ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສິງກະ​ໂປ

20:45 | 26/03/2025

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ Lawrence Wong ໄດ້​ເຫັນ​ດີເປັນເອກະພາບກ່ຽວກັບບັນດາມາດຕະການ “ຕັດ​ສິນໃຈ, ທັນ​ການ” ເພື່ອ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ສິງ​ກະ​ໂປ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ
ຫວຽດ​ນາມ ຢັ້ງ​ຢືນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ການ​ໝູນ​ໃຊ້ AI

ຕອນ​ເຊົ້າ​ວັນ​ທີ 26 ມີນາ, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ມີກອງປະຊຸມພົບປະກັບ​ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ Lawrence Wong.

ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສິງກະ​ໂປ


ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ Lawrence Wong ໄດ້​ຖ່າຍຮູບ​ຮ່ວມ​ກັນ​ກ່ອນ​ກອງປະຊຸມພົບປະ. (ພາບ: Duong Giang/TTXVN)

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Lawrence Wong ມີຄວາມໝາຍສຳຄັນ, ເປັນການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງຄັ້ງທຳອິດ ພາຍຫຼັງການນຳ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລີມ; ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ປີ 2025 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ ​ແລະ 60 ປີ​ແຫ່ງ​ວັນ​ຊາດ ສິງກະ​ໂປ, ຊ່ວຍ​ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ຂອງ 2 ປະ​ເທດ ​ເພື່ອ​ແນ​ໃສ່ຫັນບັນດາເນື້ອໃນບັນຈຸຂ້າງໃນຂອງ​ຂອບ​ການ​ຮ່ວມ​ມື​ໃໝ່ເປັນລະອຽດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ສະແດງຄວາມ​ຊົມ​ເຊີຍຕໍ່​ບັນ​ດາ​ຜົນ​ສຳ​ເລັດ​ໃນການ​ພັດ​ທະ​ນາຂອງສິງ​ກະ​ໂປ​; ອວຍພອນ​ໃຫ້​ສິງກະ​ໂປ​ ປະສົບ​ຜົນສຳ​ເລັດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ 2025; ເຊື່ອ​ໝັ້ນ​ວ່າ ສິງ​ກະ​ໂປ ຈະ​ປະ​ຕິ​ບັດບັນ​ດາ​ໂຄງ​ການ “ກ້າວຂື້ນ ສິງ​ກະ​ໂປ​” ແລະ “ຄວາມຝັນ ສິງ​ກະ​ໂປ​”ຢ່າງ​ສຳ​ເລັດ​ຜົນ ເພື່ອ​ສ້າງ​ສາ​ສັງ​ຄົມ​ທີ່​ຍຸ​ຕິ​ທຳ, ກົມ​ກຽວ ແລະ ວັດທະນາຖາວອນ.

ທ່ານ​ນາຍົກລັດຖະມົນຕີ ກໍ່​ແບ່ງປັນ​ວ່າ ຫວຽດນາມ ພວມປະຕິບັດ “​ເລັ່ງລັດ, ​ບຸກທະລຸ ​ແລະ ​ໄປ​ເຖິງ​ເສັ້ນ​ໄຊ”, ສູ້​ຊົນ​ບັນລຸ​ຄາດໝາຍ​ເຕີບ​ໂຕ​ເປັນ​ສອງ​ຕົວ​ເລກ​ນັບ​ແຕ່​ປີ 2026, ມຸ່ງ​ໄປ​ສູ່​ຍຸກ​ໃໝ່ - ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ, ວັດທະນາ​ຖາວອນ, ວັດທະນາ​ຖາວອນ.

ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສິງກະ​ໂປ

ທ່ານ ນາຍົກລັດຖະມົນຕີ ສິງກະໂປ Lawrence Wong ກ່າວຄຳປາໄສ. (ພາບ: Duong Giang/TTXVN)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Lawrence Wong ໄດ້ສະ​ແດງ​ຄວາມ​ດີ​ໃຈ​ທີ່​ທ່ານ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ທຳ​ອິດ​ໃນ​ຖາ​ນະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ພາຍຫຼັງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ຢ້ຽມ​ຢາມ ສິງ​ກະ​ໂປ ຢ່າງ​ເປັນ​ທາງ​ການ ເພື່ອ​ຊຸກ​ຍູ້​ການ​ຜັນຂະຫຍາຍ​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມືລະອຽດລະ​ຫວ່າງ 2 ປະ​ເທດ.

ທ່ານນາຍົກລັດຖະມົນຕີ ສິງກະໂປ ກໍສະ​ແດງ​ຄວາມ​ຊົມເຊີຍ ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງພາຍຫຼັງ 40 ປີແຫ່ງວັນປ່ຽນໃໝ່, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດແຖວໜ້າຂອງ ອາຊຽນ; ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງສິງກະໂປ ໃນພາກພື້ນ.

ທ່ານນາຍົກລັດຖະມົນຕີ ສິງກະໂປ ເນັ້ນໜັກວ່າ ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ມີຄວາມປະຫວັດສາດໃນການພົວພັນສອງຝ່າຍ, ພິເສດ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງສິງກະໂປ ແຫ່ງທຳອິດໃນ ອາຊຽນ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມໃກ້ຊິດ ແລະ ຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ປະຊາຊົນ 2 ປະເທດພັດທະນາການພົວພັນ ຫວຽດນາມ - ສິງກະໂປ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນກວ່າ.

ການ​ນຳ​ສອງ​ປະ​ເທດ​ຍິນ​ດີ​ມີ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສິງກະ​ໂປ​ຮັກສາ​ຖານະ​ເປັນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ຢູ່​ຫວຽດນາມ; ຕື່ມອີກ 2 ສວນອຸດສາຫະກຳ ຫວຽດນາມ - ສິງກະໂປ ໄດ້ຮັບການອະນຸມັດລົງທຶນ, ສ້າງຕາໜ່າງເຂດ VSIP 20 ແຫ່ງຢູ່ 14 ແຂວງ, ນະຄອນຂອງຫວຽດນາມ, ວົງເງິນການຄ້າເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ບັນລຸ 10,3 ຕື້ USD ໃນປີ 2024.

ຫວຽດນາມ ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າ​ໄປ​ສິງກະ​ໂປ ໃຫຍ່​ທີ່​ສຸດ. ສອງ​ຝ່າຍ​ຍັງ​ໄດ້​ຮັບ​ຮູ້​ຄວາມ​ຄືບ​ໜ້າ​ໃນ​ດ້ານ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ - ຄວາມ​ໝັ້ນຄົງ, ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການທ່ອງທ່ຽວ, ​ແຮງ​ງານ ​ແລະ ການ​ແລກປ່ຽນ​ປະຊາຊົນ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະພາບກ່ຽວ​ກັບ​ບັນດາ​ມາດ​ຕະການ “​ຕັດສິນ​ໃຈ, ທັນ​ການ” ​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ສ້າງ​ບາດກ້າວ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ; ​ໃນ​ໄລຍະ​ຈະ​ມາ​ເຖິງ, ຕ້ອງສະເລັດ ແລະ ປະຕິບັດໂຄງການກະທຳຜັນຂະຫຍາຍ​ຂອບ​ເຂດ​ການ​ພົວພັນ​ໃໝ່​ໄລຍະ 2025-2030 ​ຢ່າງ​ມີ​ປະສິດທິ​ຜົນ.

2 ຝ່າຍ​ເຫັນ​ດີເປັນເອກະພາບ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການພົບປະຂັ້ນ​ສູງ ​ແລະ ທຸກ​ຂັ້ນ; ຜັນຂະຫຍາຍບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ກົນ​ໄກ​ກອງປະຊຸມປະຈຳ​ປີ​ລະຫວ່າງ​ນາຍົກລັດຖະມົນຕີ 2 ປະ​ເທດ; ປັບປຸງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພິເສດແມ່ນຄວາມປອດໄພທາງອິນເຕີເນັດ, ບົນຈິດໃຈຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ນາຍົກລັດຖະມົນຕີ 2 ທ່ານ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ ​ໂດຍ​ຜ່ານ​ການ​ຊຸກຍູ້ 5 ​ເສົາ​ຄ້ຳ​ຂອງ​ສັນຍາ​ເຊື່ອມ​ໂຍງ​ເສດຖະກິດ​ສອງ​ປະ​ເທດ, ຄູ່​ຮ່ວມ​ມື​ເສດຖະກິດ​ສີຂຽວ - ດິຈິ​ຕອນ, ​ເຮັດ​ໃຫ້​ການ​ຮ່ວມ​ມື ຫວຽດນາມ - ສິງກະ​ໂປ ​ເປັນ​ແບບຢ່າງ​ໃນ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສິງກະໂປ ສ້າງເງື່ອນໄຂເພື່ອນຳບັນດາຜະລິດຕະພັນກະເສດ, ປ່າໄມ້, ການປະມົງ ແລະ ອາຫານປຸງແຕ່ງຂອງ ຫວຽດນາມ ເຂົ້າສູ່ລະບົບຈຳໜ່າຍຂອງສິງກະໂປ; ພັດທະນາ​ເຄືອ​ຂ່າຍ VSIP 2.0 ​ໃນ​ທິດ​ທາງ​ແບບ​ຍືນ​ຍົງ ​ແລະ ສະຫຼາດ, ນຳ​ໃຊ້​ເຕັກ​ໂນ​ໂລຢີ​ການ​ຜະລິດ​ສະຫຼາດ ​ເພື່ອ​ປະສິດທິ​ຜົນ​ການ​ດຶງ​ດູດ​ແຫຼ່ງທຶນ​ທີ່​ມີ​ຄຸນ​ນະພາ​ບສູງ​ເຂົ້າ​ຫວຽດນາມ.

ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ​ເຫັນ​ດີ​ວ່າ 2 ປະ​ເທດ​ຕ້ອງ​ຊີ້​ແຈ້ງ​ບັນດາ​ບັນຫາ​ຕົ້ນຕໍ​ເພື່ອ​ຍົກ​ລະດັບ​ລະບົບ VSIP ​ໃນ​ປະຈຸ​ບັນ​ຂຶ້ນ​ເປັນ VSIP 2.0 ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ຂຽວ, ສະຫຼາດ​ກວ່າ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

ທ່ານນາຍົກລັດຖະມົນຕີ ສິງກະໂປ ເຫັນດີກັບຂໍ້ສະເໜີ “6 ກ່ວາ” ຂອງທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ , ໃນນັ້ນ ມີການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເຊື່ອມໂຍງສອງພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ານພົວພັນແລກປ່ຽນປະຊາຊົນຢ່າງແໜ້ນແຟ້ນ, ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີກວ່າ, ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຕັ້ງໜ້າ ​ແລະ ການ​ຮ່ວມ​ມື​ສາກົນ​ໃນ​ພາກ​ພື້ນ​ທີ່​ໃກ້ຊິດ​ກວ່າ; ສະ​ເໜີ​ໃຫ້​ສອງ​ປະ​ເທດ​ພັດທະນາ​ຢ່າງ​ຕັ້ງໜ້າ​ໂດຍ​ໄວ​ໃນ​ການ​ສົ່ງ​ອອກ​ພະ​ລັງ​ງານ​ລົມ​ນອກ​ຝັ່ງ​ທະ​ເລ, ການ​ແລກປ່ຽນ​ສິນ​ເຊື່ອ​ກາກ​ບອນ, ​ແລະ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ການ​ເງິນ​ໂດຍ​ຜ່ານ​ໂຄງການ​ເຊື່ອມ​ຕໍ່​ການ​ຊຳລະ​ຂາຍຍ່ອຍ​ຂ້າມ​ຊາຍ​ແດນ​ດ້ວຍ​ລະຫັດ QR ​ແລະ​ການ​ສົ່ງ​ຂໍ້​ມູນ​ຂ້າມ​ຊາຍ​ແດນ, ​ເຮັດ​ໃຫ້ການ​ຜະລິດ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ.

ນາຍົກລັດຖະມົນຕີ 2 ທ່ານ ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນຄື: ການສຶກສາ, ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການແລກປ່ຽນວັດທະນະທຳ-ສິລະປະ, ການທ່ອງທ່ຽວ, ການເຊື່ອມຕໍ່ການບິນ, ເຊື່ອມຕໍ່ວິສາຫະກິດ ແລະປະຊາຊົນ.

ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສິງກະ​ໂປ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ກ່າວ​ຄຳປາໄສທີ່​ກອງປະຊຸມພົບປະກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ Lawrence Wong. (ພາບ: Duong Giang/TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ ສິງກະໂປ ຮັບເອົາຄົນງານຫວຽດນາມ ພາຍໃຕ້ວີຊາເຮັດວຽກ, ເປີດກວ້າງອຸດສາຫະກຳຮັບຄົນງານ, ສ້າງເງື່ອນໄຂໃຫ້ແກ່ການຮຽນພາສາຫວຽດນາມ ຢູ່ໂຮງຮຽນທີ່ມີນັກຮຽນຫວຽດນາມ ຫຼາຍແຫ່ງ, ຊຸກຍູ້ບົດບາດຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ຢູ່ສິງກະໂປ.

ປຶກສາຫາລືການຮ່ວມມືຫຼາຍຝ່າຍ ແລະ ພາກພື້ນ, ສອງຝ່າຍໄດ້ຕີລາຄາສູງການສົມທົບກັນຢ່າງເປັນປົກກະຕິຂອງສອງປະເທດ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງເຂົ້າບັນດາອົງການ, ອົງການຈັດຕັ້ງສະຫະປະຊາຊາດ; ເຫັນດີເປັນເອກະພາບສົມທົບກັບບັນດາປະເທດອາຊຽນ ເພື່ອຮັບປະກັນຄວາມສາມັກຄີ, ເປັນເອກະພາບ, ຮັກສາບົດບາດໃຈກາງຂອງອາຊຽນ; ຊຸກຍູ້ການພັດທະນາແບບຍືນຍົງຂອງອະນຸພາກພື້ນ, ລວມທັງອະນຸພາກພື້ນແມ່ນໍ້າຂອງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ເຫັນ​ດີ​ຮັກ​ສາ​ຫຼັກ​ໝັ້ນ​ລວມ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ; ເນັ້ນໜັກເຖິງຄວາມສຳຄັນຂອງເສລີພາບ ແລະຄວາມປອດໄພຂອງການເດີນເຮືອ ແລະ ການບິນ; ຮັບປະກັນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC); ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ ​ແລະ ມານະ​ພະຍາຍາມ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງແທດ​ຈິງ ​ແລະ ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS).

ພາຍຫຼັງກອງປະຊຸມພົບປະ, ນາຍົກລັດຖະມົນຕີ 2 ທ່ານ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງ 2 ປະເທດ, ໃນນັ້ນມີ ໜັງສືເຈດຈຳນົງການຮ່ວມມືກໍ່ສ້າງໂຄງການດຳເນີນງານເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຂໍ້ຕົກລົງໃນຂົງເຂດການຄ້າພະລັງງານລົມ, ການຈ່າຍເງິນຂ້າມຊາຍແດນໂດຍໃຊ້ລະຫັດ QR, ການພັດທະນາດີຈີຕອນ ແລະ ນະວັດຕະກຳ, ການແລກປ່ຽນປະຊາຊົນ...

ຫວຽດ​ນາມ ແລະ ກູ​ບາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຜະ​ລິດ​ເຂົ້າ​ສານ

ຫວຽດ​ນາມ ແລະ ກູ​ບາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຜະ​ລິດ​ເຂົ້າ​ສານ

ຍສໝ - ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ແມ່ນເນື້ອໃນຫຼັກຂອງການເຮັດວຽກລະຫວ່າງ ທ່ານ ຫງວຽນແທັງງິ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ແລະ ທ່ານ Ydael Jesus Pezez Brito ລັດຖະມົນຕີກະຊວງກະສິກຳກູບາ ໃນວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຍສໝ - ວັນ​ທີ 24 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ເລືອງ​ຕ່າມກວາງ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານນາງ ຄຳເພົາ ເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງ​ໃນ​ໂອ​ກາດ​ເລີ່ມອາຍຸການປະຕິບັດງານຢູ່ ​ຫວຽດ​ນາມ.

ມີງດຶກ

ເຫດການ