ພາສາຫວຽດ​ນາມ ແລະ ການ​ເດີນ​ທາງບືນອອກ​ໂລກ

22:20 | 11/10/2024

ຍສໝ -​ ດ້ວຍຈຳນວນຊາວຫວຽດນາມ ປະມານ 6 ລ້ານຄົນອາໄສຢູ່ກວ່າ 130 ປະເທດ ແລະ ເຂດແຄວ້ນ, ພາສາຫວຽດນາມ ບໍ່ພຽງແຕ່ແມ່ນພາຫະນະສື່ສານເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ວັດທະນະທຳລະຫວ່າງລຸ້ນຄົນຫວຽດນາມ ກັບບ້ານເກີດເມືອງນອນອີກດ້ວຍ. ປະຊາຄົມຊາວຫວຽດນາມ ພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາວັດທະນະທໍາ-ສັງຄົມຂອງທ້ອງຖິ່ນທີ່ບ່ອນເຂົາເຈົ້າອາໄສຢູ່. ຄວາມຕ້ອງການປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍພາສາ​ຫວຽດນາມ ​ເປັນ​ເອກະລັກ​ສະ​ເພາະ​ພາກສ່ວນໜຶ່ງຂອງ​ຊາດ ພວມໄດ້​ຮັບ​ການ​ຖືເປັນສຳຄັນ, ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອ​ໃຫ້​ພາສາ​ນີ້​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ຢູ່​ຫຼາຍ​ປະ​ເທດ.

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ
ສາຍ​ການ​ບິນ​ຫວຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

ບາດລ້ຽວປະຫວັດສາດຢູ່​ສາທາລະນະລັດເຊັກໂກ

ໜຶ່ງ​ໃນ​ບັນ​ດາ​ບາດ​ລ້ຽວສຳ​ຄັນ​ທີ່ຂີດໝາຍການ​ພັດ​ທະ​ນາ​ພາ​ສາ​ຫວຽດ​ນາມ​ ແມ່ນ​ໃນ​ເດືອນກັນຍາ 2013, ຊຸມ​ຊົນ​ຊາວຫວຽດນາມ ຢູ່ ສ.ເຊັກ​ໂກ ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ຈາກ​ລັດ​ຖະ​ບານ​ວ່າ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ ມີ​ໂອກາດ​ກາຍ​ເປັນ​ພາສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ຢູ່​ປະ​ເທດ​ເອີ​ລົບ. ສິ່ງນີ້​ບໍ່​ພຽງ​ແຕ່​ນຳມາເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາ​ຄົມ​ຊາວຫວຽດນາມ ຢູ່ ສ.ເຊັກ​ໂກ ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ປົກ​ປັກ​ຮັກສາ​ພາສາ​ແມ່, ສົ່ງເສີມການ​ສອນ​ພາສາ​ຫວຽດນາມ ຢູ່​ບັນດາ​ໂຮງຮຽນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຄົນ​ລຸ້ນຫຼັງ​ເຂົ້າ​ເຖິງ​ພາສາ​ຫວຽດນາມ ​ໃນ​ສະພາບ​ການ​ສຶກສາ​ຢ່າງ​ເປັນ​ທາງ​ການ.

ພາສາຫວຽດ​ນາມ ແລະ ການ​ເດີນ​ທາງບືນອອກ​ໂລກ

ຫ້ອງຮຽນພາສາຫວຽດນາມ ຢູ່ສູນພາສາຫວຽດນາມ Praha (ສາທາລະນະລັດເຊັກໂກ). (ພາບ: ຫງວຽນວັນເຊີນ)

ລະອຽດ, ພາຍຫຼັງ​ໄດ້​ຮັບ​ການ​ຮັບຮອງ, ພາສາຫວຽດນາມ ​ໄດ້​​ນຳ​ໃຊ້​ໃນ​ບັນດາບໍລິການ​ຄື: ສາທາລະນະ​ສຸກ, ການສຶກສາ ​ແລະ ບໍລິຫານ. ສິ່ງ​ນີ້​ຊ່ວຍ​ຫລຸດຜ່ອນ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ພາສາ, ພິເສດແມ່ນສຳລັບບັນດາ​ຜູ້​ເຖົ້າ​ ຫຼື ​ຄົນ​ເຂົ້າ​ເມືອງ​ໃໝ່, ພ້ອມກັນນັ້ນ ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ເຂົ້າໃນຊີວິດ​ສັງຄົມ ​ແລະ ການ​ເມືອງ​ຢູ່​ທ້ອງ​ຖິ່ນ.

​ໃນພິທີສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສູນ​ພາສາ​ຫວຽດນາມ ຢູ່​ສູນ​ການ​ຄ້າ Sapa ຢູ່ Prague ​ໃນ​ເດືອນຕຸລາ 2023, ທ່ານ ຫງວຽນຢຸຍຍຽນ, ປະທານ​ສະມາຄົມ​ຊາວຫວຽດນາມ ປະຈຳ ສ.ເຊັກໂກ ຢືນຢັນ​ວ່າ “ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ​ສ.ເຊັກ​ໂກ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ໜ້າທີ່ປົກ​ປັກ​ຮັກສາ ​ແລະ ຮັກສາ​ວັດທະນະທຳ, ພາສາ​ຫວຽດນາມ. ພຽງ​ແຕ່​ຮັກສາ​ພາສາຈື່ງສາມາດ​ຮັກສາ​ປະຊາ​ຄົມ​ທີ່ພັດທະນາ​ແບບ​ຍືນ​ຍົງ”. ບັນດາລາຍການຄື ຄ້າຍພັກແລ້ງພາສາຫວຽດນາມ ຫຼື ບັນດາການເຄື່ອນໄຫວວັດທະນະທຳ ໄດ້ກາຍເປັນຂົວຕໍ່ລະຫວ່າງລຸ້ນຄົນ, ຊ່ວຍໃຫ້ໄວໜຸ່ມຊາວຫວຽດນາມ ຢູ່ ສ.ເຊັກໂກ ບໍ່ພຽງແຕ່ຮຽນຮູ້ພາສາເທົ່ານັ້ນ ຫາກຍັງເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳຂອງຊາດອີກດ້ວຍ.

ພາສາຫວຽດນາມ ແຜ່ກະຈາຍ

ອາ​ເມ​ລິ​ກາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ປະຊາ​ຄົມ​ຊາວຫວຽດນາມ ເປັນຈຳນວນຫຼວງຫຼາຍທີ່ສູດ, ດ້ວຍ​ຈຳນວນ​ພົນລະ​ເມືອງ​ປະມານ 2,2 ລ້ານ​ຄົນ. ບັນດາ​ສູນ​ ແລະ ຮາກຖານສອນ​ພາສາ​ຫວຽດນາມ ​ໄດ້​ກາຍ​ເປັນ​ພື້ນຖານ​ອັນ​ສຳຄັນ​ ເພື່ອ​ຊ່ວຍ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍພາສາ​ແມ່​ໃຫ້​ແກ່​ລຸ້ນໜຸ່ມ. ຕາມ​ສະຖິຕິ, ມີ​ສູນ ແລະ ຮາກຖານສອນ​ພາສາ​ຫວຽດນາມ200 ກວ່າ​ແຫ່ງໃນທົ່ວອາເມລິກາ, ປະກອບສ່ວນ​ເຂົ້າໃນການຮັກສາ​ພາສາ​ຫວຽດນາມ​ ໃນ​ຄອບຄົວ ​ແລະ ຊຸມ​ຊົນ.

ພາສາຫວຽດ​ນາມ ແລະ ການ​ເດີນ​ທາງບືນອອກ​ໂລກ

ການ​ເຄື່ອນ​ໄຫວ​ສອນ​ພາ​ສາ​ຫວຽດ​ນາມ ຂອງອາ​ຈານ​ຊາວຫວຽດ​ນາມ​ ອາໄສຢູ່ສ.ເກົາ​ຫຼີ. (ພາບ: Kim Thoa)

ບາດກ້າວ​ທີ່ເປັນໜ້າສົນໃຈແມ່ນ​ໃນ​ເດືອນ​ມິຖຸນາ​ປີ 2024, ສະພາຕິດຕາມກວດການະຄອນ San Francisco (California) ໄດ້​ຜ່ານ​ການ​ຕັດສິນ​ໃຈ​ຮັບຮອງ​ພາສາ​ຫວຽດນາມ​ ຢ່າງເປັນທາງການເປັນ​ພາສາ​ທາງ​ການ​ຂອງ​ນະຄອນ. ການ​ຕັດສິນ​ໃຈ​ນີ້​ ​ເປັນ​ຂີດ​ໝາຍ​ກ້າວ​ໄປ​ໜ້າ​ທີ່​ສຳຄັນ, ​ເມື່ອ​ພາສາ​ຫວຽດນາມ ຖືກ​ນຳ​ໃຊ້​ໃນ​ບັນດາ​ບໍລິການ​ສາທາລະນະ​ເຊັ່ນ ການແປ​ພາສາ​ທາງ​ໂທລະສັບ, ​ແຈ້ງ​ການ, ​ເອກະສານ​ຢູ່​ເວັບ​ໄຊ ​ແລະ ຂໍ້​ມູນ​ອື່ນໆ​ທີ່​ກ່ຽວຂ້ອງ.

ນອກຈາກ San Francisco, ເມືອງ Cam (California), Houston (Texas) và Seattle (Washington) ກໍ່ແມ່ນບັນດາເຂດທີ່ມີຊຸມຊົນຫວຽດນາມ ຂະຫນາດໃຫຍ່, ບ່ອນທີ່ພາສາຫວຽດນາມ ຖືກນໍາໃຊ້ຢ່າງກວ້າງຂວາງໃນບັນດາບໍລິການສາທາລະນະ, ສາທາລະນະສຸກ, ການສຶກສາ. ນີ້​ແມ່ນ​ບັນດາ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້ພາສາ​ຫວຽດນາມ ກາຍເປັນພາກ​ສ່ວນ​ໜຶ່ງຂອງ​ລະບົບ​ພາສາ​ທາງ​ການ​ຢູ່​ອາ​ເມ​ລິ​ກາ, ​ເປີດ​ໂອກາດໃຫຍ່ເພື່ອ​ໃຫ້​ພາສາ​ນີ້​ໄດ້​ຮັບ​ການ​ຮັບຮອງຢ່າງ​ກວ້າງຂວາງ​ກວ່າ​ອີກ​ໃນ​ອະນາຄົດ.

ບໍ່​ພຽງ​ແຕ່​ຢູ່​ສ.ເຊັກ​ໂກ ​ແລະ ອາ​ເມ​ລິ​ກາ ​ເທົ່າ​ນັ້ນ, ພາສາຫວຽດນາມ ຫາກຍັງພວມ​ຖືກ​ສອນ​ຢູ່​ຫຼາຍ​ປະ​ເທດ​ ດ້ວຍ​ບັນດາ​ໂຄງການ​ຮ່ຳຮຽນພື້ນຖານ.

ຢູ່​ອີ​ຕາ​ລີ, ມະຫາວິທະຍາ​ໄລ Ca' Foscari ຢູ່ Venice ​ໄດ້​ມີ​ໂຄງການ​ສອນ​ພາສາ​ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີ. ນັກ​ສຶກສາ​ທີ່​ຮຽນ​ວິຊາ​ນີ້​ບໍ່​ພຽງ​ແຕ່​ຮຽນ​ພາສາ​ເທົ່າ​ນັ້ນ ຫາກ​ຍັງ​ຮຽນ​ຮູ້​ວັດທະນະທຳ, ວັນນະຄະດີ ​ແລະ ປະຫວັດສາດ​ຂອງ​ຫວຽດນາມ​ອີກ​ດ້ວຍ. ຫຼັງ​ຈາກ​ຮຽນ​ຈົບ, ນັກ​ສຶກ​ສາ​ສາ​ມາດ​ສື່​ສານ​ພື້ນ​ຖານ​ ແລະ ​ເຂົ້າ​ເຖິງ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ ຢ່າງ​ເລິກ​ເຊິ່ງກວ່າ.

ຢູ່​ສ.ເກົາຫຼີ, ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ພາສາ​ຫວຽດນາມ ​ໄດ້​ຖືກ​ລວມເຂົ້າ​ໃນ​ໂຄງການ​ສຶກສາຄື​ເປັນ​ພາສາ​ຕ່າງປະ​ເທດ​ທີສອງ. ປະຈຸ​ບັນ, ມີ​ມະຫາວິທະຍາ​ໄລ 4 ​ແຫ່ງ​ຢູ່​ສ.​ເກົາຫຼີ​ ທີ່​ສອນ​ພາສາ​ຫວຽດນາມ ​ແລະ ພາກວິຊາພາສາ​ຫວຽດນາມ, ພ້ອມກັນນັ້ນ ມີ​ໂຮງຮຽນ​ມັດ​ທະ​ຍົມ​ຕອນຕົ້ນ​ຫຼາຍ​ແຫ່ງ ​ຍັງ​ເປີດ​ບັນດາຊຸດຮຽນ​ພາສາ​ຫວຽດນາມ. ໃນ​ການ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ປີ ​​2022, ພາສາຫວຽດນາມ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ການຄັດເລືອກທີ່​ແຜ່​ລາມທີ່​ສຸດໃນວິຊາພາສາຕ່າງປະເທດ 2. ສິ່ງ​ດັ່ງກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຢ່າງເລິກເຊິ່ງຂອງ​ສັງຄົມ ສ.​ເກົາຫຼີ ກ່ຽວ​ກັບ​ວັດທະນະທຳ ​ແລະ ພາສາ​ຫວຽດນາມ, ພິເສດແມ່ນ​ໃນ​ສະພາບ​ການ​ຂອງ​ປະຊາ​ຄົມ​ຊາວຫວຽດນາມ ຢູ່ສ.​ເກົາຫຼີ ​ແລະ ບັນດາ​ຄອບຄົວ​ຫຼາຍ​ວັດທະນະທຳນັບມື້ນັບພັດທະນາຢ່າງເຂັ້ມແຂງຢູ່ທີ່ນີ້.

ຢູ່​ໄຕ້​ຫວັນ (ຈີນ), ນັບ​ແຕ່​ປີ 2019, ພາສາຫວຽດ​ນາມ ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂຄງການສິດສອນ​ຢ່າງ​ເປັນ​ທາງ​ການ​ແຕ່​ຊັ້ນ 3 ຫາ 12, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຮຽນ​ພາ​ສາ​ຫວຽດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ບໍ່​ພຽງ​ແຕ່​ຈາກ​ຄົນ​ລຸ້ນ​ໄຕ້​ຫວັນ ທີ່ມີເຊື້ອຊາດຫວຽດນາມ ເທົ່ານັ້ນ ຫາກ​ຍັງ​ແມ່ນ​ປະ​ຊາ​ຄົມ​ຊາວ​ໄຕ້​ຫວັນ ​ນຳ​ອີກ.

ພາສາຫວຽດ​ນາມ ໃນ​ກະແສ​ເຊື່ອມ​ໂຍງ​ທົ່ວ​ໂລກ

ພາສາຫວຽດ​ນາມ ນັບ​ມື້​ນັບ​ຢືນ​ຢັນ​ທີ່​ຕັ້ງ​ຂອງ​ຕົນ ບໍ່​ພຽງ​ແຕ່​ແມ່ນ​ພາ​ສາ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ກັບວັດ​ທະ​ນະ​ທຳ​ສາ​ກົນ. ແລກປ່ຽນກັບສື່ມວນຊົນ, ທ່ານນາງ ປອ. ເລທິແທງເຕີມ, ຫົວໜ້າ​ຄະນະ​ວິຊາ​ພາສາ​ຫວຽດນາມ, ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດ​ວິທະຍາ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ການມີໜ້ານັບມື້ນັບຫຼາຍຂຶ້ນຂອງຫຼາຍວິຊາພາສາຫວຽດນາມ ໃນ​ບັນດາ​ໂຄງການ​ສິດສອນ​ຢູ່​ຫຼາຍ​ປະ​ເທດ ຫຼື ພາສາຫວຽດນາມກາຍ​ເປັນ​ພາສາ​ທາງ​ການ​ຢູ່​ບັນດາ​ຕົວ​ເມືອງ​ໃຫຍ່​ຂອງ​ໂລກ ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມມີພະລັງຊີວິດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ພາສາ - ວັດທະນະທຳ ຫວຽດນາມ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຖະ​ແຫຼງ​ການກ່ຽວກັບສິດຂອງຄົນທີ່ຂຶ້ນກັບບັນດາກຸ່ມສ່ວນໜ້ອຍ, ເຊື້ອຊາດ, ສາດ​ສະ​ຫນາ​ ແລະ ​ພາ​ສາ (ປີ 1992​) ຂອງສະ​ຫະ​ປະ​ຊາ​ຊາດ ໄດ້​ຊີ້ໃຫ້ເຫັນວ່າ ບັນດາກຸ່ມສ່ວນໜ້ອຍມີ​ສິດ​ໃນ​ການ​ນໍາ​ໃຊ້​ພາ​ສາ​ຂອງ​ຕົນ​ເອງ​ໃນ​ການ​ສຶກ​ສາ​, ສື່​ມວນ​ຊົນ ​ແລະ​ ວັດ​ທະ​ນະ​ທໍາ​. ສິ່ງນີ້ ​ເປີດ​ໂອກາດ​ທາງ​ດ້ານ​ກົດໝາຍ​ເພື່ອ​ໃຫ້​ຫວຽດນາມ ສາມາດໄດ້​ຮັບ​ການ​ຮັບຮອງເປັນພາສາ​ສ່ວນ​ໜ້ອຍ​ຢູ່​ບັນດາ​ປະ​ເທດ​ທີ່​ມີ​ປະຊາ​ຄົມ​ຊາວ​ຫວຽດນາມ ໃຫຍ່. ພ້ອມ​ກັນ​ນັ້ນ, ການ​ພັດທະນາ​ຢ່າງ​ເຂັ້ມແຂງ​ຂອງ​ເຕັກ​ໂນ​ໂລຢີ ​ແລະ ປັນຍາປະດິດ ຍັງ​ສ້າງ​ກາລະ​ໂອກາດ​ໃໝ່​ໃນ​ການ​ສອນ ​ແລະ ຮຽນ​ພາສາ​ຫວຽດນາມ ຜ່ານ​ທາງ​ອິນ​ເຕີ​ແນັດ, ຊ່ວຍ​ໃຫ້​ພາສາ​ນີ້​ໄປ​ສູ່​ໂລກ​ໄດ້​ງ່າຍ​ກວ່າ.

ແຕ່ເຖິງຢ່າງໃດກໍ່ຕາມ, ຕາມ​ບັນດາ​ນັກ​ຊ່ຽວຊານ​ດ້ານ​ພາສາ​ແລ້ວ, ​ເສັ້ນທາງ​ເພື່ອ​ໃຫ້ພາສາຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງຢ່າງ​ເປັນ​ທາງ​ການ​ຢູ່​ບັນດາ​ປະ​ເທດ​ອື່ນໆ ຍັງ​ມີສິ່ງທ້າທາຍ​ຫຼາຍ​ຢ່າງ. ປະຊາ​ຄົມ​ຊາວຫວຽດນາມ ຢູ່​ບັນດາ​ປະ​ເທດ​ໃນ​ໂລກ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ອົງການ​ການ​ທູດ​ຫວຽດນາມ ​ເພື່ອ​ຊຸກຍູ້​ພາສາ​ຫວຽດນາມ ​ໃຫ້​ກາຍ​ເປັນ​ພາສາສ່ວນ​ໜ້ອຍທາງການ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ວິທີ​ອະນຸລັກ​ຮັກສາ​ເອກະລັກ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພາສາ​ຫວຽດນາມ ​ເຂົ້າ​ສູ່​ໂລກ, ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ​ຂອງ​ໂລກ.

ການ​ເດີນ​ທາງ​​ທົ່ວ​ປະ​ເທດ​ຫວຽດ​ນາມ​ໂດຍ​ລົດ​ໄຟ ​ຂອງ​ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ

ການ​ເດີນ​ທາງ​​ທົ່ວ​ປະ​ເທດ​ຫວຽດ​ນາມ​ໂດຍ​ລົດ​ໄຟ ​ຂອງ​ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ

ຍສໝ - ກັບຄືນໄປຫວຽດນາມ ພາຍຫຼັງ 16 ປີ, ທ່ານ Winston Siaw ໄດ້ສຳຫຼວດດິນແດນຮູບຊົງ S ໂດຍລົດໄຟ ທອງເຍີດ ເປັນເວລາ 13 ວັນ ດ້ວຍຄ່າໃຊ້ຈ່າຍ 400 USD.

ການ​ເດີນ​ທາງ​ໄປ​ສຳ​ຫຼວດວັດ​ຖຸ​ບູ​ຮານ​ຕາມ​ເສັ້ນ​ທາງຮ່ວມສຳພັນສູ້ຮົບ ​ຫວຽດ​ນາມ - ລາວ

ການ​ເດີນ​ທາງ​ໄປ​ສຳ​ຫຼວດວັດ​ຖຸ​ບູ​ຮານ​ຕາມ​ເສັ້ນ​ທາງຮ່ວມສຳພັນສູ້ຮົບ ​ຫວຽດ​ນາມ - ລາວ

ຍສໝ - ເສັ້ນ​ທາງທິດ​ຕາ​ເວັນ​ຕົກຂອງສາຍພູຫຼວງ ​(ເຈື່ອງ​ເຊີນ) ​ຢູ່​ລາວ ​ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ ​ຫວຽດ​ນາມ - ລາວ, ນ້ຳ​ໃຈ​ມິດ​ຕະ​ພາບ​ພິ​ເສດ ​ລະ​ຫວ່າງ ​ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ບັນດາຮ່ອງຮອຍປະຫວັດສາດຢູ່ຖະໜົນສາຍນີ້ ສົມຄວນທີ່ຈະໄດ້ຮັບສາຍານາມເປັນຮ່ອງຮອຍປະຫວັດສາດແຫ່ງຊາດລາວ.

ມີງດຶກ

ເຫດການ
302 Found

Found

The document has moved here.