ນັກຮຽນ 705 ຄົນ ຈາກແຂວງກວາງບິ່ງ ໄດ້ຮັບທຶນການສຶກສາ ແລະຂອງຂວັນ ຈາກ Zhi Shan Foundation

22:27 | 02/10/2024

ຍສໝ - ຕັ້ງແຕ່ວັນທີ 24 ຫາ 27 ກັນຍາ, ອົງການ Zhi Shan Foundation ໄດ້ຮ່ວມມືກັບສູນວຽກງານສັງຄົມແຂວງກວາງບິ່ງ ແລະ ຫ້ອງການແຮງງານ ທະຫານເສຍອົງຄະ ແລະ ສັງຄົມຂອງເມືອງ, ເທດສະບານ, ນະຄອນໃນແຂວງ ຈັດການມອບທຶນການສຶກສາໃຫ້ແກ່ນັກຮຽນ ຈຳນວນ 705 ພູດ ຄັ້ງທີ 2 ປີ 2024 ໂດຍມີມູນຄ່າທັງໝົດເກືອບ 800 ລ້ານດົ້ງ.

ນັກຮຽນ 30 ຄົນເຂົ້າຮ່ວມງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ຢູ່ລາວ
ເສື້ອ​ກັນໜາວຂອງ​ມູນ​ນິທິ Zhi Shan ມາຮອດເດັກນ້ອຍ ທີ່​ແຂວງ ເງະອ່ານ

ທຶນການສຶກສາເຫຼົ່ານີ້ມາຈາກຄວາມຈິງໃຈຂອງບັນດາຜູ້ໃຫ້ການສະໜັບສະໜູນຈາກໄຕ້ຫວັນ (ຈີນ), ໄດ້ຝາກໃຫ້ເພື່ອເປັນການຊ່ວຍເຫຼືອນັກຮຽນທີ່ມີຄວາມຫຍຸ້ງຍາກ ໃນແຂວງກວາງບິ່ງ ໃນສົກຮຽນໃໝ່ນີ້ຢ່າງທັນການ. ນອກຈາກທຶນການສຶກສາແລ້ວ, Zhi Shan ຍັງໄດ້ມອບຂອງຂວັນທີ່ມີຄວາມຫມາຍໃຫ້ແກ່ນັກຮຽນທຸກຄົນຕັ້ງແຕ່ປະຖົມ ຈົນເຖິງມັດທະຍົມຕອນປາຍ ເຊັ່ນ: ກະເປົ໋າ ແລະ ປຶ້ມອ່ານຫຼາຍຫົວທີ່ຖືກຄັດເລືອກມາຢ່າງລະອຽດ ເໝາະສົມກັບເກນອາຍຸ ແລະ ຊັ້ນຮຽນ. ຈຸດປະສົງຂອງໂຄງການນີ້ບໍ່ພຽງແຕ່ເພື່ອເພີ່ມຄວາມຮູ້ໃຫ້ແກ່ນັກຮຽນເທົ່ານັ້ນ ແຕ່ຍັງເພື່ອຊ່ວຍໃຫ້ນັກຮຽນພັດທະນາທັກສະຊີວິດ ກຳນົດທິດບຸກຄະລິກ ແລະ ຄຸນສົມບັດອີກດ້ວຍ.

ນັກຮຽນທຸກຄົນຍັງໄດ້ຮັບການສົ່ງເສີມໃຫ້ແລກປ່ຽນປຶ້ມອ່ານນຳກັນ ເຊິ່ງໄດ້ເປີດກວ້າງຄວາມຮູ້, ສ້າງສາຍພົວພັນເພື່ອນມິດ ແລະ ເພີ່ມຄວາມຫມັ້ນໃຈໃນການພົບປະສື່ສານ.

ນັກຮຽນ 705 ຄົນ ຈາກແຂວງກວາງບິ່ງ ໄດ້ຮັບທຶນການສຶກສາ ແລະຂອງຂວັນ ຈາກ Zhi Shan Foundation

Zhi Shan Foundation ໄດ້ມອບທຶນການສຶກສາ ຄັ້ງທີ 2 ປີ 2024 ຈຳນວນ 705 ພູດ ໃຫ້ແກ່ບັນດານັກຮຽນທີ່ມີຄວາມຫຍຸ້ງຍາກໃນແຂວງກວາງບິ່ງ. (ຮູບ: Zhi-Shan Foundation ຫວຽດນາມ )

ໃນສົກຮຽນ 2023-2024, ບັນດານັກຮຽນທີ່ຈັດເຂົ້າຮ່ວມໂຄງການໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນລຸຜົນສຳເລັດທາງດ້ານການສຶກສາຢ່າງດີເລີດ. ເພື່ອເປັນທີ່ຮັບຮູ້ຜົນສຳເລັດເຫຼົ່ານີ້, Zhi Shan ໄດ້ມອບລາງວັນໃຫ້ແກ່ນັກຮຽນທີ່ໄດ້ຄະແນນດີ, ຄະແນນປານກາງ ແລະ ນັກຮຽນທີ່ໄດ້ຮັບລາງວັນໃນການເສັງຕ່າງໆ ແຕ່ລະດັບໂຮງຮຽນ ເຖິງ ລະດັບຊາດ. ອົງການຍັງຫວັງວ່າ ບັນດາລາງວັນເຫຼົ່ານີ້ຈະເປັນກຳລັງໃຈໃຫ້ນັກຮຽນສືບຕໍ່ພະຍາຍາມ ແລະ ບັນລຸຜົນສຳເລັດທີ່ດີກວ່າໃນສົກຮຽນໃໝ່.

ນັກຮຽນ 705 ຄົນ ຈາກແຂວງກວາງບິ່ງ ໄດ້ຮັບທຶນການສຶກສາ ແລະຂອງຂວັນ ຈາກ Zhi Shan Foundation

ນັກຮຽນ ໄດ້ຮັບປຶ້ມຫຼາຍຫົວເພື່ອພັດທະນາທັກສະຊີວິດ. (ພາບ: Zhi-Shan Foundation ຫວຽດນາມ)

ພ້ອມກັນນັ້ນ, Zhi Shan ຍັງໄດ້ພົບປະກັບນັກຮຽນໃໝ່ ຈຳນວນ 55 ຄົນ ເຊິ່ງແຕ່ລະຄົນມີສະພາບການຄວາມຫຍຸ້ງຍາກທີ່ແຕກຕ່າງກັນ ແຕ່ມີຈຸດທີ່ຄືກັນແມ່ນ ຈິດໃຈຊອກຮູ້ຮ່ຳຮຽນ ແລະ ຄວາມຫຼົງໄຫຼໃນການອ່ານປຶ້ມ. ໜຶ່ງໃນບັນດາເລື່ອງສະເທືອນໃຈ ເປັນກໍລະນີຂອງນາງ ຖາຍຮ່າແທັງ. ແມ່ລ້ຽງຂອງນ້ອງໄດ້ບອກວ່າ: “ຂ້າພະເຈົ້າໄດ້ຮັບລ້ຽງລູກມາຕັ້ງແຕ່ເດັກນ້ອຍ ເມື່ອລູກຖືກປະ. ຂ້ອຍຢາກໃຫ້ລູກໄດ້ຮຽນຈົນເຖິງຂັ້ນສູງສຸດ. ແຕ່ວ່າດ້ວຍວຽກງານທີ່ບໍ່ໝັ້ນຄົງ ບ້ານເຮືອນບໍ່ຖາວອນ ແລະ ມີພະຍາດກ່ຽວກັບກະດູກສັນຫຼັງ ຂ້ອຍບໍ່ຮູ້ວ່າຂ້ອຍຈະສາມາດພະຍາຍາມໄດ້ອີກດົນປານໃດ. ໂຊກດີທີ່ລູກໄດ້ຮັບທຶນການສຶກສາຈາກ Zhi Shan ຂ້າພະເຈົ້າຈຶ່ງຮູ້ສຶກສະບາຍໃຈຂຶ້ນ”.

ຜູ້ຕ່າງໜ້າຈາກ Zhi Shan ໄດ້ກ່າວວ່າ ບັນດາຄຳເວົ້າຂອງພໍ່ແມ່ນັກຮຽນເຊັ່ນ ແມ່ຂອງນາງ ຖາຍຮ່າແທັງ ໄດ້ເຮັດໃຫ້ສະມາຊິກຂອງອົງການຮູ້ສຶກຢ່າງເລິກເຊິ່ງກວ່າ ເຖິງຄວາມຮັບຜິດຊອບ ແລະ ຄວາມໝາຍຂອງວຽກງານຫຼາຍຂຶ້ນ. ອົງການມີຄວາມມຸ່ງໝັ້ນສືບຕໍ່ທີ່ຈະເປັນຂົວເຊື່ອມໂຍງຄວາມຮັກລະຫວ່າງຜູ້ໃຫ້ການສະໜັບສະໜູນ ແລະ ນັກຮຽນທຸກຍາກໃນພາກກາງຂອງຫວຽດນາມ ໂດຍສະເພາະແມ່ນແຂວງກວາງບິ່ງ. ໂດຍຜ່ານນີ້ ນັກຮຽນທຸກຍາກທີ່ຮັກການຊອກຮູ້ຮ່ຳຮຽນຫຼາຍຄົນ ຈະມີໂອກາດໄດ້ໄປໂຮງຮຽນ, ໄດ້ເຂົ້າເຖິງຄວາມຮູ້ໃໝ່ໆ ແລະ ມີຄວາມຫມັ້ນໃຈບືນຕົວອອກສູ່ໂລກ.

Lifestart Foundation (ອົດສະຕາລີ) ມອບລົດຖີບ 55 ຄັນໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ

Lifestart Foundation (ອົດສະຕາລີ) ມອບລົດຖີບ 55 ຄັນໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ

ຍສໝ - ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ Lifestart Foundation (ອົດ​ສະ​ຕາ​ລີ) ຫາກໍສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ນາມ ຈັດຕັ້ງມອບ​ລົດຖີບ 55 ຄັນ​ໃຫ້​ບັນດາ​ນັກຮຽນ​ທຸກ​ຍາກທີ່ຮັກການຮຽນ​ຢູ່​​ເມືອງ ເຟືອກ​ເຊີນ ​ແລະ ຢູຍຊວຽນ.

ນັກສຶກສາມະຫາວິທະຍາໄລເຫ້ວ ໄດ້ຮັບທຶນການສຶກສາ ຈາກສອງອົງການຈັດຕັ້ງຂອງຍີ່ປຸ່ນ

ນັກສຶກສາມະຫາວິທະຍາໄລເຫ້ວ ໄດ້ຮັບທຶນການສຶກສາ ຈາກສອງອົງການຈັດຕັ້ງຂອງຍີ່ປຸ່ນ

ຍສໝ - ວັນທີ 27 ພະຈິກ, ມະຫາວິທະຍາໄລເຫ້ວ ໄດ້ສົມທົບກັບ ສະຫະພັນເສດຖະກິດຍີ່ປຸ່ນ (Keidanren) ແລະ ສະມາຄົມນັກທຸລະກິດຍີ່ປຸ່ນ (JCCI) ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກຂອງໂຮງຮຽນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.