ຮ່າ​ໂນ້ຍ ບໍາລຸງສ້າງທິດ​ສະ​ດີ ວຽກງານກຳມະບານໃຫ້​ພະ​ນັກ​ງານ​ກໍາມະບານລາວ

22:30 | 12/09/2024

ຍສໝ - ວັນທີ 9 ກັນຍາ, ສະຫະພັນແຮງງານ ນະຄອນຮ່າໂນ້ຍ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີວຽກງານກຳມະບານໃຫ້ແກ່ພະນັກງານຂອງສະຫະພັນກຳມະບານ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ (ສປປ ລາວ).

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​ ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​
ນັກ​ສຶກ​ສາ ຮ່າ​ໂນ້ຍ - ຟູ​ກູ​ໂອ​ກະ ພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະການ​ສຶກ​ສາ ນັກ​ສຶກ​ສາ ຮ່າ​ໂນ້ຍ - ຟູ​ກູ​ໂອ​ກະ ພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະການ​ສຶກ​ສາ

ເຂົ້າ​ຮ່ວມ​ພິທີ ມີ ທ່ານ ບຸນ​ຍູ້ ​ໄຊ​ປັນຍາ ​ທີ່ປຶກສາ​ຂອງ​ສະຖານທູດ​ລາວ ປະຈຳ​ຫວຽດນາມ; ທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ.

ຝ່າຍ​ຫວຽດນາມ ມີ​ທ່ານ​ຮອງ​ປະທານ​ສະຫະພັນ​ແຮງ​ງານ​ຫວຽດນາມ ເຫງາະຢຸຍຮຽວ; ການນໍາຂອງມະຫາວິທະຍາໄລກໍາມະບານ; ພ້ອມກັບຜູ້ຕາງໜ້າ ນະຄອນຮ່າໂນ້ຍ.

ຮ່າ​ໂນ້ຍບໍາລຸງສ້າງທິດ​ສະ​ດີ ວຽກງານກໍາມະບານ​ໃຫ້​ພະ​ນັກ​ງານ​ກໍາມະບານລາວ

ພາບບັນຍາກາດພິທີເປີດຊຸດບໍາລຸງສ້າງພະນັກງານກຳມະບານລາວ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ຊຸດ​ບໍາລຸງສ້າງ, ທ່ານ​ປະທານ​ສະຫະພັນ​ແຮງ​ງານ ນະຄອນຮ່າ​ໂນ້ຍ ຟາ​ມກວາງ​ແທງ ​ໄດ້​ຫວນຄືນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອບ້ານໃກ້ເຮືອນຄຽງທີ່ຕິດພັນ ​​ພູຕໍ່ພູ ​ແລະ ​ແມ່​ນ້ຳຕໍ່ແມ່ນ້ຳ ​ລະຫວ່າງສອງປະເທດ ຫວຽດນາມ - ລາວ ດ້ວຍ​ມູນ​ເຊື້ອ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ທີ່ສະໜິດສະໜົມ​ມາ​ແຕ່​ດົນ​ນານຂອງສອງປະເທດ, ​ໃນ​ຫຼາຍ​ປີ​ມາ​ ສະຫະພັນ​ແຮງ​ງານ ນະຄອນ​ຮ່າ​ໂນ້ຍ ​ແລະ ສະຫະພັນ​ກຳມະບາ ນ​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ສາມັກຄີອ້າຍນ້ອງທີ່ສະໜິດແໜ້ນ.

ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ​ແລະ ​ໃນ​ແຕ່ລະ​ປີ​ກໍ່​ຜັດປ່ຽນ​ກັນ​ສົ່ງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໄປ​ຢ້ຽມຢາມ, ​ເຮັດ​ວຽກ, ​ແລກປ່ຽນ​ບົດຮຽນ​ກ່ຽວກັບວຽກ​ງານ​​ກຳມະບານ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບວຽກງານການ​ເບິ່ງແຍງ ​ແລະ ປົກປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ໃຫ້​ແກ່​ຜູ້ອອກແຮງງານ; ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສະ​ຖຽນ​ລະ​ພາບທາງດ້ານການ​ເມືອງສັງຄົມ ​ຂອງ​ສອງນະຄອນຫຼວງ ເວົ້າສະເພາະ ແລະ ​ສອງ​ປະ​ເທດ​ ຫວຽດ​ນາມ - ລາວ ເວົ້າ​ລວມ.

ປີ 2024, ໂດຍປະຕິບັດ​ບົດ​ບັນທຶກ​ຊ່ວຍຈໍາ​ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 14 ສິງຫາ 2022 ລະຫວ່າງ​ການນຳ​ສະຫະພັນ​ແຮງງານນະຄອນຫຼວງ​ຂອງ​ສອງ​ປະ​ເທດ; ​ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຄະນະ​ປະຈຳ​ສະຫະພັນ​ແຮງ​ງານ​ຫວຽດນາມ, ຄະນະ​ປະຈຳ​ພັກ​ນະຄອນ​ຮ່າ​ໂນ້ຍ, ສະຫະພັນ​ແຮງ​ງານ ​ນະຄອນ​ຮ່າ​ໂນ້ຍ ໄດ້ສົມທົບ​ກັບ​ມະຫາວິທະຍາ​ໄລ​​ກຳມະບານ ​ເປີດ​ຊຸດ​ບຳລຸງສ້າງ​ທິດ​ສະ​ດີວຽກງານກຳມະບານໃຫ້ແກ່ 20 ສະຫາຍທີ່ເປັນພະນັກງານຫຼັກແຫຼ່ງຂອງສະຫະພັນກຳມະບານ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ. ຊຸດ​ອົບຮົມ​​ດຳ​ເນີນ​ແຕ່​ວັນ​ທີ 6 ກັນຍາ 2024 ຫາ​ວັນ​ທີ 20 ຕຸລາ 2024 ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ.

Các học viên cùng đại biểu chụp ảnh lưu niệm tại buổi khai giảng lớp học. ບັນດານັກສຶກສາ ແລະ ຄະນະຜູ້ແທນໄດ້ຖ່າຍຮູບທີ່ລະນຶກໃນພິທີເປີດຮຽນ.

ບັນດາູ້ເຂົ້າຮ່ວມຊຸດບຳລຸງສ້າງ ແລະ ຄະນະຜູ້ແທນໄດ້ຖ່າຍຮູບທີ່ລະນຶກໃນພິທີເປີດຊຸດບຳລຸງສ້າງ.

​ໃນຊຸດບຳລຸງສ້າງຄັ້ງ​ນີ້ແມ່ນ​ຈະໄດ້​ຄົ້ນ​ຄ້ວາ​ບັນດາ​ບັນຫາ​ພື້ນຖານ​ກ່ຽວ​ກັບ​ກໍາມະບານຫວຽດນາມ; ກົດໝາຍວ່າດ້ວຍແຮງງານ ແລະ ກໍາມະບານ; ຄຸນລັກ​ສະ​ນະ, ທີ່ຕັ້ງ, ພາ​ລະ​ບົດ​ບາດ, ໜ້າ​ທີ່ ແລະ ວຽກ​ງານ​ຂອງ​ສະ​ຫະ​ພັນ​ກໍາມະບານຫວຽດ​ນາມ; ທັກສະການເຄື່ອນໄຫວວຽກງານກໍາມະບານ ແລະ ປະສົບການຕົວຈິງຂອງສະຫະພັນແຮງງານ ນະຄອນຮ່າໂນ້ຍ ໃນການປະຕິບັດບົດບາດ, ໜ້າທີ່ ຂອງອົງການກຳມະບານຢູ່ໃນບໍລິເວນນະຄອນຫຼວງ.

ພ້ອມ​ກັນ​ນັ້ນ, ບັນດາ​ນັກ​ສຶກສາ​ກໍ່ໄດ້​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນໄຫວວຽກງານໃນເວລາໄປຄົ້ນຄວ້າຕົວຈິງຢູ່ອົງການກຳມະບານຂັ້ນເທິງ ຢູ່ຮ່າໂນ້ຍ ແລະ ກໍາມະບານແຂວງຈໍານວນໜຶ່ງເຊັ່ນ: ນິ່ງບິງ, ຝູ້ເຖາະ, ວິ້ງ​ຟຸ້ກ, ຮາຍ​ຟ່ອງ , ກວາງນິ່ງ , ເຫງະອ່ານ...

ທ່ານ​ປະທານ​ສະຫະພັນ​ແຮງ​ງານ​ນະຄອນ ຟ້າ​ມກວາງ​ແທງ ໄດ້ສະແດງຄວາມປາດ​ຖະໜາ​ຢາກໃຫ້ບັນດາ​ພະນັກງານຫູັກແຫຼ່ງ ​ ​ຂອງ​ສະຫະພັນ​ກຳມະບານ​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ ຫຼວງ​ພະ​ບາງ ທີ່​ໄດ້​ເຂົ້າ​ຮ່ວມຊຸດ​ບໍາລຸງສ້າງ​ຢູ່ ຫວຽດນາມ ​ໃນ​ຄັ້ງ​ນີ້ ​ສຸມໃສ່ການ​ຮ່ຳຮຽນ, ຄົ້ນຄວ້າ; ພ້ອມກັນ​ແລກປ່ຽນ​ບົດຮຽນໃນ​ການ​ເຄື່ອນ​ໄຫວຕົວຈິງ​ຂອງ​ສະຫະພັນ​ກຳມະບານ​ນະຄອນຫຼວງ​ຂອງ​ສອງ​ປະ​ເທດ, ​ເພື່ອ​ໃຫ້​ສອງ​ຝ່າຍພ້ອມກັນ​ໝູນໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ສະພາບ​ຕົວ​ຈິງ, ປະກອບສ່ວນ​ກໍ່ສ້າງ​ຊົນ​ຊັ້ນ​ກຳມະກອນ ​ແລະ ການຈັດ​ຕັ້ງ​ກໍາມະບານໃຫ້ນັບມື້​ເຂັ້ມ​ແຂງ ​ແລະ ພັດທະນາ​.

ກ່າວ​ຄຳ​ເຫັນ​ໃນ​ພິ​ທີ​ເປີດ, ​ຮອງ​ປະ​ທານ​ສະ​ຫະ​ພັນ​ແຮງ​ງານ​ ຫວຽດ​ນາມ ທ່ານ ໂຫງ່ຢຸຍຮຽວ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກສຶກສາ, ຜູ້ລາຍງານກໍານົດເປົ້າໝາຍເພື່ອອອກແບບບົດສອນໃຫ້ເໝາະສົມ. ຫຼັງຈາກ​ນັ້ນ, ນັກ​ສຶກສາ​ແຕ່ລະຄົນ​ພາຍຫຼັງ​ຮຽນ​ຈະ​ເປັນທູດໂຄສະນາທີ່ເລິກເຊິ່ງໃນບັນດາ​ສະມາຊິກ​ກໍາມະບານ ຜູ້ອອກ​ແຮງ​ງານລາວ ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ຫວຽດນາມ - ລາວ, ອົງການກໍາມະບານຫວຽດນາມ - ລາວ ​ແລະ ການ​ພົວພັນ​ລະຫວ່າງ​ສອງ​ນະຄອນຫຼວງ ຮ່າໂນ້ຍ - ວຽງຈັນ.

ທ່ານທີ່ປຶກສາສະຖານທູດລາວ ປະຈໍາ ຫວຽດນາມ ບຸນຍູ້ ໄຊປັນຍາ ໄດ້ສະແດງຄວາມຂອບໃຈຕໍ່ ສະຫະພັນແຮງງານຫວຽດນາມ, ຄະນະພັກນະຄອນ ແລະ ສະຫະພັນແຮງງານ ນະຄອນຮ່າໂນ້ຍ ທີ່ໄດ້ສ້າງເງື່ອນໄຂໃຫ້ພະນັກງານ ສະຫະພັນກໍາມະບານລາວ ໄດ້ຄົ້ນຄວ້າຮໍ່າຮຽນ ແລະ ຍົກລະດັບຄວາມສາມາດ, ບົດຮຽນປະສົບການ; ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ຂອງ​ຫວຽດນາມ ​ ​ແລະ ສະແດງຄວາມຮູ້​ບຸນຄຸນ​ມາ​ຍັງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ມາ​ຍັງ​ພັກ ​ແລະ ປະຊາຊົນ​ລາວ.

ອ.ສະຫວັດ

302 Found

Found

The document has moved here.