![]() |
ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. (ພາບປະກອບອິນເຕີເນັດ) |
ເພື່ອນ ແສງດາວົງ, ເພື່ອນ ສຸພະພອນ, ຢູ່ແຂວງ ອັດຕະປື, ໄດ້ສົ່ງຂໍ້ຄວາມມາຫາລາຍການດ້ວຍເນື້ອໃນທີ່ວ່າ: “ເດືອນ ມາສາ ກໍ່ວຽນມາແລ້ວ, ໜຶ່ງໃນບັນດາວັນບຸນສຳຄັນທີ່ສຸດແມ່ນວັນທີ 30 ເມສາ, ຫວຽດນາມ ຈະຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ຂ້າພະເຈົ້າລໍຖ້າໄດ້ເຫັນປະຈັກຕາວັນບຸນພິເສດນີ້. ຈິດໃຈສາມັກຄີຊົນຊາດ, ຄຸນນະທາດໃນສົງຄາມ ແລະ ຄວາມມີໄຫວພິບດ້ານການທູດ ແມ່ນບັນດາປັດໄຈສຳຄັນເພື່ອນຳ ຫວຽດນາມ ກ້າວໄປສູ່ໄຊຊະນະ”.
ເພື່ອນ ວັນວິໄລ ວິໄລວົງ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການ, ຕີລາຄາສູງຄວາມມານະພະຍາຍາມຂອງກຳລັງກູ້ໄພກູ້ຊີບຂອງ ຫວຽດນາມ ເມື່ອກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດຂອງ ຫວຽດນາມ ໄດ້ຈັດສົ່ງ 100 ຄົນໄປ ມຽນມາ ໃນທັນທີ ພາຍຫຼັງເຫດແຜ່ນດິນໄຫວ. ເພື່ອນໃຫ້ຮູ້ວ່າ: “ບັນດາການກະທຳທີ່ເຕັມໄປດ້ວຍນ້ຳໃຈມະນຸດສະທຳນັ້ນ ບໍ່ພຽງແຕ່ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງຢືນຢັນລັດທິວັດທະນະທຳມະນຸດຂອງ ຫວຽດນາມ ຢ່າງເລິກເຊິ່ງອີກດ້ວຍ. ມື້ນີ້, ມຽນມາ ມີແບບຢ່າງທີ່ດີເພື່ອແຍງຕົນເອງ - ນັ້ນແມ່ນ ຫວຽດນາມ, ປະເທດທີ່ໄດ້ຢືດໝັ້ນບົນເສັ້ນທາງແຫ່ງການພັດທະນາແບບຍືນຍົງ ແລະ ນ້ຳໃຈເມດຕາປານີແມ່ນສາຍໄຍທີ່ໝັ້ນແກ່ນຊ່ວຍໃຫ້ບັນດາປະເທດມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນກວ່າ”.
ເພື່ອນ ຄຳສີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າສົ່ງຄຳຂໍຂອບໃຈຢ່າງຈິງໃຈເຖິງບັນດາເພື່ອນທີ່ໄດ້ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າ, ກ່ອນອື່ນໝົດແມ່ນຜ່ານລາຍການ “ໂອ້ລົມກັບເພື່ອນລາວ” ອອກອາກາດໃນທຸກໆວັນພະຫັດ, ແລະ ຕໍ່ຈາກນັ້ນແມ່ນຜ່ານບັນດາອີເມວ ຊ່ວຍແກ້ໄຂຂໍ້ຂ້ອງໃຈຂອງຂ້າພະເຈົ້າ, ຜ່ານນັ້ນ, ຂ້າພະເຈົ້າກໍ່ໄດ້ຮູ້ຈັກເຖິງປະເທດ ຫວຽດນາມ ທີ່ມີການເຄື່ອນໄຫວທີ່ເປັນມູນເຊື້ອຫຼາຍຢ່າງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ບັນດາງານບຸນ, ບັນດາຊົນເຜົ່າດ້ວຍຊຸດອາພອນທີ່ມີສີສັນຫຼາກຫຼາຍ. ວຽກງານຂອງພວກເພື່ອນພວມປະຕິບັດນັ້ນ, ບໍ່ພຽງແຕ່ແມ່ນການສົ່ງຂ່າວ, ຫາກຍັງແມ່ນຂົວເຊື່ອມຕໍ່ລະຫວ່າງຊາວ ລາວ ທີ່ຮັກ ຫວຽດນາມ ແລະ ທ່ານຜູ້ຟັງໃນທົ່ວໂລກ. ຂ້າພະເຈົ້າຫວັງວ່າ, ຍາມໃດພວກເພື່ອນກໍ່ຈະຮັກສາຄວາມເມົາມົວໃນການເຮັດວຽກ ເພື່ອສືບຕໍ່ມີບັນດາລາຍການກະຈາຍສຽງມ່ວນໆ ແລະ ມີໃນເວັບໄຊນຳອີກ”.
![]() |
ທ່ານ ພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ, ນັກປະຕິວັດອາວຸໂສຂອງພັກປະຊາຊົນປະຕິວັດ ລາວ, ເຖິງແກ່ມໍລະນະກຳ (ພາບ: lnr.org.la) |
ເພື່ອນ ຄຳປະສົງ, ນັກສຶກສາ ລາວ, ພວມຮຽນຢູ່ສະຖາບັນການຕ່າງປະເທດ, ທີ່ ຮ່າໂນ້ຍ, ໄດ້ສົ່ງອີເມວມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: “ທ່ານ ພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ, ນັກປະຕິວັດອາວຸໂສຂອງພັກປະຊາຊົນປະຕິວັດ ລາວ, ເຖິງແກ່ມໍລະນະກຳໃນເວລາ 10 ໂມງ 30 ນາທີ ຂອງວັນທີ 02 ເມສາ 2025, ອາຍຸ 102 ປີ. ນີ້ແມ່ນຄວາມສູນເສຍສຳລັບປະຊາຊົນ ລາວ ເວົ້າລວມ ແລະ ປະຊາຊົນ ຫວຽດນາມ ເວົ້າສະເພາະ. ຂ້າພະເຈົ້າຮູ້ສຶກໄດ້ເຖິງນ້ຳໃຈອັນເລິກເຊິ່ງຂອງປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ແກ່ ທ່ານ ພົນເອກ ຄຳໄຕ ສີພັນດອນ, ຜ່ານເລື່ອງ ລັດ ຫວຽດນາມ ໄດ້ຕົກລົງຈັດພິທີໄວ້ທຸກລະດັບຊາດ ທ່ານ ພົນເອກ ຄຳໄຕ ສີພັນດອນ ເປັນ 2 ວັນ, ຜ່ານນີ້ກໍ່ໄດ້ສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີແບບພິເສດ, ສັດຊື່ບໍລິສຸດ, ຫາຍາກລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ. ຂໍຂອບໃຈ ຫວຽດນາມ ແລະ ຂ້າພະເຈົ້າຂໍອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດນັບມື້ນັບສະໜິດແໜ້ນກວ່າເກົ່າ”.
ທ່ານຜູ້ຟັງທີ່ເຄົາລົບ, ບັນດາການປະກອບສ່ວນຂອງ ທ່ານປະທານ ຄຳໄຕ ສີພັນດອນ ໃນການພົວພັນ ຫວຽດນາມ - ລາວ ແມ່ນມີຄວາມສຳຄັນພິເສດ, ກາຍເປັນພື້ນຖານຢ່າງໝັ້ນຄົງໜັກແໜ້ນໃຫ້ແກ່ການພັດທະນາຂອງ 2 ປະເທດ. ພາລະກິດ ແລະ ວິໄສທັດຂອງ ທ່ານປະທານ ຄຳໄຕ ສີພັນດອນ ບໍ່ພຽງແຕ່ຊ່ວຍໃຫ້ປະເທດ ລາວ ພັດທະນາເທົ່ານັ້ນ, ຫາກຍັງປະກອບສ່ວນປັບປຸງສາຍພົວພັນຢ່າງໝັ້ນຄົງໜັກແໜ້ນລະຫວ່າງ 2 ຊາດ, ນຳການພົວພັນ ຫວຽດນາມ - ລາວ ໃຫ້ກາຍເປັນແບບຢ່າງຂອງນ້ຳໃຈສາມັກຄີສາກົນທີ່ໃສແຈ້ງ, ສັດຊື່ບໍລິສຸດຜຸດຜ່ອງໃນຍຸກສະໄໝໃໝ່.
ປີ 1993, ພັກ ແລະ ລັດ ຫວຽດນາມ ໄດ້ປະດັບຫຼຽນໄຊດາວເຫຼືອງໃຫ້ແກ່ ທ່ານປະທານ ຄຳໄຕ ສີພັນດອນ. ນີ້ແມ່ນຂອງຂວັນສູງສົ່ງທີ່ສຸດຂອງລັດ ຫວຽດນາມ ເພື່ອຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງ ທ່ານ ຄຳໄຕ ສີພັນດອນ ທີ່ໄດ້ປະກອບສ່ວນເພີ່ມທະວີ, ປັບປຸງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ທ່ານ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມ, ປະທານສະພາທິດສະດີສູນກາງ, ໃຫ້ຮູ້ວ່າ:
“ໃນຕະຫຼອດພາລະກິດແຫ່ງການຕໍ່ສູ້, ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ທ່ານປະທານ ຄຳໄຕ ສີພັນດອນ, ຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດກັບ ຫວຽດນາມ, ຖືນີ້ແມ່ນປັດໄຈເປັນຕາຍສຳລັບ 2 ປະເທດ”.
ທ່ານຜູ້ຟັງທີ່ເຄົາລົບ, ໃນອາທິດຜ່ານມາ, VOV5 ໄດ້ຮັບບັນດາບົດສົ່ງເຂົ້າຮ່ວມການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025, ໃນນັ້ນ: ລາຍການພາກພາສາ ອິນໂດເນເຊຍ ໄດ້ຮັບບົດຈາກເພື່ອນ Bidhan Chandra Sanyal (ອິນເດຍ); ລາຍການພາກພາສາ ຝລັ່ງ ໄດ້ຮັບ 3 ບົດຂອງບັນດາທ່ານຜູ້ຟັງຈາກ ອິນເດຍ; ລາຍການພາກພາສາ ແອັດສະປາຍ ໄດ້ຮັບ 1 ບົດຂອງເພື່ອນ Héctor Gregorio Goicoechea (ອູຣຸກວາຍ); ລາຍການພາກພາສາ ເຢຍລະມັນ ໄດ້ຮັບ 2 ບົດຈາກເພື່ອນ Helmut Matt (ເຢຍລະມັນ) ແລະ ເພື່ອນ Bidhan Chandra Sanyal (ອິນເດຍ).
ຕາມ vovworld.vn
https://vovworld.vn/lo-LA//ຜຟງກບພາກພາສາລາວ/ຫວຽດນາມ-ຈະຈດພທສະເຫມສະຫອງ-50-ປແຫງວນປດປອຍພາກໃຕ-ທອນໂຮມປະເທດຊາດເປນເອກະພາບ-1381661.vov
![]() | ການເຄື່ອນໄຫວຫຼາຍຢ່າງ ເພື່ຶສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ຍສໝ - ວັນທີ 14 ກຸມພາ, ຢູ່ສະຖາບັນ Goethe ຮ່າໂນ້ຍ, ສະຖານທູດ ເຢຍລະມັນ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຂ່າວແນະນຳແຜນການຈັດຕັ້ງບັນດາເຫດການໃນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (20 ກັນຍາ 1975 – 23 ກັນຍາ 2025). |
ຕາມ vovworld.vn