![]() | ເພີ່ມທະວີການພົວພັນ ແລະ ສະໜັບສະໜູນການພັດທະນາຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ |
![]() | ທ່ານເລຂາທິການໃຫຍ່: ສ້າງປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ໃຫ້ນັບມື້ນັບເຂັ້ມແຂງ |
ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ອຸດສະເບກິດສະຖານ ຢ່າງເປັນທາງການ, ຕອນບ່າຍວັນທີ 8 ເມສາ ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ແລະ ພັນລະຍາ ຫງວຽນທິແທງງາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຄວບຕຳແໜ່ງ Uzbekistan ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ອຸດສະເບກິດສະຖານ.
ທີ່ການພົບປະ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ອຸດສະເບກິດສະຖານ ຢືນຢັນວ່າ ຍາມໃດກໍ່ຫັນໄປສູ່ບ້ານເກີດເມືອງນອນ, ປະເທດຊາດ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ເຊື່ອມໂຍງເຂົ້າກັບປະເທດປະຈຳຖິ່ນເທື່ອລະກ້າວ.
![]() |
ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ເຈລະຈາກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ Uzbekistan. (ພາບ: Doan Tan/TTXVN) |
ປະຊາຊົນປາດຖະໜາວ່າ ບັນດາອົງການທີ່ມີໜ້າທີ່ຈະເອົາໃຈໃສ່ ແລະ ມີນະໂຍບາຍວີຊາທີ່ເອື້ອອຳນວຍໃຫ້ແກ່ພົນລະເມືອງຂອງ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ຮັດແໜ້ນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ ປະຊາຊົນ 2 ປະເທດ.
ຕາງໜ້າການນຳພັກ, ລັດ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງເຖິງທ່ານເອກອັກຄະລັດຖະທູດ, ພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ອຸດສະເບກິດສະຖານ ດ້ວຍຄຳຢື້ຢາມຖາມຂ່າວຢ່າງສະໜິດສະໜົມ ແລະ ຄວາມຮັກທີ່ອົບອຸ່ນຈາກບ້ານ.
ຂໍ້ມູນໃຫ້ປະຊາຊົນກ່ຽວກັບບັນດາຜົນງານທີ່ບັນລຸໄດ້ຂອງປະເທດຊາດພາຍຫຼັງເກືອບ 40 ປີແຫ່ງວັນປ່ຽນໃໝ່, , ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຈາກຜົນສະທ້ອນຂອງໂລກ ແລະ ສະພາບການເມືອງ - ເສດຖະກິດພາກພື້ນ, ແຕ່ພາຍໃຕ້ການນຳພາຂອງພັກ ແລະ ຄວາມສາມັກຄີແບບພິເສດຂອງທົ່ວລະບົບການເມືອງ, ແຕ່ປະເທດບັນລຸໄດ້ບັນດາໝາກຜົນສຳຄັນໃນການພັດທະນາເສດຖະກິດ - ສັງຄົມ.
ໃນປີ 2024, ການເຕີບໂຕ GDP ຈະບັນລຸ 7,09%. ລາຍຮັບຕໍ່ຫົວຄົນບັນລຸເກືອບ 4.700 USD, ຂຶ້ນກັບກຸ່ມປະເທດທີ່ມີລະດັບເຕີບໂຕສູງໃນພາກພື້ນ ແລະ ໃນໂລກ, ໄດ້ຮັບການຕີລາຄາສູງຈາກຫຼາຍອົງການຈັດຕັ້ງສາກົນທີ່ໃຫຍ່ຫຼວງ ແລະ ມີຊື່ສຽງ.
ມີການພົວພັນທາງການທູດກັບເກືອບ 200 ປະເທດ; ກາຍເປັນໜຶ່ງໃນ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ, ຢູ່ໃນກຸ່ມ 20 ພື້ນຖານການຄ້າແຖວໜ້າ, ຢູ່ອັນດັບ 32 ໃນ 100 ອັນດັບມູນຄ່າຍີ່ຫໍ້ແຫ່ງຊາດທີ່ແຂງແຮງທີ່ສຸດໃນໂລກ...
ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ເນັ້ນໜັກວ່າ “ບັນລຸໄດ້ໝາກຜົນນີ້ແມ່ນຄວາມມານະພະຍາຍາມຂອງທົ່ວພັກ, ປະຊາຊົນ ແລະ ກອງທັບ, ໃນນັ້ນມີການປະກອບສ່ວນສຳຄັນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ”.
ໂດຍຕີລາຄາສູງປະຊາຄົມຊາວ ຫວຽດນາມ ຢູ່ ອຸດສະເບກິດສະຖານ ຍາມໃດກໍ່ມີຄວາມສາມັກຄີ, ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢ່າງໝັ້ນຄົງຢູ່ປະຈຳຖິ່ນ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ຢືນຢັນວ່າ ນີ້ແມ່ນຂົວຕໍ່ສຳຄັນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນອາດິດ, ປະຈຸບັນ ແລະ ອະນາຄົດ.
ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ຖືວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນສ່ວນໜຶ່ງທີ່ຂາດບໍ່ໄດ້, ແມ່ນປັດໄຈສຳຄັນ ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ບັນດາປະເທດ.
ສະພາແຫ່ງຊາດໄດ້ດັດແປງ, ເພີ່ມທະວີຫຼາຍລະບຽບການ ແລະ ນະໂຍບາຍໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ເຊັ່ນ: ກົດໝາຍວ່າດ້ວຍບັດປະຈຳຕົວ, ກົດໝາຍວ່າດ້ວຍທີ່ດິນສະບັບດັດແປງ... ໄດ້ກຳນົດໃຫ້ຊາວຫວຽດນາມ ສະພາແຫ່ງຊາດໄດ້ປັບປຸງ ແລະ ເພີ່ມທະວີຫຼາຍລະບຽບການ ແລະ ນະໂຍບາຍໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ເຊັ່ນ: ກົດໝາຍວ່າດ້ວຍບັດປະຈຳຕົວ, ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ..., ໄດ້ກຳນົດໃຫ້ຊາວຫວຽດນາມທຸກຄົນມີບັດປະຈຳຕົວ, ບໍ່ວ່າຈະດຳລົງຊີວິດຢູ່ພາຍໃນປະເທດ ແລະ ຕ່າງປະເທດ; ນະໂຍບາຍທີ່ດິນໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ເປັນພົນລະເມືອງຫວຽດນາມ ກໍຄືກັນກັບສ່ວນບຸກຄົນໃນປະເທດ.
ຍົກອອກຢ່າງຈະແຈ້ງການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຢູ່ ອຸດສະເບກິດສະຖານ ດ້ວຍຄວາມປາດຖະໜາຢາກຍົກລະດັບການພົວພັນກັບບັນດາປະເທດອາຊີກາງຮອບດ້ານໃນທຸກຂົງເຂດ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຈະພິຈາລະນາເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ - Uzbekistan ແລະ ພິຈາລະນາເປີດສະຖານທູດ ຫວຽດນາມ ປະຈຳ ອຸດສະເບກິດສະຖານ ຄືນໃໝ່ໂດຍໄວ.
ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ປາດຖະໜາວ່າ ປະຊາຊົນຈະສືບຕໍ່ເສີມຂະຫຍາຍມູນເຊື້ອຮັກສາຄວາມສາມັກຄີ, ປະຕິບັດກົດໝາຍປະຈຳຖິ່ນ, ປະກອບສ່ວນຊຸກຍູ້ການພັດທະນາຂອງ ອຸດສະເບກິດສະຖານ ແລະ ການພົວພັນ ຫວຽດນາມ - ອຸດສະເບກິດສະຖານ; ຮັກສາພາສາຫວຽດນາມ ແລະ ເອກະລັກວັດທະນະທຳຂອງຊາດ; ສືບຕໍ່ປະກອບສ່ວນຈິງໃຈ, ແຮງໃຈໃນພາລະກິດສ້າງສາ ແລະ ພັດທະນາບ້ານເກີດເມືອງນອນ.
![]() | ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ ສະໜິດຕິດພັນກັບບ້ານເກີດເມືອງນອນ ແລະພູມໃຈກ່ຽວກັບຊາດ ຍສໝ - ສຳລັບລູກຫຼານຊາວຫວຽດນາມ ທີ່ຫ່າງໄກບ້ານເກີດເມືອງນອນກໍາລັງດຳລົງຊີວິດ ແລະເຮັດວຽກຢູ່ອົດສະຕາລີ, ບັນດາງານລ້ຽງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຫຼືເອີ້ນກັນດ້ວຍຄວາມຮັກແພງສະໜິດສະໜົມວ່າ 'ປີໃໝ່ປະຊາຄົມ' ໂດຍສະຖານກົງສູນໃຫ່ຍຫວຽດນາມ ປະຈຳຊິດນີ ຈັດຕັ້ງເຊິ່ງໄດ້ຮັບການຕ້ອນຮັບຢ່າງເບີກບານມ່ວນຊື່ນ, ຈູບຈ້າວຫ້າວຫັນ ແລະເຕັມໄປດ້ວຍອາລົມຈິດ. |
![]() | ມຸ່ງໄປເຖິງການສ້າງຕັ້ງເຂດອຸດສາຫະກຳລາວ-ຫວຽດນາມ ຍສໝ - ວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສປປ ລາວ ສະເຫຼີມໄຊ ກົມມະສິດ ເນື່ອງໃນໂອກາດທີ່ໄປຢ້ຽມຢາມ, ເຮັກວຽກຢູຸ່ຫວຽດນາມ. |
ມີງດຶກ