ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ: ສັນຍາລັກແຫ່ງຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

13:50 | 26/10/2023

ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ: ສັນຍາລັກແຫ່ງຄວາມສາມັກຄີແບບພິເສດຫວຽດນາມ - ລາວ

ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ ຕໍ່ການຜັນແປທີ່ສັບສົນຂອງພະຍາດໂຄວິດ-19 ຢູ່ລາວ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ລາວ ມີຄວາມຕ້ອງການຢາກກັບປະເທດ
ຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມພິທີມິດຕິງ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍລາວ ຄົບຮອບ ຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມພິທີມິດຕິງ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍລາວ ຄົບຮອບ

ວັນທີ 30 ຕຸລາ ແມ່ນວັນສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ (30-10-1949/30-10-2023).

ກ່ອນນີ້ 74 ປີ, ວັນທີ 30 ຕຸລາ 1949, ຄະນະປະຈຳສູນກາງພັກກອມມູນິດອິນດູຈີນ ໄດ້ຕົກລົງວ່າ: “ບັນດາກໍາລັງການທະຫານຫວຽດນາມ ຕໍ່ສູ້ ແລະປະຕິບັດງານຊ່ວຍເຫຼືອລາວ ຈັດຕັ້ງເປັນລະບົບສະເພາະໃນນາມວ່າ ທະຫານອາສາສະໝັກ”. ນີ້ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດທີ່ສຳຄັນ, ຂີດໝາຍບາດກ້າວພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງການທະຫານຢູ່ສະໜາມຮົບລາວ ເທົ່ານັ້ນ, ຫາກຍັງຢືນຢັນແນວທາງ, ທັດສະນະທີ່ຖືກຕ້ອງຂອງພັກ ໃນການປະຕິບັດໜ້າທີ່ສາກົນອີກດ້ວຍ. ນັບແຕ່ນັ້ນມາ, ວັນທີ 30 ຕຸລາ 1949 ໄດ້ຮັບຖືວ່າແມ່ນວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ລາວ.

ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ: ສັນຍາລັກແຫ່ງຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

ຮ່ວມສໍາພັນສູ້ຮົບ ລາວ-ຫວຽດ ໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນຝຣັ່ງ ປີ 1950. ພາບເອກະສານ: TTXVN

ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ສຳເລັດໜ້າທີ່ພ້ອມກັບກອງທັບ ແລະປະຊາຊົນລາວ ຍາດໄດ້ໄຊຊະນະຢ່າງສົມບູນໃນສົງຄາມຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະພວກຈັກກະພັດອາເມລິກາ (1945 - 1975). ຜ່ານການສູ້ຮົບສອງຄັ້ງ, ໄດ້ມີພະນັກງານ, ນັກຮົບ ເຊິ່ງແມ່ນທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ນັບໝື່ນຄົນ ໄດ້ເສຍສະຫຼະຊີວິດຢູ່ສະໜາມຮົບລາວ. ເພື່ອຮັບຮູ້ການອຸທິດສ່ວນ, ການເສຍສະຫຼະ, ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຢືນຢັນວ່າ: “ກອງທັບ ແລະປະຊາຊົນລາວ ຍາມໃດກໍ່ຈົດຈຳ ແລະຮູ້ບຸນຄຸນຕໍ່ການເສຍສະຫຼະອັນສູງສົ່ງຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດລາວ ໃນປະຈຸບັນ”.

ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ບໍ່ພຽງແຕ່ສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ ມອບໃຫ້ເປັນຢ່າງດີເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແລະລາວ-ຫວຽດນາມ ໃນມື້ນີ້.

ໃນວິວັດແຫ່ງການປະຕິບັດໜ້າທີ່ສາກົນຢູ່ລາວ, ຄວາມຈົງຮັກພັກດີ, ບໍລິສຸດຜຸດຜ່ອງ, ຄວາມສຸດຈິດສຸດໃຈຕໍ່ເພື່ອນລາວ, ພ້ອມກັບການເສຍສະຫຼະ ແລະວິລະກຳອັນສະຫງ່າລາສີຂອງທະຫານອາສາສະໝັກ ແລະຊ່ຽວຊານການທະຫານ ໄດ້ສ້າງຄວາມຮັກແພງອັນດີງາມ, ເຊິ່ງການນໍາ ແລະປະຊາຊົນລາວ ຍາມໃດກໍ່ຈົດຈໍາ, ຖືນັ້ນແມ່ນສັນຍາລັກທີ່ອະມະຕະແຫ່ງສາຍພົວພັນທີ່ສັດຊື່ບໍລິສຸດຜຸດຜ່ອງ, ຫາຍາກຢູ່ໃນໂລກ ລະຫວ່າງສອງປະເທດ ລາວ-ຫວຽດນາມ.

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.