ໜູນ​ຊ່ວຍ​ນັກ​ສຶກ​ສາ​​ລາວ ​ຮຽນ​ພາສາຫວຽດ

03:00 | 03/12/2024

ຍສໝ - ໂດຍ​ຕາງໜ້າ​ໃຫ້​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ຫວຽດນາມ ກັບ 2 ປະ​ເທດ​ເພື່ອນ​ມິດ ລາວ ​ແລະ ກຳປູ​ເຈຍ, ​ໂຮງຮຽນ​ມິດຕະພາບ 80 ​ໄດ້​ເປີດເປີດຫຼັກສູດກຽມພາສາ ​ ຫວຽດນາມ ​ເພື່ອ​ໜູນ​ຊ່ວຍ​ນັກຮຽນ​​ຕ່າງປະ​ເທດ​ຢ່າງ​ດີ​ທີ່ສຸດ.

ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ຈີນ ແລະ ລາວ
ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ສະຖານທີ່ເຕົ້າໂຮມຂອງນັກຮຽນ ແລະ ນັກສຶກສາຕ່າງປະເທດທີ່ມາຈາກ 3 ປະເທດຄື: ຫວຽດນາມ, ລາວ ແລະ ກຳປູເຈຍ

ໂຮງຮຽນມິດຕະພາບ 80 ແມ່ນສະຖານທີ່ເຕົ້າໂຮມນັກຮຽນ ແລະ ນັກສຶກສາຕ່າງປະເທດທີ່ມາຈາກ 3 ປະເທດຄື: ຫວຽດນາມ, ລາວ ແລະ ກຳປູເຈຍ, ແມ່ນໜຶ່ງໃນບັນດາຫົວໜ່ວຍທີ່ໄດ້ຮັບອະນຸຍາດຕາງໜ້າກະຊວງສຶກສາທິການ ແລະ ກີລາ ປະຕິບັດນະໂຍບາຍການຕ່າງປະເທດຂອງພັກ, ລັດ ຫວຽດນາມ ກັບ​ເພື່ອນ​ມິດ​ສອງ​ປະ​ເທດ ລາວ-ກຳປູ​ເຈຍ. ໂຮງ​ຮຽນ​ຍັງ​ແມ່ນ​ຈຸດ​ນັດ​ພົບ​ທຳ​ອິດ​ຂອງ​ບັນ​ດາ​ນັກ​ສຶກ​ສາ​ສາ​ກົນ​ຂອງ​ສອງ​ປະ​ເທດເພື່ອນ​ມິດ​ເມື່ອ​ມາ​ ຫວຽດ​ນາມ ເພື່ອ​ຮ່ຳ​ຮຽນ ແລະ ຄົ້ນ​ຄ້​ວາ.

ໜູນ​ຊ່ວຍ​ນັກ​ສຶກ​ສາ​​ລາວ ​ຮຽນ​ພາສາຫວຽດ

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ວັນ​ຟຸກ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ລະຫວ່າງ ​ ຫວຽດນາມ ​ກັບສອງ​ປະ​ເທດເພື່ອນ ລາວ ​ແລະ ກຳປູ​ເຈຍ ​ແມ່ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນພິເສດ.

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ຫງວຽນ​ວັນ​ຟຸກ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ລະຫວ່າງ ​ ຫວຽດນາມ ​ກັບສອງ​ປະ​ເທດເພື່ອນ ລາວ ​ແລະ ກຳປູ​ເຈຍ ​ແມ່ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນພິເສດ. ​ໃນ​ການ​ຢ້ຽມຢາມ​ຂອງ​ຜູ້ນຳ​ແຕ່ລະປະ​ເທດ​, ສອງ​ຝ່າຍ​ຍາມ​ໃດ​ກໍ​ຢືນຢັນ​ທັດສະນະ​ທີ່​ເປັນ​ເອກະ​ພາບ, ສືບ​ຕໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ຫວຽດນາມ - ກຳປູ​ເຈຍ.

ແຕ່ລະ​ປີ, ລັດຖະບານ ​ຫວຽດນາມ ​ໄດ້​ໃຫ້​ທຶນ​ສຶກສາ​ນັບ​ຮ້ອຍ​ທຶນ​ໃຫ້​ແກ່​ພະນັກງານ ​ແລະ ນັກ​ສຶກສາ ​ລາວ ​ແລະ ກຳປູ​ເຈຍ ​ໄປ​ຮ່ຳຮຽນ ​ແລະ ຄົ້ນ​ຄ້ວາ​ຢູ່ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ຫວຽດນາມ ມີ​ທ່າ​ແຮງ. ລັດຖະບານ ​ລາວ ​ແລະ ກຳປູ​ເຈຍ ກໍ່​ໃຫ້​ທຶນ​ສຶກສາ​ຫຼາຍ​ທຶນ​ໃຫ້​ນັກ​ສຶກສາ ຫວຽດນາມ ​ໄປ​ຮ່ຳຮຽນ.

ໂດຍເພື່ອປະຕິບັດໜ້າທີ່ຂອງສົກຮຽນ 2024-2025 ແລະ ສົກຮຽນຕໍ່ໄປໃຫ້ປະສົບຜົນສໍາເລັດ, ທ່ານຮອງລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ຄູ-ອາຈານ ແລະ ນັກຮຽນຂອງໂຮງຮຽນ ຈົ່ງມີຄວາມມານະພະຍາຍາມຕື່ມ, ເອົາໃຈໃສ່ສູ້ຊົນປະຕິບັດໜ້າທີ່ສໍາຄັນໃຫ້ເປັນຢ່າງດີ. ສືບ​ຕໍ່​ກວດກາ, ດັດ​ແກ້ ​ແລະ ປະດິດ​ສ້າງ​ເນື້ອ​ໃນ, ປຶ້ມ​ແບບຮຽນ, ວິທີ​ການ​ສອນ ​ແລະ ການ​ປະ​ເມີນ​ຜົນ. ສືບຕໍ່ຊຸກຍູ້ ແລະ ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານການສຶກສາຮອບດ້ານ.

ຄຽງຂ້າງນັ້ນ, ສຸມ​ໃສ່​ສຶກສາ​ອົບຮົມ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ສາມັກຄີ​ຂອງ​ນັກຮຽນ​ທີ່​ມາ​ຈາກ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ທີ່​ພວມ​ຮ່ຳຮຽນ​ຢູ່​ໂຮງຮຽນ. ເອົາ​ໃຈ​ໃສ່​ເຖິງ​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງຖັນແຖວ​ພະນັກງານ ​ແລະ ຄູ​ອາ​ຈານ​ທີ່​ມີ​ຄຸນ​ນະພາ​ບດ້ານ​ການ​ເມືອງ ​ແລະ ຄຸນສົມບັດ​ສິນ​ທຳ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ປະກອບສ່ວນ, ຄວາມ​ຊຳນານ​ດ້ານ​ວິຊາ​ຊີບ​ຢ່າງ​ແຂງ​ແຮງ, ​ມີທັກສະດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​, ທັກສະດີຈີຕອນ ເພື່ອຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງຍຸກດີຈີຕອນ.

ໜ່ວຍ​ບຸກ​ເບີກ​ໃນ​ການ​ຈັດ​ຕັ້ງ​ການ​ສອບ​ເສັງ ແລະ ອອກ​ໃບ​ຢັ້ງ​ຢືນ​ພາສາ ຫວຽດ​ນາມ ໃຫ້​ນັກ​ສຶກ​ສາ​ສາ​ກົນ ລາວ ແລະ ກຳ​ປູ​ເຈຍ

ຈຸດ​ແຂງ​ອັນ​ໜຶ່ງ​ຂອງ​ໂຮງຮຽນ​ມິດຕະພາບ 80 ​ແມ່ນ​ການ​ກະກຽມ​ການ​ຝຶກ​ອົບຮົມ​ພາສາ ​ຫວຽດນາມ ​ໃຫ້​ນັກຮຽນ​ ລາວ ​ແລະ ກຳປູ​ເຈຍ. ຢູ່​ທີ່​ນີ້, ນັກ​ສຶກ​ສາ​ສາ​ກົນ​ ລາວ ແລະ ກຳ​ປູ​ເຈຍ ສາ​ມາດ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ກັບ​ນັກ​ສຶກ​ສາ​ ຫວຽດ​ນາມ ກວ່າ 1.000 ຄົນ​ໃນ​ລະ​ດັບ​ມັດ​ທະ​ຍົມ​ປາຍ ແມ່ນສະ​ພາບ​ແວດ​ລ້ອມ​ການ​ສື່​ສານ ​ຫວຽດ​ນາມ ທີ່​ສະ​ດວກ.

ໂຮງຮຽນມິດຕະພາບ 80 ເປັນສະຖານທີ່ບຸກເບີກໃນການຈັດຕັ້ງການສອບເສັງ ແລະ ອອກໃບຢັ້ງຢືນພາສາ ຫວຽດນາມ ໃຫ້ຄົນຕ່າງປະເທດດ້ວຍຄອມພິວເຕີຕາມຍຸກດີຈີຕອນ ແລະ ບັນດາໂຄງການເຄື່ອນໄຫວ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີສະໜິດຕິດພັນລະຫວ່າງສາມຊົນເຜົ່າ ຫວຽດນາມ-ລາວ-ກຳປູເຈຍ.

ໜູນ​ຊ່ວຍ​ນັກ​ສຶກ​ສາ​​ລາວ ​ຮຽນ​ພາສາຫວຽດ

​ໃນ​ສົກ​ຮຽນ 2024-2025, ​ໂຮງຮຽນ​ໄດ້​ຕ້ອນຮັບ​ນັກ​ສຶກສາ​ຕ່າງປະ​ເທດ 286 ຄົນ, ​ໃນ​ນັ້ນ​ມີ​ນັກ​ສຶກສາ​ສາກົນ​ ລາວ 154 ຄົນ ​ແລະ ນັກ​ສຶກສາ​ສາກົນ​ ກຳປູ​ເຈຍ 93 ຄົນ​ທີ່​ພວມ​ຮໍ່າຮຽນ​ພາສາ​ ຫວຽດນາມ ​ເພື່ອ​ເຂົ້າ​ສູ່​ລະດັບ​ມັດ​ທະ​ຍົມປາຍ, ມະຫາວິທະຍາ​ໄລ ​ແລະ ປະລິນຍາ​ຕີ.

ທ່ານ​ນາງ ຈູກິມເຟື້ອງ, ຜູ້ອຳນວຍການ​ໂຮງຮຽນ​ມິດຕະພາບ 80 ​ໃຫ້​ຮູ້​ວ່າ: “​ໃນ​ສົກຮຽນ 2024-2025, ​ໂຮງຮຽນ​ໄດ້​ຕ້ອນຮັບ​ນັກ​ສຶກສາ​ສາກົນ 286 ຄົນ, ​ໃນ​ນັ້ນ​ມີ​ນັກ​ສຶກສາ​ສາກົນ ​ລາວ 154 ຄົນ ​ແລະ ນັກ​ສຶກສາ​ສາກົນ​ ກຳປູ​ເຈຍ 93 ຄົນ ທີ່​ຮຽນ​ພາສາ ​ຫວຽດນາມ ເພື່ອເຂົ້າ​ສູ່​ລະດັບ​ມັດ​ທະ​ຍົມປາຍ, ມະຫາວິທະຍາ​ໄລ ​ແລະ ປະລິນຍາ​ຕີ, ຕົ້ນຕໍແມ່ນພາຍໃຕ້ຂໍ້ຕົກລົງລະຫວ່າງລັດຖະບານ ຫວຽດນາມ ກັບລັດຖະບານ ລາວ ແລະ ລັດຖະບານ ກຳປູເຈຍ ແລະ ຄູສອນຫຼັກ 39 ວິຊາເຄມີສາດ ແລະ ຊີວະສາດ ໃນລະດັບມັດທະຍົມປາຍ (ໂຮງຮຽນມັດຖະຍົມ) ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອແລກປ່ຽນປະສົບການ ແລະ ຝຶກອົບຮົມກ່ຽວກັບຄວາມຊໍານານ, ທັກສະ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ.

ດ້ວຍບົດບາດ ແລະ ຄວາມຮັບຜິດຊອບພິເສດ, ໂຮງຮຽນມິດຕະພາບ 80 ໄດ້ຈັດຕັ້ງຫຼັກສູດກຽມພາສາ ຫວຽດນາມ ເພື່ອໜູນຊ່ວຍດີທີ່ສຸດໃຫ້ແກ່ນັກສຶກສາຕ່າງປະເທດທີ່ມາຢູ່ທີ່ນີ້ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ສຶກປອດໄພເມື່ອມາຮຽນຢູ່ ຫວຽດນາມ.

ສະເຫຼີມສະຫຼອງ 80 ປີແຫ່ງວັນກອງທັບປະຊາຊົນ ຫວຽດນາມ ຢູ່ ລັດເຊຍ, ອິນເດຍ ແລະ ອົດສະຕາລີ

ສະເຫຼີມສະຫຼອງ 80 ປີແຫ່ງວັນກອງທັບປະຊາຊົນ ຫວຽດນາມ ຢູ່ ລັດເຊຍ, ອິນເດຍ ແລະ ອົດສະຕາລີ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ ຫວຽດນາມ, ສະຖານທູດ ​ຫວຽດນາມ ປະຈຳ ລັດ​ເຊຍ, ອິນ​ເດຍ ​ແລະ ອົດ​ສະ​ຕາ​ລີ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວລະນຶກ ທວນຄືນ​ການ​ເດີນທາງ​ອັນ​ສະຫງ່າ​ລາສີ​ຂອງ​ກອງທັບ​ປະຊາຊົນ ​ຫວຽດນາມ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຊາດອັນເລິກ​ເຊິ່ງ ລະຫວ່າງ ຫວຽດນາມ ກັບບັນດາປະເທດ.

ຜັນຂະຫຍາຍໜ້າທີ່ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ

ຜັນຂະຫຍາຍໜ້າທີ່ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ

ຫວ່າງແລ້ວນີ້, ທ່ານພົນຕີ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໜ້າທີ່ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 / 22 ທັນວາ 2024) ແລະພິທີປະດັບຫຼຽນໄຊເອກະລາດຊັ້ນໜຶ່ງ.

ມິງດຶກ (ແປຕາມ baodautu.vn)

ທ່ານອາດຈະມັກ

ເຫດການ