ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ

15:31 | 18/12/2023

ສົມເປັນເສົາຄໍ້າທີ່ສໍາຄັນສາຍພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ

ແຂ່ງຂັນປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ແຂ່ງຂັນປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ
ຮັບປະກັນຜົນສໍາເລັດໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຮັບປະກັນຜົນສໍາເລັດໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ

ວັນທີ 14 ທັນວານີ້, ເປັນຄັ້ງທໍາອິດທີ່ ຫວຽດນາມ, ລາວ ແລະກໍາປູເຈຍ ຮ່ວມກັນຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ. ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ມີຄວາມໝາຍສໍາຄັນ, ປະກອບສ່ວນສົ່ງສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງລັດຖະບານ, ກອງທັບ ແລະປະຊາຊົນສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ.

ເນື່ອງໃນໂອກາດນີ້, ໜັງສືພິມ ຂໍແນະນໍາບົດຂຽນກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ຄວາມສະໜິດຕິດພັນລະຫວ່າງກອງທັບປະຊາຊົນ ຫວຽດນາມ ກັບກອງທັບປະຊາຊົນ ລາວ ແລະກອງທັບ ແຫ່ງລາຊະອານາຈັກ ກໍາປູເຈຍ ເວົ້າສະເພາະ ເວົ້າລວມແມ່ນລະຫວ່າງສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ.

ໃນການພົວພັນ ຫວຽດນາມ-ລາວ, ຫວຽດນາມ-ກໍາປູເຈຍ ໃນຫຼາຍທົດສະວັດຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ, ສົມເປັນໜຶ່ງໃນບັນດາເສົາຄໍ້າສໍາຄັນຢ່າງແທ້ຈິງ.

ຈຸດພົ້ນເດັ່ນ

ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ

ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນວັນທີ 7 ທັນວາ 2022. ພາບ: qdnd.vn

ໃນພາລະກິດແຫ່ງຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບມາໃຫ້ຊົນຊາດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ ແລະການເສຍສະຫຼະໃນເມື່ອກ່ອນ, ກໍຄືໃນໄລຍະປ່ຽນແປງໃໝ່, ການສ້າງສາ ແລະປົກປັກຮັກສາປະເທດຊາດ ທີ່ປະສົບຄວາມຫຍຸ້ງຍາກ, ສັບສົນໃນປັດຈຸບັນ, ສອງຊາດ ຫວຽດນາມ ແລະລາວ ມີຄວາມເອກອ້າງທະນົງໃຈ ເພາະວ່າຍາມໃດກໍເປັນເພື່ອນມິດສະຫາຍ, ເປັນເພື່ອນທີ່ສັດຊື່ບໍລິສຸດ, ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍນໍາກັນ. ບັນດາການນໍາບັນພະບຸລຸດ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຂອງສອງພັກ, ສອງຊາດ ໄດ້ອຸທິດຕະຫຼອດຊີວິດເພື່ອພື້ນຖານເອກະລາດ, ອິດສະຫຼະພາບຂອງຊາດ ແລະຄວາມຜາສຸກຂອງປະຊາຊົນສອງປະເທດ, ສ້າງເປັນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ “ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”, “ໝັ້ນຄົງທະນົງແກ່ນຍິ່ງກວ່າພູເຂົາ ຍິ່ງກວ່າແມ່ນໍ້າ”, “ແຈ້ງກວ່າເດືອນເພັງ, ຫອມກວ່າດອກໄມ້ທີ່ຫອມທີ່ສຸດ”. “ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງກອງທັບ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ໄດ້ກາຍເປັນຊັບສົມບັດລວມອັນລໍ້າຄ່າຂອງສອງຊາດ, ຫາຍາກຢູ່ໃນໂລກ. ພວກຂ້າພະເຈົ້າ ຍາມໃດກໍໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອ ແລະຮ່ວມມືຈາກພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນວິວັດແຫ່ງການສ້າງສາ ແລະພັດທະນາປະເທດ ໃນປັດຈຸບັນ”, ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ໄດ້ຢັ້ງຢືນ ເມື່ອໃຫ້ສໍາພາດຕໍ່ນັກຂ່າວ.

ເກືອບ 40 ປີແຫ່ງການປ່ຽນແປງໃໝ່ທີ່ຜ່ານມາ, ສອງຊາດ ຫວຽດນາມ - ລາວ ໄດ້ສືບທອດມູນເຊື້ອການພົວພັນອັນດີງາມຂອງໄລຍະກ່ອນ ແລະເພີ່ມພູນຄູນສ້າງ, ພັດທະນາການພົວພັນນີ້ໃຫ້ເຂົ້າສູ່ລວງເລິກໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ສ້າງກໍາລັງໜູນອັນໃຫຍ່ຫຼວງຮັບປະກັນໃຫ້ການພັດທະນາຂອງສອງປະເທດ ໃນໄລຍະຕໍ່ໜ້າ. ບັນດາຜົນງານສໍາຄັນທີ່ບັນລຸໄດ້ໃນການພົວພັນລະຫວ່າງສອງປະເທດ ໄດ້ປະກອບສ່ວນສ້າງ, ຮັກສາສະພາບແວດລ້ອມສັນຕິພາບ, ສະດວກໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາເສດຖະກິດ-ສັງຄົມ, ສ້າງສາ ແລະປົກປັກຮັກສາປະເທດຊາດ, ປັບປຸງທ່າ ແລະກໍາລັງແຮງຂອງແຕ່ລະປະເທດ ຢູ່ເວທີພາກພື້ນ ແລະສາກົນ.

ເມື່ອເນັ້ນໜັກເຖິງການຮ່ວມມືດ້ານປ້ອງກັນຊາດ ແມ່ນເສົາຄໍ້າທີ່ສໍາຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ທ່ານເອກອັກຄະລັດຖະທູດ ນາງ ຄໍາເພົາ ເອີນທະວັນ ຕີລາຄາວ່າ ໃນໄລຍະຜ່ານມາ, ສອງຝ່າຍໄດ້ມານະພະຍາຍາມ, ສົມທົບກັນຜັນຂະຫຍາຍອະນຸສັນຍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ແລະແຜນການຮ່ວມມືແຕ່ລະປີຢ່າງຮອບດ້ານ ແລະແທດຈິງ, ໂດຍສະເພາະແມ່ນໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການບໍາລຸງສ້າງ, ຝຶກອົບຮົມ, ສົ່ງຊ່ຽວຊານ; ກວດພະຍາດ; ຊອກຫາ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນເມືືປະເທດ; ການແຮກສ່ຽວກຸ່ມບ້ານເຂດຊາຍແດນສອງປະເທດ; ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ...

ທ່ານນາງ ຄໍາເພົາ ເອີນທະວັນ ເນັ້ນໜັກວ່າ: “ໃນຊຸມປີຜ່ານມາ, ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກພະຍາດໂຄວິດ-19, ສອງຝ່າຍ ຍັງເປັນເຈົ້າການ, ຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງມີປະສິດທິຜົນ. ພິເສດ, ຝ່າຍຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ຊ່ວຍເຫຼືອລາວ ໃນວຽກງານສະກັດກັ້ນ ແລະຕ້ານພະຍາດໂຄວິດ-19. ໃນປີ 2021, ສອງຝ່າຍໄດ້ຮ່ວມກັນຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຄັ້ງທໍາອິດ ຢູ່ແຂວງສະຫວັນນະເຂດ ແລະແຂວງກວ໋າງຈິ ເຊິ່ງປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄໍ້າຢ່າງແທ້ຈິງ, ເປັນຈຸດພົ້ນເດັ່ນໃນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ”.

ຍົກສູງບົດບາດ, ທີ່ຕັ້ງ

ທ່ານພັນເອກ Rem Kann, ທີ່ປຶກສາທູດຝ່າຍປ້ອງກັນຊາດ ກໍາປູເຈຍ ປະຈໍາ ຫວຽດນາມ ຢັ້ງຢືນເມື່ອໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ວ່າ: “ຄ້າຍຄືກັນກັບລາວ, ຫວຽດນາມ ມີການພົວພັນທີ່ເປັນມູນເຊື້ອ, ສະໜິດຕິດພັນມາແຕ່ບູຮານນະການກັບ ກໍາປູເຈຍ. ສອງຊາດ ໄດ້ສາມັກຄີ, ແບ່ງປັນ ແລະຊ່ວຍເຫຼືອເຊິ່ງກັນແລະກັນໃນໄລຍະປະສົບກັບຄວາມຫຍຸ້ງຍາກ, ພ້ອມກັນຜ່ານຜ່າການຜັນແປຂອງປະຫວັດສາດ. “ການພົວພັນນີ້ ໂດຍການນໍາ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງດ້ວຍເຫື່ອແຮງ ແລະເລືອດເນື້ອຂອງຊາວຫວຽດນາມ, ກໍາປູເຈຍ ຫຼາຍຮຸ່ນຄົນ ແລະແມ່ນຊັບສົມບັດລວມອັນລໍ້າຄ່າຂອງສອງຊາດພວກເຮົາ. ໃນຕະຫຼອດໄລຍະປະຫວັດສາດກວ່າເຄິ່ງສະຕະວັດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍນາໆປະການ, ການປະກອບສ່ວນຢ່າງແທດຈິງໃຫ້ແກ່ພາລະກິດແຫ່ງການສ້າງສາ, ພັດທະນາວັດທະນາຖາວອນຂອງສອງປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະໃນໂລກ”.

ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ

ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍາປູເຈຍ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນວັນທີ 13 ພະຈິກ 2023. ພາບ: qdnd.vn

ຕາມທ່ານພັນເອກ Rem Kann ແລ້ວ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ, ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນທີ່ເປັນມູນເຊື້ອອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ. ໃນໄລຍະຜ່ານມາ, ກອງທັບປະຊາຊົນຫວຽດນາມ ແລະກອງທັບ ແຫ່ງລາຊະອານາຈັກ ກໍາປູເຈຍ ໄດ້ເປັນເຈົ້າການສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມື ທີ່ໄດ້ເປັນເອກະພາບຢ່າງຄົບຖ້ວນ, ພົ້ນເດັ່ນແມ່ນໃນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ການປຶກສາຫາລືນະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ເສີມຂະຫຍາຍບັນດາກົນໄກ, ຮູບແບບການຮ່ວມມືຢ່າງມີປະສິດທິຜົນ ຄື: ການລາດຕະເວນຮ່ວມ, ກອງປະຊຸມປະຈໍາປີ, ການແຮກສ່ຽວທະຫານ ແລະປະຊາຊົນ, ການພົບປະແລກປ່ຽນນາຍທະຫານໜຸ່ມ, ການກໍ່ສ້າງຊັບພະຍາ ກອນມະນຸດ...

ຄຽງຂ້າງນັ້ນ, ກໍາລັງປົກປັກຮັກສາຊາຍແດນ ແລະ ບັນດາທະຫານເຂດຕິດກັບຊາຍແດນສອງຝ່າຍ ໄດ້ສົມທົບກັນເປັນຢ່າງດີໃນການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນສອງປະເທດ. ວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນ ແລະກອງທັບສອງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມກ່ຽວກັບປະຫວັດສາດ, ຄວາມໝາຍຄວາມສໍາຄັນຂອງນໍ້າໃຈສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງປະເທດ, ສອງກອງທັບຜ່ານໄລຍະຕ່າງໆຂອງປະຫວັດສາດ ກໍ່ໄດ້ຖືເປັນສໍາຄັນ. ທ່ານພັນເອກ Rem Kann ຊີ້ແຈ້ງວ່າ: “ກອງທັບປະຊາຊົນຫວຽດນາມ ແລະກອງທັບແຫ່ງລາຊະອານາຈັກກໍາປູເຈຍ ຄວນສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍ, ພິເສດແມ່ນບັນດາກົນໄກ ໂດຍອາຊຽນ ເປັນຜູ້ນໍາພາ. ຕ້ອງຢັ້ງຢືນວ່າການຮ່ວມມືລະຫວ່າງກອງທັບສອງປະເທດ ໄດ້ປະກອບສ່ວນຮັດແໜ້ນການພົວພັນ ຫວຽດນາມ-ກໍາປູເຈຍ ກວ່າອີກ. ດ້ວຍຄວາມຕັດສິນໃຈດ້ານການເມືອງ ແລະ ຄວາມມານະພະຍາຍາມຂອງສອງຝ່າຍ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ຈະມີບັນດາບາດກ້າວພັດທະນາຢ່າງແຮງກວ່າອີກໃນຕໍໍ່ໜ້າ, ຍົກສູງບົດບາດ, ທີ່ຕັ້ງໃນການພົວພັນສອງຝ່າຍ” ທ່ານພັນເອກ Rem Kann ກ່າວ.

ແສງເດືອນ

ເຫດການ
302 Found

Found

The document has moved here.