ທ່ານຮອງປະທານປະເທດຫວຽດນາມ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ

00:00 | 20/11/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 20 ພະຈິກ (ຕາມ​ເວລາ​ທ້ອງ​ຖິ່ນ), ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ແດນ​ມາກ​ ຢ່າງ​ເປັນ​ທາງ​ການ, ພາຍຫຼັງ​ເດີນທາງມາ​ຮອດ Copenhagen, ທ່ານ​ຮອງ​ປະທານ​ປະ​ເທດ ນາງ ຫວໍທິແອັງຊັວນ ​ຕ້ອນຮັບ​ປະທານ​ສະມາຄົມ​ມິດຕະພາບ ​ແດນ​ມາກ - ຫວຽດນາມ ​(DAVIFO).

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍທິແອັງຊັວນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ອາ​ຊຽນ ຄັ້ງ​ທີ 16 ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍທິແອັງຊັວນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ອາ​ຊຽນ ຄັ້ງ​ທີ 16
ທ່ານນາງຮອງປະທານປະເທດ ຫວໍຖິ້ແອງຊວນ  ໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຢູ່ເມືອງ ຟອງໂຖ, ແຂວງລາຍເຈົາ. ທ່ານນາງຮອງປະທານປະເທດ ຫວໍຖິ້ແອງຊວນ ໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຢູ່ເມືອງ ຟອງໂຖ, ແຂວງລາຍເຈົາ.

ຕາມສຳນັກຂ່າວສານຫວຽດນາມ ທີ່ໄດ້ນຳສະເໜີຂ່າວ​ຈາກ​ລາຊະ​ອານາຈັກ​ແດນ​ມາກ​ແລ້ວ, ທີ່​ການ​ພົບ​ປະ, ທ່ານ​​ຮອງ​ປະທານ​ປະ​ເທດ ນາງ ຫວໍທິແອັງຊັວນ ຢືນຢັນ​ວ່າ ລັດ ຫວຽດນາມ ​ໄດ້ມີຄວາມເຄົາລົບນັບຖື, ຮັບຮູ້ ​ແລະ ຕີ​ລາຄາ​ສູງ​ການ​ປະກອບ​ຂອງ​ສະມາຄົມ​ມິດຕະພາບ​ ແດນ​ມາກ - ຫວຽດນາມ ​ໃນ​ຕະຫຼອດ 45 ປີຜ່ານມາສຳຫຼັບການພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ແທດຈິງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ​ແດນ​ມາກ.

ທ່ານຮອງປະທານປະເທດຫວຽດນາມ ນາງ ຫວໍທິແອັງຊັວນ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ
ທ່ານ​ຮອງ​ປະທານ​ປະ​ເທດ ນາງ ຫວໍທິແອັງຊັວນ ​​ຕ້ອນຮັບ​ປະທານ​ສະມາຄົມ​ມິດຕະພາບ ​ແດນ​ມາກ - ຫວຽດນາມ ນາງ Trine Glue Doan. (ພາບ: ອານດັງ/TTXVN)

ທ່ານ​​ຮອງ​ປະທານ​ປະ​ເທດ ຕີ​ລາຄາ​ວ່າ ​ນັບ​ແຕ່​ສ້າງ​ຕັ້ງ​ມາ, ສະມາຄົມ​ຍາມ​ໃດ​ກໍ່​ສະໜັບສະໜູນ​ຊ່ວຍ​ຫວຽດນາມ ຢ່າງສຸດອົກສຸດໃຈ​ໃນ​ຂະບວນການສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ໃນ​ໄລຍະ​ທີ່ຫວຍດນາມມີຄວາມ​​​ຫຍຸ້ງຍາກ​ພາຍຫຼັງ​ສົງຄາມ, ປະກອບສ່ວນ​ຊຸກຍູ້ເຜີຍແຜ່​​ພາບພົດ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ຢູ່ ​ແດນ​ມາກ; ເພີ່ມທະວີສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ທ່ານ​ຮອງ​ປະທານ​ປະ​ເທດ ນາງ ຫວໍທິແອັງຊັວນ ​ໄດ້​ສະ​ແດງ​ຄວາມ​​ຕື້ນຕັນໃຈ​ຕໍ່ຄວາມຮັກແພງທີ່​ພິເສດຂອງສະມາຄົມ​ມິດຕະພາບມອບໃຫ້ແກ່ ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ສະມາຄົມ​ຈະ​ສືບ​ຕໍ່ຄວາມ​ສະໜັບສະໜູນອັນລ້ຳຄ່າ​ໃຫ້ ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ບັນດາ​ທິດ​ທາງ​ພັດທະນາ​ຮ່ວມ​ຂອງ 2 ປະ​ເທດ, ຂົນຂວາຍ​ແຫຼ່ງກຳລັງ​ໃຫ້​ບັນດາ​ໂຄງການ​ໜູນ​ຊ່ວຍ​ບັນດາ​ຂົງ​ເຂດ​ທີ່ຍັງມີຄວາມ​​ຫຍຸ້ງຍາກຂອງຫວຽດນາມ.

ທ່ານປະທານ​ສະມາຄົມ​ມິດຕະພາບ​ແດນ​ມາກ - ຫວຽດນາມ ນາງ Trine Glue Doan ​ໄດ້ສະແດງຄວາມ​ຂອບ​ໃຈ​ການ​ຮັບຮູ້ຂອງ​ລັດ ຫວຽດນາມ ​ແລະ ທ່ານ​ຮອງ​ປະທານ​ປະ​ເທດ ນາງ ຫວໍທິແອັງຊັວນ ​ໃນ​ການ​ປະກອບສ່ວນຂອງ​ສະມາຄົມ. ທ່ານ​ນາງ Trine Glue Doan ​ໃຫ້​ຮູ້​ວ່າ: ສະມາຄົມ​ມີ​ສະມາຊິກ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ໄດ້ຮັບການສະໜັບສະໜູນ​ຈາກຫຼາຍ​ຄົນ. ​ແຕ່ລະ​ປີ, ສະມາຄົມ​ໄດ້​ຈັດ​ຕັ້ງ​ຫຼາຍ​ເຫດການປະຊາຄົມ​ເພື່ອ​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ຫວຽດນາມ, ສ້າງກອງທຶນ ​ແລະ ໜູນ​ຊ່ວຍ​ການ​ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ຢູ່​ຫວຽດນາມ. ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ແດນ​ມາກ - ຫວຽດນາມ ຢືນຢັນ​ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ຄະຕິທຳ ​ແລະ ​ຈຸດປະສົງຂອງ​ສະມາຄົມ, ມານະ​ພະຍາຍາມ​ກວ່າ​ອີກ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ ຫວຽດນາມ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ສະມາຄົມ​ມິດຕະພາບ ຊູ​ແອັດ - ຫວຽດນາມ, ນອກ​ແວ - ຫວຽດນາມ ​ເພື່ອສ້າງພາບພົດປະເທດຫວຽດນາມ ຢູ່ສາມປະເທດ ເຂດ Scandinavian ໃຫ້ຈະແຈ້ງກວ່າ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.