ການ​ນຳ​ພັກ, ລັດ ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ.

09:26 | 06/02/2025

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ວັນ​ທີ 3 ກຸມພາ, ຄະນະ​ຜູ້​ແທນ​ຄະນະບໍລິຫານງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້ໄປວາງພວງມາລາ, ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ.

ຫຼາຍ​ເຫດການ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໂດຍ​ຫວຽດນາມ ​ໃນ​ປີ 2025
50 ປີ​ແຫ່ງ​ວັນ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ: ເປັນ​ຂົວ​ຕໍ່​ທີ່​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ປະ​ເທດຊາດ

ໂດຍ​ເຂົ້າ​ຮ່ວມພິທີຂ່ຳນັບມີ: ທ່ານ​ເລຂາທິການ​ໃຫຍ່ ຫວຽດນາມ ໂຕເລີມ; ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ; ທ່ານປະທານປະເທດ ເລືອງເກື່ອງ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານອະດີດນາຍົກລັດຖະມົນຕີ ຫງວຽນເຕີນຢຸ່ງ; ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຈີ່ນແທງເໝີນ; ທ່ານ​ອະດີດ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ; ຄະນະປະຈຳ​ຄະນະ​ເລຂາທິການ ​ເຈີ່ນ​ເກີມຕູ໋; ທ່ານ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ້ວັນຈ໋ຽນ.

ການ​ນຳ​ພັກ, ລັດ ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ.

ຄະນະ​ຜູ້​ແທນ​ຄະນະບໍລິຫານງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄປວາງພວງມາລາ, ເຂົ້າສຸສານເພື່ອຂ່ຳນັບ ປະທານ ​ໂຮ່ຈີ​ມິນ. (ພາບ: quochoi.vn)

​ເຂົ້າ​ຮ່ວມພິທີກໍ່ມີບັນດາກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ສະຫາຍ​ການ​ນຳ​ພັກ, ລັດ, ອະດີດ​ການ​ນຳ​ພັກ, ລັດ ​ແລະ ການ​ນຳ​ຂອງ​ບັນດາຄະນະ, ​ກະຊວງ, ຂະ​ແໜງ​ການ​, ອົງຄະນະສູນ​ກາງ.

ພວງມາລາຂອງຄະນະໄດ້ມີຄຳຈາລຶກ “ຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ ຕະຫຼອດໄປ”.

ຄະ​ນະ​ຜູ້ແທນ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື, ລະ​ນຶກ​ເຖິງ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ທານ​ ໂຮ່​ຈິ​ມິນ, ການ​ນຳ​ຜູ້ສະ​ຫຼາດ​ສ່ອງ​ໃສ ແລະ ວິ​ລະ​ຊົນ​ປົດ​ປ່ອຍ​ຊາດ. ​ເພິ່ນໄດ້​ສ້າງ​ຕັ້ງ ​ແລະ ບຳລຸງ​ສ້າງ​ພັກ​ກອມ​ມູນິດ​ຫວຽດນາມ - ກອງນຳໜ້າຂອງ​ຊົນ​ຊັ້ນ​ກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ ​ແລະ ປະ​ເທດ​ຊາດ ຫວຽດນາມ.

ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ທົ່ວ​ກອງທັບ ​ແລະ ປະຊາຊົນ​ ຫວຽດນາມ ໄດ້ສືບ​ຕໍ່​ເສີມ​ຂະຫຍາຈິດໃຈປະຕິວັດ ແລະ ມູນ​ເຊື້ອຮັກຊາດ, ສາມັກຄີ​ກັນ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ທ້າ​ທາຍ​, ສູ້​ຊົນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມຸ່ງ​ໄປ​ເຖິງການ​ປະສົບ​ຜົນສຳ​ເລັດ​ຕາມ​ຄາດໝາຍ, ວຽກ​ງານ​ທີ່​ໄດ້​ວາງ​ອອກ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ, ສ້າງ​ກຳລັງ​ແຮງ​ເພື່ອ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່ - ​ສັງກາດບືນຕົວຂຶ້ນຂອງ​ປະ​ເທດ​ຊາດ.

ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ

ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 7 ມັງກອນ, ຢູ່​ນະຄອນ ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ແຂວງ ກວາງ​ນິງ ​ໄດ້​ຈັດ​ຕັ້ງ​ການພົບປະສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ; 46 ປີ​ແຫ່ງ​ວັນ​ໄຊຊະນະ​ສົງຄາມ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ຊາດ ວັນ​ທີ 7 ມັງກອນ (1979-2025) ​ແລະ ສະຫຼຸບ​ວຽກ​ງານ​ຂອງ​ສະມາຄົມ​ໃນ​ປີ 2024, ...

ກອງທັບຫວຽດນາມ ຍາມໃດກໍ່ແມ່ນກຳລັງຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະປະຊາຊົນ

ກອງທັບຫວຽດນາມ ຍາມໃດກໍ່ແມ່ນກຳລັງຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະປະຊາຊົນ

ກອງທັບປະຊາຊົນຫວຽດນາມ ໄດ້ພັກ ແລະປະທານໂຮ່ຈີມິນ ຈັດຕັ້ງກໍ່ສ້າງບົນພື້ນການກຳລັງການເມືອງ ແລະບັນດາຂະບວນການຕໍ່ສູ້ຂອງອົງການຈັດຕັ້ງມະຫາຊົນ, ລວມມີສາມປະເພດ: ທະຫານຫຼວງ, ທະຫານທ້ອງຖິ່ນ ແລະທະຫານລາດປ້ອງກັນຕົວ.

ມີງດຶກ

ເຫດການ