ເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ສະພາບ​ການ​ໃໝ່ຢ່າງບໍ່ຢຸດຢັ້ງ

10:12 | 24/03/2025

ຍສໝ - ສະພາບການໂລກ ແລະພາກພື້ນໃນປັດຈຸບັນ ພວມມີການປ່ຽນແປງຢ່າງ ວ່ອງໄວ ແລະຜັນປ່ຽນຢ່າງສັບສົນ, ເລີ່ມຈາກສະພາບຕົວຈິງ “ນໍ້າໃຈ ອ້າຍນ້ອງ” ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ

ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ຕຳຫຼວດ​ປະຊາຊົນ, ​ແມ່ນ​ຂົວ​ຕໍ່​ສຳຄັນໃຫ້ນ້ຳໃຈມິດຕະພາບ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ຕຳຫຼວດ​ປະຊາຊົນ, ​ແມ່ນ​ຂົວ​ຕໍ່​ສຳຄັນໃຫ້ນ້ຳໃຈມິດຕະພາບ
​ເຊື່ອມ​ຕໍ່​ ຫວຽດນາມ ​ແລະ ຈີນ ຜ່ານ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ ​ເຊື່ອມ​ຕໍ່​ ຫວຽດນາມ ​ແລະ ຈີນ ຜ່ານ​ການ​ປູກ​ຕົ້ນ​ໄມ້​ມິດຕະພາບ

ພັກ​ກອມ​ມູນິດ​ອິນ​ດູ​ຈີນ, ຕົ້ນກໍາເນີດຂອງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 3 ກຸມພາ 1930, ​ພາຍໃຕ້​ການ​ນຳພາໂດຍກົງ ແລະ​ຮອບດ້ານ​ຂອງ​ປະທານ ​ໂຮ່ຈີ​ມິນ, ບໍ່ພຽງແຕ່ຊ່ວຍການ ຕໍ່ສູ້ຂອງ​ປະຊາຊົນ​ສາມປະເທດອິນດູຈີນ ຫວຽດນາມ-ລາວ-ກຳປູ​ເຈຍ ບັນລຸບາດກ້າວພັດທະນາ, ຫາກຍັງສ້າງປະຖົມປັດໄຈໃຫ້ແດ່ການສ້າງຕັ້ງ ຂອງ ພັກປະຊາຊົນ ປະຕິວັດລາວ ເມື່ອຫ່າງຈາກນີ້ 70 ປີກ່ອນໃນ ວັນທີ 22 ມີນາ 1955 ອີກດ້ວຍ.

20 ປີແຫ່ງການຕໍ່ສູ້ຕ້ານຈັກກະພັດອາເມລິກາ ເປັນໄລຍະຂອງຕໍ່ສູ້ຢ່າງດຸ ເດືອດ ແລະລຳບາກ, ແຕ່ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດ ສ່ອງໄສຂອງພັກປະຊາຊົນ ປະຕິວັດລາວ, ກໍາລັງປະຕິວັດລາວ ໄດ້ມີ ຍຸດທະວິທີ ທີ່ໄຫວພິບ, ເຂົ້າຮ່ວມລັດຖະບານສະຫະພັນ 3 ເທື່ອໃນເມື່ອປີ 1957, 1962 ແລະ 1973 ແລະໝັ້ນຄົງ ເຂັ້ມແຂງກວ່າພາຍຫຼັງແຕ່ລະຄັ້ງ.

ນັບ​ແຕ່​ປີ 1975 ​ເປັນ​ຕົ້ນ​ມາ, ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ເປັນ​ພັກ​ກຳ​ອຳ​ນາດ ແລະ ໄດ້​ສ້າງ​ຕັ້ງອໍານາດການປົກຄອງ​ໃໝ່; ສຸມ​ໃສ່​ນຳພາ​ການ​ຟື້ນ​ຟູ​ເສດຖະກິດ-ສັງຄົມ, ສຸມ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ແລະຜົນ​ຮ້າຍຢ້ອນຫຼັງຈາກ​ສັງຄົມ​ທີ່​ຖືກ​ປະ​ໄວ້​ໂດຍ​ລະບອບ​ເກົ່າ, ນໍາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫັນ​ເປັນ​ປົກກະຕິ​ເທື່ອ​ລະ​ກ້າວ; ພ້ອມ​ກັນ​ນັ້ນ, ສຸມ​ໃສ່​ພັດທະນາ​ການ​ສຶກສາ, ລົບ​ລ້າງ​ໄພ​ກືກ​ໜັງສື, ອະນຸລັກ​ຮັກສາ ​ແລະ ພັດທະນາ​ວັດທະນະທຳ​ອັນ​ດີງາມ​ຂອງ​ປະເທດຊາດ ​ແລະຂອງ​ຊາດ.

ໃນໄລຍະຕົ້ນຂອງພາລະກິດປົກປັກຮັກສາປະເທດຊາດ ແລະສ້າງສາ ປະເທດຊາດ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ສຸມໃສ່ເຂົ້າໃນວຽກງານກໍ່ສ້າງພັກ, ວາງອອກບັນດາໜ້າທີ່ ແລະ ທິດທາງໃນ ການກໍ່ສ້າງພັກໃນໄລຍະໃໝ່ຄື: “ກໍ່ສ້າງພັກຕ້ອງເລີ່ມຈາກໜ້າທີ່ການເມືອງ ແລະສຸມໃສ່ປະຕິບັດສຳເລັດໜ້າທີ່ການເມືອງຂອງພັກ; ກໍ່ສ້າງພັກໃຫ້ໝັ້ນຄົງ ເຂັ້ມແຂງໃນທັງ 3 ດ້ານ ຄື: ການເມືອງ, ແນວຄິດ; ກົງຈັກ; ກໍ່ສ້າງພັກ ຕິດພັນກັບກໍ່ສ້າງອໍານາດການປົກຄອງ; ແລະຂະບວນການ ມະຫາຊົນ”

ເພີ່ມພູນຄູນສ້າງນໍ້າໃຈ​ມິດຕະພາບ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ສະພາບ​ການ​ໃໝ່ຢ່າງບໍ່ຢຸດຢັ້ງ
ບັນຍາກາດທີ່ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງ ຕັ້ງ ພັກປະຊາຊົນ ປະຕິວັດລາວ (22-3-1955 / 22-3-2025). ພາບ: ສໍານັກຂ່າວສານຫວຽດນາມ

ໂດຍເລີ່ມຈາກສະພາບຕົວຈິງຂອງລາວ ນັບແຕ່ປີ 1975 ແລະ ດ້ວຍການສະຫຼ່າາສ່ອງແສງຂອງພັກ, ໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໃນປີ 1986, ພັກປະຊາຊົນ ປະຕິວັດລາວ ໄດ້ສະເໜີແນວທາງປ່ຽນແປງໃໝ່, ເລີ່ມຈາກການປ່ຽນແປງໃໝ່ທາງດ້ານເສດຖະກິດ, ຕົ້ນຕໍແມ່ນປ່ຽນແປງໃໝ່ ນະໂຍບາຍດ້ານເສດຖະກິດ; ກຳນົດຕົວ ແລະ ນຳໃຊ້ພື້ນຖານເສດ ຖະກິດຫຼາຍພາກສ່ວນ, ເສດຖະກິດຕະຫຼາດ, ເປີດກວ້າງການຮ່ວມມືກັບ ຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫັນປ່ຽນຈາກ ເສດຖະກິດທຳມະຊາດ ແລະເຄິ່ງທຳມະຊາດ, ກຸ້ມຕົນເອງເປັນເສດຖະກິດ ສິນຄ້າ; ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V, VI, VII, VIII, IX, X ແລະ XI ຂອງພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້ສືບ​ຕໍ່​ນຳພາ​ການຈັດ​ຕັ້ງຜັນຂະຫຍາຍແນວທາງ ປ່ຽນແປງໃໝ່, ດ້ວຍການກວດກາ, ສະຫຼຸບ, ​ຕີ​ລາຄາ ​ແລະຖອດ​ຖອນ​ບົດຮຽນ​ຈາກ​ສະພາບ​ຕົວ​ຈິງ​ໃນ​ແຕ່​ລະ​ໄລຍະຢ່າງມີລະບົບ ແລະຕໍ່ເນື່ອງ, ພ້ອມກັນນັ້ນ​ໄດ້​ຮັບ​ການ​ຍົກລະດັບເທື່ອລະກ້າວ ​ແລະນໍາແນວທາງປ່ຽນ ແປງໃໝ່ຮອບດ້ານມີຫຼັກການຂອງພັກນັບມື້ນັບຮອບສົມບູນແບບ.

ປະຈຸບັນ, ປະເທດລາວມີການພົວພັນທາງການທູດກັບ 149 ປະເທດ, ມີອົງການຜູ້ຕາງໜ້າການທູດຂອງລາວຢູ່ 42 ປະເທດ, ມີອົງການຜູ້ຕາງໜ້າຕ່າງປະເທດຢູ່ລາວ 33 ແຫ່ງ, ມີການພົວພັນທາງ ການທູດກັບ 140 ກວ່າພັກການເມືອງ ແລະ ການພົວພັນເສດຖະກິດກັບ 50 ກວ່າປະເທດ.

​ໃນຕະຫຼອດ​ໄລຍະ 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ຕໍ່ສູ້, ​ເຕີບ​ໂຕ ​ແລະນຳພາ​ການ​ປະຕິວັດ, ພັກ​ປະຊາຊົນ​ປະຕິວັດ​ລາວ ຍາມ​ໃດ​ກໍ່​ຮັກສາ​ຄຸນທາດທາງ​ດ້ານ​ການ​ເມືອງ, ຄຸນທາດການປະຕິວັດວິທະຍາສາດ; ຍຶດໝັ້ນຕໍ່ລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ປະເທດ ແລະລັກສະນະພິເສດຂອງລາວ; ພັກ​ປະຊາຊົນ​ປະຕິວັດ​ລາວ ​ຍາມໃດ ກໍ່ຢຶດໝັ້ນ, ສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມ, ດ້ວຍການສ້າງ ​ແລະບົວລະນະລະບອບ​ປະຊາທິປະ​ໄຕ​ປະຊາຊົນ​ໃຫ້​ສົມບູນ​ແບບ, ໝັ້ນແກ່ນ ກ້າວຂຶ້ນຕາມ​ເສັ້ນທາງ​ສັງຄົມ​ນິຍົມ.

ກ້າວເຂົ້າສູ່ໄລຍະໃໝ່ໃນປັດຈຸບັນ, ພັກປະຊາຊົນ ປະຕິວັດລາວ ໄດ້ຊີ້ນຳ ນຳພາ ປະຕິບັດໂຄງການດໍາເນີນງານແຫ່ງຊາດ 2 ຄັ້ງຢ່າງທັນການ ແລະ ປະສົບຜົນສໍາເລັດ, ລວມມີ ໂຄງການດໍາເນີນງານແຫ່ງຊາດແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະໂຄງການດໍາເນີນງານ ແຫ່ງຊາດສະກັດກັ້ນ ແລະຕ້ານຢາເສບຕິດ ໃນປີ 2021. ຫວ່າງແລ້ວນີ້ ສູນກາງພັກປະຊາຊົນປະຕິວັດລາວ ກໍ່ໄດ້ປະກາດມະຕິກ່ຽວກັບການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະມະຕິກ່ຽວກບັການປັບປຸງກົງ ຈັກຈັດຕັ້ງ, ສ້າງ​ການ​ປ່ຽນ​ແປງ​ຢ່າງຕັ້ງໜ້າ ​ແລະເລິກ​ເຊິ່ງ, ​ນໍາ​ປະ​ເທດ​ລາວ​ໝັ້ນແກ່ນກ້າວ​ໄປ​ຕາມເສັ້ນທາງ​ສັງຄົມ​ນິຍົມ.

ສະພາບການໂລກ ແລະພາກພື້ນໃນປັດຈຸບັນ ພວມມີການປ່ຽນແປງຢ່າງ ວ່ອງໄວ ແລະຜັນປ່ຽນຢ່າງສັບສົນ, ເລີ່ມຈາກສະພາບຕົວຈິງ “ນໍ້າໃຈ ອ້າຍນ້ອງ” ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ຍ້ອນວ່າ ມີຕົ້ນກຳເນີດຈາກພັກກອມມູນິດອິນດູຈີນ ໂດຍ ປະທານ ໂຮ່ຈີມິນ ສ້າງຕັ້ງ ແລະນຳພາໂດຍກົງ ຮອບດ້ານ, ບົນພື້ນຖານ ສາຍພົວພັນສະໜິດຕິດພັນ, ສັດຊື່ບໍລິສຸດ, ຮ່ວມສຸກຮ່ວມທຸກ, ຂຸມ ຕະຄອງດຽວກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ, ຍາດເອົາເອກະລາດແຫ່ງຊາດ ມາໃຫ້ແຕ່ລະປະເທດຫວຽດນາມ ແລະລາວ, ພັກ​ກອມ​ມູນິດ​ຫວຽດນາມ ​ແລະພັກ​ປະຊາຊົນ​ປະຕິວັດ​ລາວ ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຄວາມ​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ບົນ​ຈິດ​ໃຈ “​ຂົ້ົ້ົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ແບ່ງກັນກິນ”, ຈັບ​ມື​ກັນ​ກ້າວ​ໄປ​ໜ້າ; ສືບ​ຕໍ່​ນຳພາ 2 ປະ​ເທດ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ.

ຜັນຂະຫຍາຍການຮ່ວມມື​ລະຫວ່າງ​ກະຊວງ​ພາຍ​ໃນ​ ຫວຽດນາມ ​ແລະ ລາວ ​ໄລຍະ 2023-2026 ຢ່າງ​ມີ​ປະສິດທິ​ຜົນ ຜັນຂະຫຍາຍການຮ່ວມມື​ລະຫວ່າງ​ກະຊວງ​ພາຍ​ໃນ​ ຫວຽດນາມ ​ແລະ ລາວ ​ໄລຍະ 2023-2026 ຢ່າງ​ມີ​ປະສິດທິ​ຜົນ

ຍສໝ - ວັນ​ທີ 10 ກຸມພາ 2025, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ມິ​ງເຕີມ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ​ເຮັດ​ວຽກ​ກັບ ທ່ານ ວິໄລວົງ ບຸດດາຄຳ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ລາວ.

ການ​ນຳ​ພັກ, ລັດ ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ. ການ​ນຳ​ພັກ, ລັດ ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ.

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ວັນ​ທີ 3 ກຸມພາ, ຄະນະ​ຜູ້​ແທນ​ຄະນະບໍລິຫານງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້ໄປວາງພວງມາລາ, ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ.

ແສງເດືອນ

ເຫດການ