ທ້ອນໂຮມອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

15:06 | 14/12/2023

ທ້ອນໂຮມອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ພິທີສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນ ປະ​ເທດ ພິທີສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນ ປະ​ເທດ
ສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ວັນທີ 12 ທັນວາ, ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 4, ກົມເສດຖະກິດກະຊວງປ້ອງກັນປະເທດຫວຽດນາມ ແລະກົມເສດຖະກິດກະຊວງປ້ອງກັນປະເທດລາວ ໂດຍທ່ານພົນຈັດຕະວາ ຫງວຽນຫງ໋ອກຮ່າ, ຮອງຜູ້ບັນຊາການທະຫານເຂດ 4 ເປັນຫົວໜ້າຄະນະ ໄດ້ລົງຢ້ຽມຢາມ ແລະກວດກາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດລາວ ໃນລະດູແລ້ງ 2023-2024.

ທ້ອນໂຮມອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ
ບັນຍາກາດທີ່ການກວດກາ. ພາບ: nghean.gov.vn

ປີ 2023, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານແຂວງເງະອານ ໄດ້ຮັບມອບໝາຍໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ 3 ແຂວງ: ຊຽງຂວາງ, ໄຊສົມບູນ ແລະວຽງຈັນ. ລະດູແລ້ງ 2023-2024, ວຽກງານສຳຫຼວດ, ຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນດິນຟ້າອາກາດປ່ຽນແປງຮ້າຍແຮງ, ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດສ່ວນຫຼາຍແມ່ນຢູ່ເຂດພູສູງ, ຖ້ຳຫິນ, ປ່າເລິກ... ໂດຍໄດ້ຮັບຄວາມເອົາໃຈໃສ່, ການຊີ້ນຳ-ນຳພາ, ສ້າງທຸກເງື່ອນໄຂຈາກຄະນະຊີ້ນຳ 515 ທຸກຂັ້ນ ແລະຄະນະພັກ, ອຳນາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນ 3 ແຂວງ: ຊຽງຂວາງ, ໄຊສົມບູນ ແລະ ວຽງຈັນ (ລາວ) ນັ້ນ, ພະນັກງານ, ລັດຖະກອນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ມາຮອດປະຈຸບັນ, ພາຍຫຼັງກວ່າ 2 ເດືອນ ແຫ່ງການດຳເນີນວຽກງານສຳຫຼວດຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ ປີ 2023-2024, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂອງກອງບັນຊາການທະຫານແຂວງເງະອານ ໄດ້ຊອກຫາ ແລະທ້ອນໂຮມ 38 ອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ.

ສະຫຼຸບການກວດກາ, ທ່ານພົນຈັດຕະວາ ຫງວຽນຫງ໋ອກຮ່າ, ຮອງຜູ້ບັນຊາການທະຫານເຂດ 4 ແລະບັນດາສະຫາຍໃນຄະນະປະຕິບັດງານ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍໝາກຜົນ ເຊິ່ງພະນັກງານ, ລັດຖະກອນກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຂອງກອງບັນຊາການທະຫານແຂວງເງະອານ ບັນລຸໄດ້. ພ້ອມທັງຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ພະນັກງານ, ລັດຖະກອນ ຈົ່ງສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດຕາມຂໍ້ກຳນົດກ່ຽວກັບວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງເຂັ້ມງວດ.

ບູນມີ

ເຫດການ
302 Found

Found

The document has moved here.