດຢູ່ຫວຽດນາມ, ມີຄວາມຕ້ອງການລົງທະບຽນກິດຈະກໍາການຄ້າຊາຍແດນເພື່ອໄດ້ຮັບນະໂຍບາຍບຸລິມະສິດທີ່ໄດ້ລະບຸໄວ້ໃນສັນຍາການຄ້າຊາຍແດນຫວຽດນາມ - ລາວ, ທີ່ໄດ້ລົງທະບຽນກິດຈະກໍາການຄ້າຊາຍແດນຕາມກົດລະບຽບເຊິ່ງຈະໄດ້ຮັບນະໂຍບາຍບູລິມະສິດດ້ານພາສີນໍາເຂົ້າສິນຄ້າທີ່ໄດ້ກໍານົດໄວ້ໃນມາດຕາ 1 ຂໍ້ 6 ຂອງສັນຍາການຄ້າຊາຍແດນຫວຽດນາມ - ລາວ ເມື່ອໄດ້ຮັບໃບຢັ້ງຢືນແຫລ່ງກໍາເນີດສິນຄ້າ (C/O), ແບບຟອມ S ທີ່ໄດ້ອອກໂດຍອົງການ ຫລື ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງ ສປປ ລາວ.

ສິນຄ້າຂອງນັກທຸລະກິດຫວຽດນາມໄດ້ຮັບໃບຢັ້ງຢືນການລົງທຶນໃນດ້ານການຜະລິດ, ການລ້ຽງສັດ, ການປູກພືດ ຢູ່ທີ່ບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັນຂອງສອງປະເທດຈາກອົງການທີ່ກ່ຽວຂ້ອງແຫ່ງ ສປປ ລາວ, ຕ້ອງການລົງທະບຽນກິດຈະກໍາການຄ້າຊາຍແດນເພື່ອໄດ້ຮັບນະໂຍບາຍບຸລິມະສິດທີ່ລະບຸໄວ້ໃນສັນຍາການຄ້າຊາຍແດນຫວຽດນາມ - ລາວ, ທີ່ໄດ້ລົງທະບຽນກິດຈະກໍາການຄ້າຊາຍແດນຕາມລະບຽບການແລ້ວໃນເວລາທີ່ນໍາເຂົ້າສິນຄ້າເຂົ້າມາໃນປະເທດຫວຽດນາມທີ່ຈະໄດ້ຮັບນະໂຍບາຍບຸລິມະສິດໄດ້ກໍານົດໄວ້ໃນຂໍ້ 7 ແລະ ມາດຕາ 2, ມາດຕາ 13 ຂອງສັນຍາການຄ້າຊາຍແດນຫວຽດນາມ - ລາວ ໃນເງຶ່ນໄຂປະກອບມີບັນດາເອກະສານດັ່ງຕໍ່ໄປນີ້:

ເອກະສານທີ່ອອກໂດຍກະຊວງອຸດສາຫະກໍາ ແລະ ການຄ້າຂັ້ນແຂວງຂອງແຂວງທີ່ມີເສັ້ນຊາຍແດນຮ່ວມກັນຂອງສອງປະເທດ ຫຼື ຫ້ອງການອຸດສາຫະກໍາ ແລະ ການຄ້າ ຂັ້ນເມືອງຂອງແຂວງທີ່ມີເສັ້ນຊາຍແດນຮ່ວມກັນຂອງສອງປະເທດແຫ່ງ ສປປ ລາວ, ຢືນຢັນວ່າສິນຄ້າທີ່ໄດ້ຜະລິດຢູ່ລາວ ແລະ ໂດຍໂຄງການລົງທຶນຂອງນັກລົງທຶນຫວຽດນາມ; ເອກະສານຢັ້ງຢືນຂອງອໍານາດການປົກຄອງແຫ່ງ ສປປ ລາວ ກ່ຽວກັບສິນຄ້າທີ່ໄດ້ຜ່ານການກວດກາ ແລະ ບັນລຸມາດຕະຖານດ້ານຄຸນະພາບ, ການກັກກັນ ແລະ ຄວາມປອດໄພຂອງອາຫານ.

ນັກທຸລະກິດທີ່ໄດ້ຮັບການແຈ້າງການຈາກກໍາມະການປະຊາຊົນແຂວງທີ່ມີເສັ້ນຊາຍແດນຮ່ວມກັນຂອງສອງປະເທດແຫ່ງ ສສ ຫວຽດນາມກ່ຽວກັບການໄດ້ຮັບອະນຸຍາດເຄື່ອນໄຫວກິດຈະກໍາການຄ້າຊາຍແດນຫວຽດນາມ - ລາວ ກໍ່ມີຄວາມໝາຍວ່າຈະໄດ້ຮັບອະນຸຍາດໃຫ້ດໍາເນີນກິດຈະກໍາການຄ້າຊາຍແດນຢູ່ທຸກເຂດຊາຍແດນລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ແລະ ກໍ່ໄດ້ຮັບນະໂຍບາຍບູລິມະສິດທີ່ໄດ້ກໍານົດໄວ້ໃນສັນຍາການຄ້າຊາຍແດນຫວຽດນາມ - ລາວ ແລະ ໃນແຈ້ງການສະບັບນີ້.

ແຈ້ງການສະບັບນີ້ນີ້ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 18 ເດືອນ ກຸມພາ ປີ 2019 ເປັນຕົ້ນໄປ.

(ໄຊພອນ)

ເຫດການ