ບັນ​ດາ​ຖ້ຽວ​ຂົນ​ສົ່ງ​ເຄື່ອງ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ແບ່ງ​ປັນ​ໃນ​ເຫດ​ໄພ​ພິ​ບັດ

08:27 | 23/02/2023

​ຍ​ສ​ໝ - ເຫດ​ໄພ​ພິ​ບັດ ທີ່​ໂຫດ​ຮ້າຍ​ຢູ່ ຕວັກ​ກີ ແລະ ຊີ​ຣີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ນັບ​ໝຶ່ນ​ຄົນ ແລະ ຜູ້​ຕົກ​ເຂົ້າ​ສູ່​ສະ​ພາບ​ການ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ​ນັບ​ແສນ​ຄົນ. ດ້ວຍ​ຈິດ​ໃຈ “ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ”. ຫວຽດ​ນາມ ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຕວັກ​ກີ ຜ່ານ​ຜ່າ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຄື​ໃນ​ປັດ​ຈຸ​ບັນ.

ຫວຽດ​ນາມ ມອບ​ເຄື່ອງ​ອຸ​ປະ​ກອນ​ການ​ແພດ 2 ໂຕນ​ໃຫ້​ແກ່ ຕວກ​ກີ ຫວຽດ​ນາມ ມອບ​ເຄື່ອງ​ອຸ​ປະ​ກອນ​ການ​ແພດ 2 ໂຕນ​ໃຫ້​ແກ່ ຕວກ​ກີ
ແບ່ງ​ປັນບົດ​ຮຽນ​ປະ​ສົບ​ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​ໜຸ່ມ​ພາກ​ພື້ນ ອາ​ຊຽນ ແບ່ງ​ປັນບົດ​ຮຽນ​ປະ​ສົບ​ການ​ສ້າງ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຊາວ​ໜຸ່ມ​ພາກ​ພື້ນ ອາ​ຊຽນ
ບັນ​ດາ​ຖ້ຽວ​ຂົນ​ສົ່ງ​ເຄື່ອງ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ແບ່ງ​ປັນ​ໃນ​ເຫດ​ໄພ​ພິ​ບັດ
ພະ​ນັກ​ງານ​ຫວຽດ​ນາມ ມອບ​ເຄື່ອງ​ໃຫ້​ແກ່​ຊາວ​ຕວັກ​ກີ (ພາບ: TTXVN)

ບັນ​ດາ​ຖ້ຽວ​ຂົນ​ສົ່ງ​ເຄື່ອງ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ແບ່ງ​ປັນ​ໃນ​ເຫດ​ໄພ​ພິ​ບັດ

ເຫດ​ໄພ​ພິ​ບັດທີ່​ໂຫດ​ຮ້າຍ​ຢູ່ ຕວັກ​ກີ ແລະ ຊີ​ຣີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ນັບ​ໝຶ່ນ​ຄົນ ແລະ ຜູ້​ຕົກ​ເຂົ້າ​ສູ່​ສະ​ພາບ​ການ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ​ນັບ​ແສນ​ຄົນ. ດ້ວຍ​ຈິດ​ໃຈ “ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ”. ຫວຽດ​ນາມ ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຕວັກ​ກີ ຜ່ານ​ຜ່າ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຄື​ໃນ​ປັດ​ຈຸ​ບັນ

ທ່າມ​ກາງ​ອາ​ກາດທີ່​ໜາວ​ຈັດ, ເຄື່ອງ​ຂອງ​ໜູນ​ຊ່ວຍ​ເຊິ່ງ​ຄະ​ນະ​ປະ​ຕິ​ບັດ​ງານ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ຮ່ວມ​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ສົ່ງ​​ໃຫ້​ປະ​ຊາ​ຊົນ​ຢູ່​ແຂວງ Hatay - ໜຶ່ງ​ໃນ 3 ທ້ອງ​ຖິ່ນທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ພາຍຫຼັງ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 6 ກຸມ​ພາ ທີ່​ຜ່ານ​ມາ ຄື​ຂອງ​ຂວັນ​ທີ່​ອົບ​ອຸ່ນ, ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ, ແບ່ງ​ປັນ​ຂອງ​ລັດ​ຖະ​ບານ, ປະ​ຊາ​ຊົນ ຫວຽດ​ນາມ ດ້ວຍ​ຄວາມ​ຫວັງ​ຕວັກ​ກີ ​ຈະ​ຜ່ານ​ຜ່າ​ຄວາມ​ເຈັບ​ປວດ, ຄວາມເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ນີ້​ໂດຍ​ໄວ.

ເມື່ອແບ່ງ​ປັນກັບ​ນັກ​ຂ່​າວ​ສານ ຫວຽດ​ນາມ ທີ່ໄດ້​ລົງ​ຂ່າວ​ຈາກ Hatay ເມື່ອ​ມາ​ຮັບ​ເຄື່ອງ​ໜູນ​ຊ່ວຍ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານກອງ​ທັບ​ປະ​ຊາ​ຊົນ ຫວຽດນາມ, ອ້າຍ Levent Cetin ຊາວ​​ບ້ານ Gorentas ແຂວງ Hatay ຮູ້​ສຶກ​ຕື້ນ​ຕັນ​ໃຈ ເມື່ອ​ໄດ້​ຮັບ​ຂ​ອງ​ຂວັນ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຈາກ​ຫວຽດ​ນາມ. ອ້າຍ​ໃຫ້​ຮູ້​ວ່າ ຄອບ​ຄົວ​ຂອງອ້າຍ ແລະ ທຸກ​ຄົນ ​ປັດ​ຈຸ​ບັນ​ພວມ​ຕ້ອງ​ພັກ​ຊົ່ວ​ຄາວ​ຢູ່​ຕູບ​ຕ່າງໆ​ ແລະ ​ບໍ່​ມີ​ຜູ້​ໃດ​ກ້າ​ກັບ​ເມື່ອ​ເຮືອນ​ເອົາ​ເຄື່ອງ ເພາະ​ວ່າ​ຍ້ອນ​ຍັງ​ມີ​ຄວາມ​ສ່ຽງ​ອັນ​ຕະ​ລາຍ. ໃນ​ສະ​ພາບ​ການ​ຂາດ​ເຂີນ​ເຄື່ອງ​ຂອງຫຼາຍ​ຢ່າງ​ຄື ອາ​ຫານ​ການ​ກິນ, ບ່ອນ​ພັກ​ພາ​ອາ​ໄສ, ບັນດາຖ້ຽວຂົນສົ່ງເຄື່ອງຂອງ ​ລວມ​ມີ ອາ​ຫາ​ນ​ການ​ກິນ, ຖົງ​ນອນ, ຜ້າ​ຫົ່ມໝອນ, ເຕັ້ນ… ເຊິ່ງ ຫວຽດ​ນາມ ສົ່ງ​ມາ​ ແມ່ນມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ປະ​ຊາ​ຊົນທີ່​ປະ​ສົບ​ເຄາະ​ຮ້າຍ​ຢູ່​ແຫ່ງ​ນີ້.

ອ້າຍ Cetin ໃຫ້​ຮູ້​ວ່າ ຈະ​ນຳ​ເອົາ​ເຄື່ອງ​ຂອງ​ໜູນ​ຊ່ວຍໄປ​ແບ່ງ​ປັນ​ກັບ​ບັນ​ດາ​ຄອບ​ຄົວ, ບັນດານ້ອງ​ນ້ອຍ​ໃນ​ໝູ່​ບ້ານ. ກ່ອນ​ທີ່​ຈະ​ກັບ​ເມືອ, ອ້າຍ​ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຫວຽດ​ນາມ ເພື່ອ​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ ​ຈະ​ບໍ່​ມີ​ຜູ້​ໃດ​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​​ຄື​ເຂົາ​ເຈົ້າ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.