ໃນ 9 ເດືອນຕົ້ນປີ 2023 ກ່າເມົາ ດຶງດູດ16 ຕື້ດົ່ງຈາກບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ

16:05 | 18/10/2023

ຍສໝ - ນີ້​ແມ່ນ​ຂໍ້​ມູນ​ໃນ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໄຕ​ມາດ 3 ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງກ່າ​ເມົາ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ຕຸລາ.

ຄົ້ນຫາແຫຼມ ກ່າເມົາ ຕາມທາງນ້ຳ ຄົ້ນຫາແຫຼມ ກ່າເມົາ ຕາມທາງນ້ຳ
ແຂວງກ່າເມົາ ສສ.ຫວຽດນາມ: ການພັດທະນາການປະມົງແບບຍືນຍົງ ແລະມີຄວາມຮັບຜິດຊອບ ແຂວງກ່າເມົາ ສສ.ຫວຽດນາມ: ການພັດທະນາການປະມົງແບບຍືນຍົງ ແລະມີຄວາມຮັບຜິດຊອບ

ຕາມ​ການ​ຕີ​ລາຄາ​ທີ່​ກອງ​ປະຊຸມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກ່າ​ເມົາ ​ໄດ້​ສ້າງ​ສຳ​ເລັດ​ໂດຍ​ພື້ນຖານ​ໂຄງການ​ເຮັດ​ວຽກ​ຮອດ​ປີ 2023. ວຽກ​ງານ​ຂົນຂວາຍ​ບັນດາ​ອົງການ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ​ ໄດ້​ສຸມ​ໃສ່​ບັນດາ​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ບັນດາ​ຂົງ​ເຂດຢ່າງ​ແທດກັບຕົວຈິງຂອງ​ແຂວງ​, ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ປະກັນ​ສັງຄົມ.

​ໃນ​ໄຕ​ມາດ​ທີ 4, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກ່າ​ເມົາ ຈະ​ສືບ​ຕໍ່​ປະຕິບັດ​ແຜນການ​ເລກທີ 52/KH-UBND ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ລະດົມ​ການ​ຊ່ວຍ​ເຫຼືອ​​ຈາກບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ​ຕ່າງປະ​ເທດ ໃນ​ໄລຍະ 2023-2025 ຂອງ​ແຂວງ ກ່າ​ເມົາ.

ໃນ 9 ເດືອນຕົ້ນປີ 2023 ກ່າເມົາ ດຶງດູດ16 ຕື້ດົ່ງຈາກບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ

ໃນ 9 ເດືອນຕົ້ນປີ 2023 ກ່າເມົາ ດຶງດູດ16 ຕື້ດົ່ງຈາກບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ

119 ​ລາຍການ ​ແລະ ​ໂຄງການ​ຕ້ອງການ​ການ​ຊ່ວຍ​ເຫຼືອ​ຈາກ​ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ​ຕ່າງປະ​ເທດ ​ໃນ​ໄລຍະ 2023 - 2025.

​ເດືອນ 3/2023, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ່າ​ເມົາ ໄດ້​ອອກ​ແຜນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຂົນ​ຂວາຍ​ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ​ຕ່າງປະ​ເທດ ​ໄລ​ຍະ 2023 – 2025 ຢູ່​ແຂວງ ກາ​ເມົາ.

ຕາມ​ນັ້ນ​ແລ້ວ, ​ແຂວງ​ມີ 119 ລາຍການ ​ແລະ ​ໂຄງການ​ທີ່​ຫຍຸ້ງຍາກ ​ແລະ ຮີບ​ດ່ວນ ຮຽກຮ້ອງ​ການ​ຊ່ວຍ​ເຫຼືອ ​ຈາກ​ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ​ຕ່າງປະ​ເທດ ​ໃນ​ໄລຍະ 2023 – 2025 ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​, ຄື: ການ​ສຶກສາ - ບຳລຸງ​ສ້າງ, ສາທາລະນະ​ສຸກ, ທີ່ຢູ່​ອາ​ໄສ, ຄົມມະນາຄົມ​ຊົນນະບົດ, ນ້ຳ​ສະອາດ, ວັດທະນະທຳ, ສັງຄົມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຄະນະ​ກຳມະການ​ປະຊາຊົນ​ແຂວງ ກໍ່​ໃຫ້​ບຸລິມະສິດ​ບັນດາ​ເຂດ​ປະສົບ​ໄພ​ແມ່ນ​ບັນດາ​ເມືອງ​ດ້ອຍ​ໂອກາດ, ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຕາ​ແສງ​ທຸກ​ຍາກ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ແຄມ​ທະ​ເລ, ​ເຊິ່ງຊາວ​ເຜົ່າ​ສ່ວນ​ໜ້ອຍ​ດຳລົງ​ຊີວິດ.

ແຂວງ​ກ່າ​ເມົາ ​ຈະ​ເພີ່ມ​ທະວີ​ການຕິດຕາມ​ກວດກາ ​ແລະ ຊຸກຍູ້​ໃຫ້​ບັນດາ​ໂຄງການ ໄດ້​ປະຕິບັດ​ຢ່າງ​ທັນ​ການ, ມີ​ຄຸນ​ນະພາ​ບ ​ແລະ ຖືກຕ້ອງ​ຕາມ​ກົດໝາຍ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ບໍລິຫານ​ງານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກ່າ​ເມົາ ​ໄດ້ລາອອກຈາກຕຳແໜ່ງ​ທ່ານດ່ວານວັນບີງ, ຮອງ​ປະທານ​ສະຫະພັນ​ມິດຕະພາບ​ແຂວງ​ ​ແລະ ​ໄດ້​ເລືອກ​ຕັ້ງ​ທ່ານຫງວຽນກ່ວາງຮູງ, ຮອງ​ປະທານ​ສະມາຄົມ​ຊາວ​ກະສິກອນ​ແຂວງ ໄດ້ເຂົ້າ​ຮ່ວມ​ຄະນະ​ບໍລິຫານ​ງານ​ດ້ວຍ​ຕຳ​ແໜ່ງ​ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກ່າ​ເມົາ ​ໄລຍະ 2021-2026.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.