![]() | ບັນດາແມ່ຫວຽດນາມ ຢູ່ຕ່າງປະເທດຮັກສາພາສາບ້ານເກີດເມືອງນອນ |
![]() | ເຕັກໂນໂລຢີ: ກຸນແຈໃນການປົກປັກຮັກສາ, ພັດທະນາພາສາຫວຽດນາມ ໃຫ້ແກ່ລຸ້ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ |
ກະຕືລືລົ້ນເມື່ອອ່ານປື້ມພາສາຫວຽດນາມ
ແຕ່ລະວັນເສົາ, ເດັກນ້ອຍຊາວຫວຽດນາມ 30 ຄົນໄດ້ເຂົ້າຮ່ວມຫ້ອງຮຽນພາສາຫວຽດນາມ ຢ່າງກະຕືລືລົ້ນ ໂດຍສະມາຄົມຊາວຫວຽດນາມ ຢູ່ Fukuoka (ຍີ່ປຸ່ນ) ຈັດຕັ້ງ. ພາຍຫຼັງຮຽນການສະກົດຄຳ, ປະສົມຄຳສັບ, ບັນດາບົດສອນຍຢູ່ໃນຫ້ອງຮຽນ, ຕອນອອກຫຼິ້ນ ນັກຮຽນໜຸ່ມໄດ້ເຕົ້າໂຮມກັນຢູູ່ຕູ້ປື້ມພາສາຫວຽດນາມ ແລະ ໄດ້ອາຈານ ເລທິບິກຫງອກ ອ່ານນິທານ, ປຶ້ມໃຫ້ຍິມ.
“ຕູ້ປື້ມພາສາຫສຽດນາມ ມີປຶ້ມທີ່ອຸດົມສົມບູນ ແລະ ດຶງດູດໃຈ, ພ້ອມທັງມີເອກະສານ, ປຶ້ມຫຼາຍຢ່າງ ເພື່ອຊ່ວຍໃຫ້ເດັກນ້ອຍເຂົ້າເຖິງພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມ ໄດ້ດີກວ່າເກົ່າ. ພວກເດັກນ້ອຍມັກການອ່ານຫຼາຍ”, ອາຈານ ເລທິບິກຫງອກ ແບ່ງປັນກັບ ວາລະສານຍຸກສະໄໝ.
ຕູ້ປື້ມພາສາຫສຽດນາມ ລວມມີປຶ້ມຫຼາຍປະເພດຄື: ອຸປະກອນການສອນ-ການຮຽນພາສາຫວຽດນາມ; ເລື່ອງລາວດ້ວຍພາບສໍາລັບເດັກນ້ອຍ (ບັນດາເລື່ອງທີ່ພັດທະນາທາງປັນຍາ, ສົ່ງແຮງບັນດານໃຈ; ເລື່ອງວິທະຍາສາດທີ່ນິຍົມ ... );ເອກະສານອ້າງອິງ, ອຸປະກອນເສີມທີ່ກ້າວໜ້າ (ລວມທັງປຶ້ມອ້າງອີງທີ່ຊ່ວຍຍົກສູງຄວາມສາມາດອ່ານທີ່ເຂົ້າໃຈພາສາຫວຽດນາມ, ນຳຜູ້ອ່ານມາສູ່ສົມບັດວັນນະຄະດີພື້ນເມືອງ, ວັນນະຄະດີຍຸກສະໄໝຂອງຫວຽດນາມ); ອຸປະກອນຄົ້ນຄວ້າຈຳເພາະກ່ຽວກັບພາສາຫວຽດນາມ ສໍາລັບຜູ້ທີ່ສອນ ແລະ ຄົ້ນຄວ້າພາສາຫວຽດນາມ...
![]() |
ຕູ້ປື້ມພາສາຫວຽດນາມ ຢູ່ Fukuoka (ຍີ່ປຸ່ນ). ພາບ: Duy Anh |
ຕູ້ປື້ມຍັງສະໜອງລະຫັດ QR ເພື່ອແນະນຳການເຂົ້າເຖິງໂຄງການສອນພາສາຫວຽດນາມ ໃຫ້ແກ່ເດັກນ້ອຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ບົນຮາກຖານຊຸດປຶ້ມສະບາຍດີພາສາຫວຽດນາມ.
ໂດຍໄດ້ຮູ້ວ່າ ຕູ້ປື້ມພາສາຫວຽດນາມນີ້ ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດສົມທົບກັບສຳນັກພິມສຶກສາ ຫວຽດນາມ ຜັນຂະຫຍາຍ. ມາຮອດປະຈຸ, ມີສະຖານທີ່ຕັ້ງຢູ່ Fukuoka (ຍີ່ປຸ່ນ), Budapest (ຮົງກາຣີ), ໄຕ້ຫວັນ (ຈີນ), Pari (ຝຣັ່ງ), Prague ແລະ Brno (ສ.ເຊັກໂກ).
ຄຽງຂ້າງການກໍ່ສ້າງ ແລະ ທົດລອງຕູ້ປຶ້ມພາສາຫວຽດນາມ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ສຳນັກພິມສຶກສາ ຫວຽດນາມ ກໍ່ຍັງສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ເພື່ອແນະນຳປຶ້ມພາສາຫວຽດນາມ ເຂົ້າໃນຫໍສະໝຸດຊຸມຊົນ ແລະ ກໍ່ສ້າງແຈຫວຽດນາມ ຢູ່ຫຼາຍປະເທດ. ພ້ອມກັນນັ້ນ, ຄົ້ນຄວ້າກົນໄກເຄື່ອນໄຫວເປີດກ້ວາງການນຳເອົາປຶ້ມພາສາຫວຽດນາມ ເພື່ອຮັບໃຊ້ປະຊາຄົມເຂົ້າບັນດາຫໍສະໝຸດຢູ່ບັນດາປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.
“ຕູ້ປື້ມພາສາຫວຽດນາມ ໄດ້ນຳມາປຶ້ມດີຫຼາຍຫົວໃຫ້ພວກຂາ້ພະເຈົ້າ, ທີ່ອຸດົມສົມບູນໄປດ້ວຍເອກະລັກວັດທະນະທໍາຫວຽດນາມ. ໄດ້ອ່ານປຶ້ມເປັນພາສາແມ່, ທີ່ໄດ້ສົ່ງມາຈາກບ້ານເກີດເມືອງນອນເຮັດໃຫ້ພວກຂາ້ພະເຈົ້າມີຄວາມຮູ້ສຶກຕື້ນຕັນໃຈຫຼາຍ. ພ້ອມກັນນັ້ນ, ຕູ້ປື້ມຍັງໄດ້ປະກອບສ່ວນຊ່ວຍໃຫ້ລຸ້ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຮັບຄວາມຮູ້ກ່ຽວກັບພາສາຫວຽດນາມ ແລະ ກົກເຄົ້າເຫງົ້າກໍຂອງຕົນ. ນີ້ກໍແມ່ນຄວາມມຸ່ງມາດປາດຖະໜາຂອງຄົນລຸ້ນກ່ອນຂອງພວກຂາ້ພະເຈົ້າ”, ທ່ານນາງ ໝີຢຸ່ງ, ໄຕ້ຫວັນ (ຈີນ) ແບ່ງປັນ.
ຕາມທ່ານ ນົງແຄກຢຸຍ, ສະມາຊິກສະມາຄົມນັກສຶກສາຢູ່ຮຸງກາຣີ ແລ້ວ, ໃນຖານະແມ່ນລຸ້ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພວກຂ້າພະເຈົ້າປາດຖະໜາຢາກມີຄວາມຮູ້ກ່ຽວກັບພາສາຫວຽດນາມແລະ ວັດທະນະທຳຂອງຊາດຕື່ມອີກ. ຕູ້ປື້ມພາສາຫວຽດນາມ ດ້ວຍປຶ້ມດີຫຼາຍຫົວ ໄດ້ນຳມາເຊິ່ງຄຸນຄ່າຫຼາຍຢ່າງ, ປະກອບສ່ວນເພີ່ມພູນຄູນສ້າງຄວາມຮັກແພງບ້ານເກີດເມືອງນອນ ແລະ ຄວາມພາກພູມໃຈຂອງຊາດໃນປະຊາຄົມຊາວຫວຽດນາມ.
ສືບຕໍ່ຄົ້ນຄ້ວາ, ຮຽບຮຽງງປຶ້ມໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ແບ່ງປັນກັບ ວາລະສາຍຸກສະໄໝ, ທ່ານ ຟ້າມວີ້ງໄທ - ຫົວໜ້າບັນນາທິການສໍານັກພິມສຶກສາຫວຽດນາມ ໃຫ້ຮູ້ວ່າ ປີ 2023 ແມ່ນປີທໍາອິດທີ່ສໍານັກພິມສຶກສາຫວຽດນາມ ສົມທົບກັບຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອກໍ່ສ້າງຮູບແບບຕູ້ປື້ມພາສາຫວຽດນາມ ເພື່ອຮັບໃຊ້ປະຊາຄົມ ແລະ ມອບໃຫ້ບັນດາອົງການຜູູ້ຕ່າງໜ້າຫວຽດນາມ ຢູ່ຕ່າງປະເທດຢູ່ບາງປະເທດ ແລະ ເຂດແຄ້ວນ.
ຕູ້ປື້ມພາສາຫວຽດນາມ ສຳລັບຄົນໃໝ່ໃນການຮຽນພາສາຫວຽດນາມ (ເປັນຄົນຫວຽດນາມ, ຄົນທີ່ມີເຊື້ອຊາດຫວຽດນາມທີ ລຸ້ນທີ 2, ທີ 3, ທີ 4 ຢູ່ຕ່າງປະເທດ, ເດັກນ້ອຍບັນດາຄອບຄົວທີ່ຫຼາກຫຼາຍວັດທະນະທຳທີ່ມີປັດໃຈຄົນຫວຽດນາມ...); ຜູ້ສອນພາສາຫວຽດນາມ ແລະ ບັນດາຜູ້ຄົ້ນຄ້ວາພາສາຫວຽດນາມ ໃນຊຸມຊົນ.
![]() |
ຕູ້ປື້ມພາສາຫວຽດນາມ ຢູ່ ຝຣັ່ງ. ພາບ: Nguyen Mai |
ທ່ານ ໄທ ໃຫ້ຮູ້ວ່າ ບັນດາຕູ້ປື້ມພາສາຫວຽດນາມ ທີ່ໄດ້ມອບໃຫ້ແມ່ນການສົມທົບຂອງປຶ້ມ, ເອກະສານຫຼາຍປະເພດ ເພື່ອຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ສຳນັກພິມສຶກສາຫວຽດນາມ ແລະ ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ດໍາເນີນການສໍາຫຼວດຄວາມຕ້ອງການໃນບາງບໍລິເວນທີ່ເປັນແບບຢ່າງ, ກໍ່ສ້າງບັນຊີລາຍຊື່ຂອງຕູ້ປື້ມພື້ນຖານ. ພາຍຫຼັງ, ຂຶ້ນກັບແຕ່ລະບໍລິເວນທີ່ລະອຽດ, ດັດປັບບັນຊີລາຍການຕູ້ປື້ມໃຫ້ເໝາະສົມ (ດ້ວຍທ່າອ່ຽງເພີ່ມຂຶ້ນກ່ຽວກັບຈຳນວນປຶ້ມ ແລະ ຫົວເລື່ອງ) ພ້ອມທັງການແນະນຳຂະບວນການດຳເນີນງານຂອງຕູ້ປື້ມມີໄຫວພິບ ແລະ ມີປະສິດທິຜົນ.
“ໂດຍຜ່ານຕູ້ປຶ້ມ, ບັນດາຄົນລຸ້ນຕ່າງໆຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດສາມາດເຂົ້າເຖິງວັດທະນະທຳຂອງຊາດໄດ້ຢ່າງງ່າຍດາຍ, ປັບປຸງຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດ; ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງຊາວຫວຽດນາມ ຢູ່ພາຍໃນປະເທດ ແລະ ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ; ພິເສດແມ່ນການປະກອບສ່ວນປົກປັກຮັກສາພາສາແມ່ - ພາສາຫວຽດນາມ”, ທ່ານ ໄທ ກ່າວ.
ທ່ານ ໄທ ຢືນຢັນວ່າ ສອງອົງການຈະສືບຕໍ່ຄົ້ນຄ້ວາ, ຮຽບຮຽງບັນດາຊຸດປຶ້ມພາສາຫວຽດນາມ ທີ່ເໝາະສົມກັບພາສາ, ລັກສະນະຂອງປະຊາຄົມທີ່ປະຈຳຖິ່ນ, ເປັນທັງການທະວີຄູນຮູບແບບຊຸດຝຶກອົບຮົມພາສາຫວຽດນາມ ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
![]() | ນະຄອນ ໂຮ່ຈິມິນ: ແຈ້ງຂໍ້ມູນກ່ຽວກັບມະຕິເລກທີ 98 ໃຫ້ຊາວຫວຽດນາມ ທີ່ອາໄສຢູ່ ແຟງລັງ ຍສໝ - ແຕ່ວັນທີ 13-14 ກັນຍາ (ຕາມເວລາທ້ອງຖິ່ນ), ສະຖານທູດ ຫວຽດນາມ ປະຈຳ ແຟງລັງ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ (HCMC) ໄດ້ຈັດຕັ້ງກອງປະຊຸມແຈ້ງຂໍ້ມູນເຜີຍແຜ່ກ່ຽວກັບມະຕິເລກທີ 98/2023/QH15 ຂອງສະພາແຫ່ງຊາດ ແລະ ໂຄງການນະໂຍບາຍເສີມຂະຫຍາຍຢ່າງມີສິດທິຜົນແຫຼ່ງກຳລັງການສົ່ງເງິນຕາຕ່າງປະເທດກັບຄືນມາປະເທດ ຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ບົນບໍລິເວນນະຄອນ ໂຮ່ຈິມິນ ... |
![]() | ຊາວຫວຽດນາມ ອາໄສຢູ່ ລາວ ແລະຍີ່ປຸ່ນ ເສີມຂະຫຍາຍມູນເຊື້ອແບ່ງທຸກແບ່ງສຸກນຳກັນ ຍສໝ - ໂດຍເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ມຊູຊ່ວຍເຫຼືອ ເຊິ່ງກັນ ແລະກັນໃນຍາມປະສົບກັບຄວາມຫຍຸ້ງຍາກ, ຮ່ວມໃຈກັນແບ່ງປັນຄວາມຫຍຸ້ງຍາກ, ຜູ້ໃຈບຸນໃຈກຸສົນ, ບັນດາອົງການ, ວິສາຫະກິດ ແລະອົງການຈັດຕ້ັງ, ໝູ່ຄະນະ ແລະບຸກຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ພາກໃຕ້ຂອງລາວ ໄດ້ສະແດງນ້ຳໃຈສາມັກຄີ, ຮ່ວມໃຈກັນໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມທັງຢູ່ຫວຽດນາມ ແລະລາວ, ຫວັງວ່າປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກ ແລະກັບຄືນສູ່ການດໍາລົງຊີວິດເປັນປົກກະຕິໂດຍໄວ. |
ມີງດຶກ