![]() |
ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ສປປ ລາວ ໄດ້ມາເຄື່ອນໄຫວ ເຮັດວຽກ ຢູ່ແຂວງໄຊສົມບູນ |
ຈຸດປະສົງໃນການມາເຄື່ອນໄຫວໃນຄັ້ງນີ້ ເພື່ອເປັນການລົງມາຊຸກຍູ້ ຕິດຕາມສະມາຄົມຊາວຄ້າຂາຍຫວຽດນາມ ແລະ ເພື່ອເປັນການສ້າງເງື່ອນໄຂ ໃຫ້ແກ່ຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ເຄື່ອນໄຫວດຳເນີນທຸລະກິດ ຢູ່ພາຍໃນແຂວງໄຊສົມບູນ. ພ້ອມນີ້ ກໍຈະໄດ້ລົງໄປຢ້ຽມຢາມ ສະມາຄົມຊາວຄ້າຂາຍຫວຽດນາມ ຕື່ມອີກ.
ໃນຕອນບ່າຍຂອງວັນດຽວກັນນີ້, ກໍໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານສະມາຄົມຊາວຫວຽດນາມ ໂດຍມີສະຫາຍ ລັດດາພອນ ສີສະອາດ ຮອງຫົວໜ້າຫ້ອງວ່າການແຂວງ, ມີພະແນກການກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ກໍເພື່ອເປັນການຄົ້ນຄວ້າ ປຶກສາຫາລື ຊອກຫາແນວທາງນະໂຍບາຍ, ກົນໄກ, ປຸກລະດົມ ໃນການສ້າງຕັ້ງສະມາຄົມຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ເຄື່ອນໄຫວດຳເນີນທຸລະກິດ ຢູ່ພາຍໃນແຂວງໄຊສົມບູນ ເພື່ອເກັບກຳສະພາບ, ສະຖິຕິທີ່ຕິດພັນກັບຊາວຫວຽດນາມ ທັງເປັນການສ້າງກົນໄກໃນການສ້າງຕັ້ງສະມາຄົມຊາວຫວຽດນາມ ຕື່ມອີກ.
![]() | ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ກ່ຽວກັບຄວາມໝາຍ, ຈຸດປະສົງ ແລະເນື້ອໃນຈຸດສຸມໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ. |
![]() | ປີໃໝ່ 2024: ມິດຕະພາບອັນອົບອຸ່ນ ລະຫວ່າງ ສະຖານທູດ ຫວຽດນາມ ແລະ ລາວ ປະຈຳ ຝະລັ່ງ ຍສໝ - ວັນທີ 7 ກຸມພາ, ຄະນະຜູ້ແທນສະຖານທູດລາວ ປະຈໍາ ຝະລັ່ງ ໂດຍທ່ານ ເອກອັກຄະລັດຖະທູດ ຟ້າມບີ່ງມິງ ຊີ້ແຈ້ງວ່າ ໄດ້ມາເຖິງສະຖານທູດ ຫວຽດນາມ ປະຈໍາ ຝະລັ່ງ ເພື່ອອວຍພອນປີໃໝ່ 2024 ດ້ວຍບັນຍາກາດອັນອົບອຸ່ນ ແລະ ສະໜິດສະໜົມ. |
ມີງດຶກ