ແມ່ຍິງ​ຕຳຫຼວດ​ມອບ​ຂອງຂວັນ​ວັນບຸນໄຫວ້ພະຈັນ​ໃຫ້​ນັກຮຽນ​ລາວ ​ແລະ​ເດັກນ້ອຍ​ຊົນ​ເຜົ່າສ່ວນນ້ອຍ

21:25 | 18/09/2024

ຍສໝ - ວັນທີ 16 ກັນຍາ, ແມ່ຍິງກະຊວງຕຳຫຼວດ ໄດ້ຈັດຕັ້ງລາຍການ “ມ່ວນຊື່ນໃນວັນບຸນໄຫວ້ພະຈັນ, ມອບຂອງຂວັນໃຫ້ເດັກນ້ອຍຊົນເຜົ່າສ່ວນໜ້ອຍ 150 ຄົນ ແລະ ນັກຮຽນລາວ 110 ຄົນ ທີ່ພວມຮໍ່າຮຽນຢູ່ຮ່າໂນ້ຍ.

ຫວຽດນາມ ມີຫຼາຍບາດກ້າວ​ໃຫຍ່​ໃນ​ການ​ແກ້​ໄຂ​ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງ ຫວຽດນາມ ມີຫຼາຍບາດກ້າວ​ໃຫຍ່​ໃນ​ການ​ແກ້​ໄຂ​ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງ
​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ 15.000 ຄົນທີ່​ປູກ​ກາ​ເຟຢູ່ແຂວງ ເຊີນ​ລາ ​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ 15.000 ຄົນທີ່​ປູກ​ກາ​ເຟຢູ່ແຂວງ ເຊີນ​ລາ
Hội Phụ nữ Bộ Công an chia sẻ, động viên các các bạn trẻ tham gia chương trình  ສະມາຄົມແມ່ຍິງ ກະຊວງຕໍາຫຼວດແບ່ງປັນ ແລະ ຊຸກຍູ້ໃຫ້ຊາວໜຸ່ມເຂົ້າຮ່ວມລາຍການ

ສະມາຄົມແມ່ຍິງ ກະຊວງຕໍາຫຼວດ ແບ່ງປັນ ແລະລະດົມໃຫ້ຊາວໜຸ່ມເຂົ້າຮ່ວມລາຍການ

ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານນາງ ​ ພົນຈັດຕະວາ ໂງ​ຮວ່າຍ​ທູ, ຮອງ​ຫົວໜ້າ​ກົມວຽກງານພັກ ແລະ ວຽກງານການເມືອງ, ຫົວໜ້າຄະນະແມ່ຍິງຕໍາຫຼວດປະຊາຊົນ ​ໃຫ້​ຮູ້​ວ່າ: “ສຳລັບ​ນັກ​ຮຽນ​ລາວ, ນີ້​ແມ່ນ​ຈຸດ​ເວລາ​ທີ່​ເຂົາ​ເຈົ້າ​ຫາກໍ່ມາ​ຫວຽດນາມ, ​ເພື່ອ​​ຮຽນ​ພາສາ​ຫວຽດນາມ ​ແລະ ​ຮຽນໃນ​ຫຼັກສູດ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ​ຫວຽດນາມ, ​ເດັກນ້ອຍ​ຍັງ​ມີ​ຄວາມ​ສັບສົນກັບບ່ອນຢູ່ທີ່ຍັງບໍ່ທັນລື້ງ. ​ເພື່ອ​ແບ່ງປັນ​ກັບ​ຄວາມ​ຫຍຸ້ງຍາກ​ໃນຊຸມມື້ຕົ້ນການເຂົ້າຮຽນ, ການ​ດຳລົງ​ຊີວິດ​ຢູ່​ຫ່າງ​ໄກ​ຈາກ​ຄອບຄົວ, ຊ່ວຍ​ໃຫ້​ເດັກນ້ອຍ​ມີໂອກາດໄດ້ຮຽນຮູ້ເຊິ່ງກັນແລະກັນ​ ​ແລະ ​ໄດ້​ຮັບ​ຮູ້​ງານວັນ​ບຸນໄຫວ້ພະຈັນ, ສະຫະພັນ​ແມ່ຍິງ​ກະຊວງ​ຕຳຫຼວດ, ສະຫະພັນ​ແມ່ຍິງ​ໂຮງໝໍ 198 ​ແລະ ບັນດາ​ຜູ້​ໃຫ້ການ​ສະໜັບສະໜູນ​ ໄດ້ຈັດ​ຕັ້ງ​ລາຍການ “ມ່ວນຊື່ນໃນວັນບຸນໄຫວ້ພະຈັນ” ​ໃຫ້​ແກ່​ເດັກນ້ອຍ".

Các cháu du học sinh người Lào hạnh phúc khi được Hội Phụ nữ Bộ Công an tặng quà trung thu  ບັນດານັກສຶກສາຄົນລາວ ດີໃຈເມື່ອໄດ້ຮັບຂອງຂວັນຈາກສະມາຄົມແມ່ຍິງກະຊວງຕຳຫຼວດໃນວັນບຸນ

ບັນດານັກຮຽນລາວ ດີໃຈເມື່ອໄດ້ຮັບຂອງຂວັນຈາກສະມາຄົມແມ່ຍິງກະຊວງຕຳຫຼວດ ໃນວັນບຸນໄຫວ້ພະຈັນ

ເດັກນ້ອຍແຕ່ລະຄົນທີ່ເຂົ້າຮ່ວມໂຄງການໄດ້ຮັບຂອງຂວັນຈາກຜູ້ຈັດງານ, ໃນນັ້ນມີເຂົ້າໜົມໄຫວ້ພະຈັນຄູ່ໜື່ງ, ເຂົ້າໜົມແບບປິ້ງ ແລະ ແບບອ່ອນໜຸ້ມ ພ້ອມກັບອຸປະກອນການຮຽນ. ເຖິງວ່າຂອງຂັວນຈະບໍ່ມີມູນຄ່າຫຼາຍກໍ່ຕາມ, ແຕ່ກໍ່ເຕັມໄປດ້ວຍຄວາມຮັກແພງຂອງສະມາຊິກສະຫະພັນແມ່ຍິງກະຊວງຕຳຫຼວດ, ສະຫະພັນແມ່ຍິງໂຮງໝໍ 198 ແລະ ຜູ້ອຸປະຖຳ ສົ່ງເຖິງເດັກນ້ອຍ.

ນັ້ນ​ແມ່ນ​ຂອງຂວັນ​ທີ່​ເດັກນ້ອຍ​ໄດ້​ຮັບ​ໃນ​ໂອກາດ​ບຸນ​ໄຫວ້ພະຈັນ​ຄັ້ງ​ທຳ​ອິດ​ທີ່ຢູ່​ຫ່າງ​ໄກ​ຈາກ​ຄອບຄົວ, ບ້ານ​ເກີດ​ເມືອງ​ນອນ, ​ ໄກ​ປະ​ເທດ ​ແລະ ພຽງ​ແຕ່​ໄດ້​ໃຊ້​ເວລາ​ຫຼາຍ​ວັນ​ກັບ​ຄູ​ອາຈານ ​ແລະ ​ພະນັກງານ​ໂຮງຮຽນ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ທີ່ຕາມມາ​ຈາກ​ພາຍຸ​ເລກທີ 3.

Thiếu tướng Ngô Hoài Thu (hàng trước, đứng giữa), Phó Cục trưởng Cục Công tác đảng và công tác chính trị, Trưởng ban Phụ nữ CAND cùng các thành viên trong đoàn chụp ảnh lưu niệm với các cháu đại biểu tham gia chương trình.  ທ່ານ​ ພັນ​ເອກ ໂຫງ​ຮ່ວາຍ​ທູ, (ແຖວໜ້າ, ກາງ), ຮອງຫົວໜ້າກົມ ວຽກງານພັກ ແລະ ວຽກງານການເມືອງ, ຫົວໜ້າຄະນະແມ່ຍິງຢູ່ກະຊວງຕໍາຫຼວດປະຊາຊົນ ແລະ ສະມາຊິກ ໄດ້ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນທີ່ເຂົ້າຮ່ວມໂຄງການ.

ທ່ານນາງ​ ພົນຈັດຕະວາ ໂງ​ຮວ່າຍ​ທູ, (ແຖວໜ້າ, ກາງ), ຮອງຫົວໜ້າກົມວຽກງານພັກ ແລະ ວຽກງານການເມືອງ, ຫົວໜ້າຄະນະແມ່ຍິງກະຊວງຕໍາຫຼວດປະຊາຊົນ ແລະ ສະມາຊິກ ໄດ້ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນທີ່ເຂົ້າຮ່ວມລາຍການ.

​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ຍັງ​ໄດ້​ມອບ​ຂອງຂວັນ​ງານວັນບຸນ​​ໃຫ້​ຫຼານ 5 ຄົນ​ ທີ່ເປັນລູກຂອງນັກຮົບ​ຕຳຫຼວດ​ປະຊາຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ​ເພື່ອ​ເປັນ​ກຳລັງ​ໃຈ ​ແລະ ​ໃຫ້​ເຂົາ​ເຈົ້າ​ບືນຕົວຂຶ້ນໃນ​ການ​ຮ່ຳຮຽນ ​ແລະ ການດໍາລົງຊີວິດ.

ອ.ສະຫວັດ

ເຫດການ
302 Found

Found

The document has moved here.