![]() | ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ |
![]() | ການນຳພັກ, ລັດ ຫວຽດນາມ ສົ່ງໂທລະເລກອວຍພອນສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຈີນ |
ນັກສຶກສາ, ນັກຄົ້ນຄວ້າລາວ 20 ຄົນທີ່ພວມຮໍ່າຮຽນຢູ່ສະຖາບັນກະສິກຳ ຫວຽດນາມ ແລະ ມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ ບັກຢາງ; ຜູ້ແທນ 100 ທ່ານທີ່ຕາງໜ້າໃຫ້ນັກຮົບເກົ່າອາສາສະໝັກ ແລະ ນັກຊ່ຽວຊານການທະຫານ 3.000 ກວ່າຄົນ ເຂົ້າຮ່ວມເຫດການ.
![]() |
ທ່ານ ບຸນຍູ້ ໄຊປັນຍາ, ທີ່ປຶກສາອັກຄະລັດຖະທູດຂອງສະຖານທູດລາວ ປະຈຳ ຫວຽດນາມ ໄດ້ມອບດອກໄມ້ອວຍພອນອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ແຂວງ ບັກຢາງ. |
ໃນບັນຍາກາດອັນອົບອຸ່ນແຫ່ງມິດສະຫາຍ,ບັນດາຜູ້ແທນໄດ້ທົບທວນຄືນມູນເຊື້ອພິລະອາດຫານໃນ 75 ປີຜ່ານມາຂອງບັນດານັກຮົບເກົ່າອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ທີ່ຊ່ວຍການປະຕິວັດລາວ.
ວັນທີ 30 ຕຸລາ 1949, ຄະນະປະຈຳສູນກາງພັກກອມມູນິດອິນດູຈີນ ໄດ້ກຳນົດວ່າ “ບັນດາກຳລັງກອງທັບຫວຽດນາມ ເຄື່ອນໄຫວບົນສະໜາມຮົບລາວ, ໄດ້ຈັດຕັ້ງເປັນລະບົບສະເພາະ ແລະ ມີຖານະນາມເປັນທະຫານອາສາສະໝັກ”. ພາຍໃຕ້ການຊີ້ນຳຂອງປະທານ ໂຮ່ຈີມິນ, ພະນັກງານ, ນັກຮົບ ຫວຽດນາມ ຫລາຍລຸ້ນຄົນບໍ່ລັງເລທີ່ຈະອົດທົນຜ່າຜ່ານຄວາມຫຍຸ້ງຍາກ, ການເສຍສະຫຼະເພື່ອຢືນຢູ່ຄຽງຂ້າງປະຊາຊົນລາວ ໃນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ.
ຢູ່ແຂວງ ບັກຢາງ, ມີທະຫານອາສາສະໝັກນັບພັນຄົນເຂົ້າຮ່ວມເສັ້ນທາງຊ່ວຍການປະຕິວັດລາວ. ນັກຮົບຂອງແຂວງກວ່າ 1.000 ຄົນໄດ້ເສຍສະຫຼະຊີວິດ; ທະຫານເສຍອົງຄະຫລາຍພັນຄົນໄດ້ປະຖິ້ມກະດູກ ແລະ ເລືອດຂອງເຂົາເຈົ້າໃນສະໜາມຮົບ. ປະຈຸບັນ, ແຂວງດັ່ງກ່າວມີອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຊ່ວຍການປະຕິວັດລາວ 3.000 ກວ່າຄົນ.
![]() |
ພົນເອກ ຫວໍງວຽນຢ໋າບ ແລະ ເຈົ້າຊາຍສຸພານຸວົງ ປຶກສາຫາລືແຜນການເປີດຂະບວນການລາວເທິງ ປີ 1953. |
ບັນດາເລື່ອງລາວທີ່ຕື້ນຕັນໃຈກ່ຽວກັບສາຍພົວພັນຂອງທະຫານປະຊາຊົນ ຫວຽດນາມ - ລາວ ໄດ້ທົບທວນຄືນໂດຍຜ່ານຮູບພາບແມ່ລາວ ທີ່ເບິ່ງແຍງທະຫານອາສາສະໝັກຫວຽດນາມ ທີ່ປະສົບກັບພະຍາດໄຂ້ປ່າ ຫຼື ເລື່ອງລາວຂອງພະຍາບານຍິງ ຫວຽດນາມ ຂ້າມປ່າຂ້າມຫ້ວຍໄປຊ່ວຍຊີວິດທະຫານປະເທດລາວ ເຊິ່ງໄດ້ຝາກຄວາມປະທັບໃຈໃນໃຈຂອງປະຊາຊົນທັງສອງປະເທດ. ການປະກອບສ່ວນຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຍາມໃດກໍ່ໄດ້ຮັບການຮັບຮູ້ຈາກລັດຖະບານລາວ ດ້ວຍຫຼຽນໄຊ ຫຼຽນກາອັນສູງສົ່ງນັບຮ້ອຍອັນ ນັບແຕ່ປີ 2018 – 2020.
ນັບແຕ່ສັນຕິພາບໄດ້ຮັບການສ້າງມາຮອດປະຈຸບັນ, ບັນດາອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ຢູ່ແຂວງ ບັກຢາງ ໄດ້ສືບຕໍ່ເສີມຂະຫຍາຍ, ອະນຸລັກຮັກສາມູນເຊື້ອ ແລະ ຄຸນນະທາດອັນດີງາມຂອງ “ທະຫານຊາວພຸດ” ທີ່ປະຊາຊົນເຜົ່າລາວ ໄດ້ມອບໃຫ້.
![]() |
ນັກຊ່ຽວຊານການທະຫານຫວຽດນາມ ຝຶກອົບຮົມເຕັກນິກການໃຊ້ປືນໃຫຍ່ 12 ລຳໃຫ້ກອງທະຫານປືນໃຫຍ່ຍິງຂອງກອງທັບປະເທດລາວ ປີ 1972. |
ກ່າວຄຳປາໄສທີ່ພິທີ, ທ່ານ ບຸນຍູ້ ໄຊປັນຍາ ໄດ້ສົ່ງຄວາມຂອບໃຈຢ່າງເລິກເຊິ່ງເຖິງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ທ່ານ ເນັ້ນໜັກວ່າ ການເສຍສະຫຼະຊີວິດຂອງທະຫານຫວຽດນາມ ທີ່ຍັງຢູ່ໃນຜືນປ່າ, ເສັ້ນທາງຂອງລາວ ແລະ ປະຊາຊົນລາວ ຈະລະນຶກເຖິງຄຸນງາມຄວາມດີນີ້ຕະຫຼອດໄປ.
ທ່ານພົນຈັດຕະວາ ຫງວຽນວັນເດະ ໃຫ້ຮູ້ວ່າ ບັກຢາງ ແມ່ນສະຖານທີ່ມີການປະກອບສ່ວນສຳຄັນຫຼາຍຢ່າງໃນການຊ່ວຍການປະຕິວັດລາວ. ຄະນະຕິດຕໍ່ປະສານງານແຂວງ ຍາມໃດກໍ່ເຂົ້າຮ່ວມບັນດາການເຄື່ອນໄຫວບໍລິຈາກຢ່າງຕັ້ງໜ້າ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ນັກຮົບເກົ່າລາວ, ສືບຕໍ່ຮັກສານ້ຳໃຈສາມັກຄີ, ຄວາມຕິດພັນລະຫວ່າງສອງປະເທດ.
ທ່ານສະເໜີໃຫ້ບັນດາບັນດາອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ແຂວງ ບັກຢາງ ສືບຕໍ່ກໍ່ສ້າງ, ເພີ່ມພູນຄູນສ້າງ ແລະ ປົກປັກຮັກສານ້ຳໃຈສາມັກຄີມິດຕະພາບແບບພິເສດອັນຍິ່ງໃຫຍ່, ຮ່ວມສຳພັນຕໍ່ສູ້ຢ່າງຊື່ສັດ, ພ້ອມກັນນັ້ນ ກໍ່ຖ່າຍທອດຈິດໃຈນັ້ນໄປສູ່ຄົນລຸ້ນຕໍ່ໄປ.
![]() |
ຜູ້ຕາງໜ້າຄະນະຕິດຕໍ່ປະສານງານອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ ແຂວງ ບັກຢາງ ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ບັນດານັກສຶກສາ, ນັກຄົ້ນຄ້ວາລາວ. |
ທ່ານ ເຈີ່ນກົງແທ່ງ, ປະທານສະຫະພັນບັນດາອົງການມິດຕະພາບແຂວງ ບັກຢາງ ສະເໜີໃຫ້ສະມາຄົມມິດຕະພາບຫວຽດນາມ - ລາວ ຂອງແຂວງ, ບັນດາອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ປັບປຸງສາຍພົວພັນຮ່ວມມືລະຫວ່າງສອງປະເທດ; ເປັນເສນາທິການ, ສະເໜີຂໍ້ລິເລີ່ມໃໝ່ ເພື່ອຊຸກຍູ້ການພົວພັນມິດຕະພາບ ບັກຢາງ - ໄຊສົມບູນ ໃຫ້ນັບມື້ນັບແໜ້ນແຟ້ນ. ຄຽງຂ້າງນັ້ນ, ກໍ່ປ່ຽນແປງໃໝ່ ແລະ ຍົກສູງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່, ຂົນຂວາຍ, ແນະນຳ ແລະ ໂຄສະນາຮູບພາບບ້ານເກີດເມືອງນອນ, ປະຊາຊົນ, ວັດທະນະທຳພື້ນເມືອງຂອງແຂວງ ບັກຢາງ ກັບເພື່ອນມິດສາກົນ.
ເນື່ອງໃນໂອກາດນີ້, ຄະນະຕິດຕໍ່ປະສານງານອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ ແຂວງ ບັກຢາງ ກໍ່ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ບັນດານັກສຶກສາ, ນັກຄົ້ນຄ້ວາລາວ.
![]() | ສະຖານທູດຈີນ ມອບທຶນການສຶກສາໃຫ້ນັກຮຽນດີເດັ່ນຢູ່ໂຮງຮຽນພາກເໜືອ ຫວຽດນາມ 34 ແຫ່ງ ຍສໝ - ວັນທີ 26 ກັນຍາ 2024, ຢູ່ຮ່າໂນ້ຍ, ສະຖານທູດຈີນ ປະຈຳ ຫວຽດນາມ ໄດ້ຈັດພິທີມອບທຶນການສຶກສາໃຫ້ນັກຮຽນດີເດັ່ນ 225 ຄົນທີ່ມາຈາກ ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ 34 ແຫ່ງຂຶ້ນກັບບັນດາແຂວງພາກເໜືອຂອງ ຫວຽດນາມ. ນີ້ແມ່ນສ່ວນໜຶ່ງໃນໂຄງການຮ່ວມມືດ້ານການສຶກສາ ເພື່ອສົ່ງເສີມຈິດໃຈຮ່ຳຮຽນ, ປະກອບສ່ວນຊຸກຍູ້ການພັດທະນາການສຶກສາ ແລະ ມິດຕະພາບ ຫວຽດນາມ ... |
![]() | [ຮູບພາບ] ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ພົບປະກັບອະດີດທະຫານອາສາສະໝັກ ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ວັນທີ 11 ກັນຍາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ... |
ມີງດຶກ