ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ

14:00 | 05/04/2025

ຍສໝ - ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ຟ້າມທູຮັ່ງ ອອກສຽງກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ​ຕໍ່​ການ​ປະກາດ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ເກັບ​ພາສີ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ​ອາ​ເມ​ລິ​ກາ.

VUFO, ສູນ​ຄົ້ນຄວ້າ​ລາຄາ ​ແລະ ໂຄສະນາແຫ່ງ​ຊາດ ສືບ​ຕໍ່​ສົມທົບ​ກັນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ
ຊາວ​ໜຸ່ມ​ທຸກ​ຄົນ​ແມ່ນ​ທູດ​ແຫ່ງ​ສັນຕິພາບ, ​ເປັນ​ຂົວ​ຕໍ່​ສ້າງນ້ຳໃຈ​ມິດຕະພາບ.

ວັນ​ທີ 4 ​ເມສາ 2025, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ຖາມ​ເຖິງ​ປະຕິກິລິຍາ​ຂອງ​ຫວຽດນາມ​ ​ຕໍ່​ການ​ປະກາດ​ຂອງ​ອາ​ເມ​ລິ​ກາ​ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ເກັບ​ພາສີ​ສົ່ງ​ອອກ​ຂອງ​ຫວຽດນາມ​ ໄປ​ຍັງ​ອາ​ເມ​ລິ​ກາ, ​ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ຟ້າມທູຮັ່ງ ໃຫ້​ຮູ້​ວ່າ:

ຫວຽດນາມ ສືບ​ຕໍ່​ປະສານ​ສົມທົບ ​ແລະ ​ແລກປ່ຽນ​ກັບ ອາ​ເມ​ລິ​ກາ

ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ຟ້າມທູຮັ່ງ

“ຫວຽດ​ນາມ​ ເສຍ​ໃຈ​ຕໍ່​ການ​ປະ​ກາດ​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ເກັບ​ພາ​ສີ​ຕໍ່​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ​ໄປ​ຍັງອາ​ເມ​ລິ​ກາ.

ພວກຂ້າພະເຈົ້າເຊື່ອ​ໝັ້ນ​ວ່າ ຂໍ້ຕົກລົງ​ດັ່ງກ່າວ​ບໍ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ - ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ບໍ່​ສະທ້ອນ​ເຖິງ​ຈິດ​ໃຈ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ, ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ຕໍ່​ການ​ພົວພັນ​ເສດຖະກິດ - ​ການ​ຄ້າສອງຝ່າຍ, ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ.

​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ແລກປ່ຽນ ​ແລະ ປຶກສາ​ຫາລື​ຢ່າງຕັ້ງໜ້າ ບັນດາ​ມາດ​ຕະການ​ສະ​ເພາະ​ກັບ ອາ​ເມ​ລິ​ກາ ​ເພື່ອ​ລົບ​ລ້າງ​ສິ່ງ​ກີດຂວາງ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ 2 ຝ່າຍ, ມຸ່ງ​ໄປ​ເຖິງ​ການ​ຄ້າ​ທີ່​ຍຸດຕິ​ທຳ, ຍືນ​ຍົງ ​ແລະ ຮັດ​ແໜ້ນ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ.

ຫວຽດນາມ ຈະສືບຕໍ່ສົມທົບ ແລະ ແລກປ່ຽນກັບຝ່າຍ ອາເມລິກາ ບົນຈິດໃຈກໍ່ສ້າງ ແລະ ຮ່ວມມື ເພື່ອຊອກຫາວິທີແກ້ໄຂຕົວຈິງ, ປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ 2 ຝ່າຍພັດທະນາຢ່າງໝັ້ນຄົງ, ຍືນຍົງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດຂອງ 2 ປະເທດ”.

ຕອນ​ເຊົ້າ​ວັນ​ທີ 3 ​ເມສາ​ນີ້ (ຕາມ​ເວລາ​ຫວຽດນາມ), ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ໄດ້​ປະກາດ​ອັດຕາ​ພາສີ​ນຳ​ເຂົ້າ​ຂອງ 180 ກວ່າ​ພື້ນຖານ​ເສດຖະກິດ, ​ໃນ​ນັ້ນມີ ຫວຽດນາມ ຈະຍອມຮັບອັດຕາ 46%.

ທ່ານ Trump ຍັງ​ໄດ້​ກ່າວ​ອີກ​ວ່າ ຈະໜູນໃຊ້ພາສີ​ນຳ​ເຂົ້າ 10% ສຳລັບ​ສິນຄ້າ​ທັງ​ໝົດ​ທີ່​ນຳ​ເຂົ້າ​ໃນ​ອາ​ເມ​ລິ​ກາ​ນັບ​ແຕ່​ວັນ​ທີ 5 ​ເມສາ​ນີ້​ເປັນຕົ້ນ​ໄປ.ນັ້ນ​ໝາຍ​ຄວາມ​ວ່າ​ທຸກ​ປະ​ເທດ ແລະ ​ເຂດ​ແຄວ້ນ​ລ້ວນ​ແຕ່​ຕ້ອງ​ເສຍ​ພາ​ສີ​ນຳ​ເຂົ້າ 10%. ຈາກນັ້ນ, ນັບແຕ່ວັນທີ 9 ເມສາເປັນຕົ້ນໄປ, ຄູ່ຄ້າລາຍໃຫຍ່ທີ່ສຸດຂອງປະເທດຈະຖືກເກັບພາສີທີ່ສູງຂື້ນ, ອີງຕາມຕາຕະລາງທີ່ທ່ານ Trump ປະກາດ.

ຕອນບ່າຍວັນທີ 3 ເມສາ, ທີ່ການປະຊຸມຂ່າວປະຈຳໄຕມາດທີ 1 ປີ 2025 ຂອງກະຊວງການເງິນ, ທ່ານ ຫງວຽນດຶກຈີ ຮອງລັດຖະມົນຕີກະຊວງການເງິນ ເນັ້ນໜັກວ່າ: ຫວຽດນາມ ໄດ້ຕັ້ງໜ້າກວດກາ ແລະ ປັບປຸງອັດຕາພາສີນໍາເຂົ້າສິນຄ້າຫຼາຍປະເພດ, ພິເສດແມ່ນສິນຄ້ານໍາເຂົ້າຈາກ ອາເມລິກາ. ນີ້ບໍ່ພຽງແຕ່ເປັນການປະຕິບັດຕາມນະໂຍບາຍພາສີໃຫມ່ຂອງສະຫະລັດເທົ່ານັ້ນ, ແຕ່ຍັງເພື່ອກ້າວໄປສູ່ການດຸ່ນດ່ຽງການຄ້າທີ່ຍືນຍົງກວ່າ.

“ພວກຂ້າພະເຈົ້າຕ້ອງມານະພະຍາຍາມຢ່າງບໍ່ຢຸດຢັ້ງ ແລະ ສືບຕໍ່ເຈລະຈາກັບສະຫະລັດ ເພື່ອບັນລຸການດຸ່ນດ່ຽງການຄ້າທີ່ສົມເຫດສົມຜົນ, ແຕ່ຄວນຢູ່ໃນທິດທາງຂອງການພັດທະນາເຊິ່ງກັນ ແລະກັນ ແທນທີ່ຈະຮັດແຄບການຄ້າ. ສິ່ງທີ່ສໍາຄັນທີ່ສຸດແມ່ນຮັບປະກັນຜົນປະໂຫຍດຂອງວິສາຫະກິດ ແລະຜູ້ບໍລິໂພກຂອງສອງປະເທດ", ທ່ານ ຫງວຽນດຶກຈີ ແບ່ງປັນ.

ເຊີດຊູພາສາ​ຫວຽດນາມ: ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກນ້ອຍ​ຢູ່​ນະຄອນ New York, ອາ​ເມ​ລິ​ກາ

ເຊີດຊູພາສາ​ຫວຽດນາມ: ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກນ້ອຍ​ຢູ່​ນະຄອນ New York, ອາ​ເມ​ລິ​ກາ

ຍສໝ - ຄະນະ​ປະຈຳ​ຫວຽດນາມປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ສົມທົບ​ກັບ​ມະຫາວິທະຍາ​ໄລ Columbia ​ເພື່ອ​ຈັດ​ຕັ້ງ​ເປີດ​ຫ້ອງ​ຮຽນ​ພາສາ​ຫວຽດນາມ ​ໂດຍ​ບໍ່​ເສຍ​ຄ່າ​ສຳລັບ​ເດັກນ້ອຍ​ຂອງ​ຊຸມ​ຊົນ ຫວຽດນາມ ​ໃນ​ອາຍຸ 6-14 ປີ.

ການ​ພົບ​ປະ, ແລກປ່ຽນ​ກັບ​ບັນດາ​ອະດີດ​ນັກ​ສຶກສາ​ຫວຽດນາມ ທີ່ຮ່ຳຮຽນ​ຢູ່​ກວາງ​ຊີ, ຈີນ

ການ​ພົບ​ປະ, ແລກປ່ຽນ​ກັບ​ບັນດາ​ອະດີດ​ນັກ​ສຶກສາ​ຫວຽດນາມ ທີ່ຮ່ຳຮຽນ​ຢູ່​ກວາງ​ຊີ, ຈີນ

ຍສໝ - ວັນ​ທີ 19 ກຸມພາ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ຈີນ ສົມທົບ​ກັບ​ສູນ​ວັດທະນະທຳ​ ຈີນ ​ປະຈຳ ​ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງກອງປະຊຸມພົບ​ປະ​ລະ​ຫວ່າງ​ຄະນະ​ຜູ້​ແທນ​ແຂວງ​ກວາງ​ຊີ, ຈີນ ກັບຜູ້ຕາງໜ້າ​ນັກຮຽນ ແລະ ນັກສຶກສາຫວຽດນາມ​ ລຸ້ນ​ໃໝ່ທີ່ເຄີຍຮຽນຢູ່ແຂວງ​ກວາງ​ຊີ. ເຫດການແມ່ນເພື່ອຫວນຄືນການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ​ຫວຽດນາມ - ຈີນ ​ແລະ ...

ມີງດຶກ

ເຫດການ