ສະມາຄົມມິດຕະພາບ ຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກ

11:01 | 21/03/2025

ຍສໝ - ວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ (ສະມາຄົມ) ໂດຍທ່ານ ຫງວຽນແມ້ງຮຸ່ງ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ຮອງປະທານສະມາຄົມ ເປັນຫົວໜ້າຄະນະ, ໄດ້ມາອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ວັນທີ 22 ມີນາ 1955 - ວັນທີ 22 ມີນາ 2025).

ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ
ສະມາຄົມມິດຕະພາບ ຫວຽດນາມ - ອາແຊກໄບຊານ ໄດ້ຈັດຕັ້ງການພົບປະໃນທ້າຍປີ

ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ສົ່ງ​ຄວາມ​ຊົມ​ເຊີຍ​ເຖິງ​ທ່ານ​ນາງ ຄຳ​​ເພົາ ເອີນ​ທະ​ວັນ, ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ພ້ອມ​ດ້ວຍ​ພະນັກງານ​ສະຖານທູດ ​ແລະ ປະຊາຊົນ​ລາວ ທຸກ​ຄົນ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກ

ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ອວຍພອນ​ສະຖານທູດ​ລາວ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ. (ພາບ: Dinh Hoa)

ທ່ານ ຫງວຽນແມ້ງຮຸ່ງ ເນັ້ນໜັກວ່າ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ມີຕົ້ນກຳເນີດອັນດຽວກັນຈາກພັກກອມມູນິດອິນດູຈີນ ສ້າງຕັ້ງໂດຍປະທານ ໂຮ່ຈີມິນ. ສອງພັກ​ໄດ້​ຕໍ່ສູ້​ຮ່ວມ​ກັນ​ເພື່ອ​ເອກະລາດ, ເສລີພາບ ​ແລະ ຮ່ວມເດີນທາງຕາມ​ເສັ້ນທາງ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດ. ​ເຖິງ​ວ່າ​ຈະ​ປະສົບ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ, ສອງ​ຝ່າຍ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ແຕ່ລະ​ປະ​ເທດ, ສືບ​ຕໍ່ປັບປຸງການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ສະໜິດສະໜົມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກ

ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ເຖິງ​ບັນດາ​ພະນັກງານ, ລັດຖະກອນ​ຂອງ​ສະຖານທູດ ​ແລະ ປະຊາຊົນ​ລາວ. (ພາບ: Dinh Hoa)

ທ່ານເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະເທດລາວຈະສືບຕໍ່ພັດທະນາແບບຍືນຍົງ, ນຳມາເຊິ່ງຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ. ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ຢືນຢັນ​ວ່າ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ຍາມ​ໃດ​ກໍ່​ມານະ​ພະຍາຍາມຢ່າງສຸດຈິດສຸໃຈ ເພື່ອເພ່ມພຸນຄຸນສ້າງ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເລິກ​ເຊິ່ງ.

​ທ່ານນາງ ​ເອກ​ອັກຄະ​ລັດຖະທູດ​ລາວ ​ປະຈຳ​ຫວຽດນາມ ​ຄຳ​​ເພົາ ເອີ​ນທະ​ວັນ, ​ຕາງໜ້າ​ໃຫ້​ບັນດາ​ພະນັກງານ, ລັດຖະກອນ​ສະຖານທູດ ເພື່ອສະແດງຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາ​ຄຳ​ອວຍພອນ​ອັນ​ດີງາມ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເນັ້ນ​ໜັກ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ມີຄຸນລັກສະນະພິ​ເສດ ແລະ ຫາ​ຍາກ​ໃນ​ໂລກ. ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ສອງພັກ​ຍາມ​ໃດ​ກໍ່​ພ້ອມ​ກັນ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ໃນ​ໄລຍະ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ມາ​ຮອດ​ປະຈຸ​ບັນ​ໃນ​ການ​ກໍ່ສ້າງ, ປ້ອງ​ກັນ​ປະ​ເທດ ​ແລະ ພັດທະນາ.

​ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ​ຄຳ​​ເພົາ ເອີ​ນທະ​ວັນ ຫວັງ​ວ່າ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ຕໍ່, ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ, ໜູນ​ຊ່ວຍ​ສະ​ຖານ​ທູດ​ໃນ​ການ​ເຄື່ອນ​ໄຫວ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືມິດຕະພາບ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ລາວ ຍາມ​ໃດ​ກໍ່ເຄົາລົບການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ ​ແລະ ຫວັງ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ພ້ອມ​ກັບ ​ແລະ ໜູນ​ຊ່ວຍ​ລາວ​ໃນ​ຂະ​ບວນການ​ພັດທະນາ.

ກ່ອນໜ້ານັ້ນ, ວັນທີ 19 ມີນາ, ທ່ານ ຫງວຽນດັກວິງ, ກໍາມະການສູນກາງພັກ, ປະທານຄະນະກໍາມາທິການວັດທະນະທໍາ-ສັງຄົມຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ບໍ່ວຽງຄໍາ ວົງດາລາ, ກໍາມະການບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ສື່ສານລາວ, ປະທານສູນ​ກາງ​ສະມາຄົມມິດຕະພາບລາວ-ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ.

ໃນ​ຈົດໝາຍ, ທ່ານ ຫງວຽນ​ດັກ​ວິງ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ຜົນງານ​ທີ່​ປະຊາຊົນ​ລາວ ບັນລຸໄດ້ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຈາກ​ການ​ປົກ​ປັກ​ຮັກສາ, ກໍ່ສ້າງ​ປະ​ເທດ ເຖິງການພັດທະນາ​ເສດຖະກິດ, ​ເປີດ​ກວ້າງ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ຍົກ​ສູງ​ທີ່​ຕັ້ງ​ສາກົນ. ທ່ານ​ເຊື່ອ​ໝັ້ນ​ວ່າ ລາວ​ຈະ​ສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ, ປະຕິບັດ​ບັນດາ​ເປັ້າໝາຍຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງ​ທີ 9 ຢ່າງມີຜົນສຳເລັດ, ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ.

ທ່ານ ຫງວຽນ​ດັກ​ວິງ ກໍ່​ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງ​ສອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ລາວ - ຫວຽດນາມ ​ໃນ​ການ​ປັບປຸງ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຫວັງ​ວ່າ 2 ສະມາຄົມ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຫຼາຍ​ຢ່າງ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ ຊົມເຊີຍວັນຊາດ ລາວ ຄົບຮອບ 49 ປີ ສະມາຄົມມິດຕະພາບ ຫວຽດນາມ-ລາວ ຊົມເຊີຍວັນຊາດ ລາວ ຄົບຮອບ 49 ປີ

ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍທ່ານພົນຕີ ເລວັນເຮິນ, ຮອງປະທານສະມາຄົມນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.

ຫວຽດນາມ - ມົງໂກລີ: 70 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ມົງໂກລີ: 70 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະການ​ຮ່ວມ​ມື​ຮອບດ້ານ

ຍສໝ - ວັນທີ 15 ພະຈິກ, ສະມາຄົມມິດຕະພາບ ຫວຽດນາມ - ມົງໂກລີ ໄດ້ຈັດຕັ້ງການພົບປະມິດຕະພາບ ຫວຽດນາມ - ມົງໂກລີ ຢູ່ນະຄອນ ໂຮ່ຈີມິນ, ເປີດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.

ມີງດຶກ

ເຫດການ