Central Group ຄາດຄະເນວ່າຈະລົງທຶນຕື່ມ 800 ລ້ານໂດລາສະຫະລັດເຂົ້າຫວຽດນາມ

13:39 | 14/07/2022

ຍສໝ - ກຸ່ມບໍລິສັດຂາຍຍ່ອຍໃຫຍ່ທີ່ສຸດຂອງໄທ Central Group ມີແຜນການລົງທຶນ 30 ຕື້ ບາດສະກຸນເງິນໄທ (ເກືອບ 828 ລ້ານ ໂດລາສະຫະລັດ) ເຂົ້າຫວຽດນາມ ໃນໄລຍະ 2022-2026.

ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ
ມີຜູ້ມີສິດເລືອກຕັ້ງທັງໝົດ 4.800 ຄົນ ຢູ່ 6 ຕາແສງ ຢູ່ເມືອງ ນາມຢາງ ໄປປ່ອນບັດເລືອກຕັ້ງ ກ່ອນເວລາກຳນົດ ມີຜູ້ມີສິດເລືອກຕັ້ງທັງໝົດ 4.800 ຄົນ ຢູ່ 6 ຕາແສງ ຢູ່ເມືອງ ນາມຢາງ ໄປປ່ອນບັດເລືອກຕັ້ງ ກ່ອນເວລາກຳນົດ
Central Group ຄາດຄະເນວ່າຈະລົງທຶນຕື່ມ 800 ລ້ານໂດລາສະຫະລັດເຂົ້າຫວຽດນາມ
Central Group ຄາດຄະເນວ່າຈະລົງທຶນຕື່ມ 800 ລ້ານໂດລາສະຫະລັດເຂົ້າຫວຽດນາມ. ພາບ: baotintuc.vn

ລາຍຮັບຈາກການຂາຍສິນຄ້າຢູ່ຫວຽດນາມຂອງກຸ່ມບໍລິສັດຂາຍຍ່ອຍໃຫຍ່ທີ່ສຸດຂອງໄທ Central Group ເພີ່ມຂື້ນ 100 ຕື້ ບາດສະກຸນເງິນໄທ ( 2,7 ກວ່າຕື້ ໂດລາສະຫະລັດ) ໃນ 5 ປີຈະມາເຖິງ, ຖ້າທຽບໃສ່ກັບ 38,5 ຕື້ ບາດສະກຸນເງິນໄທ (ຫຼາຍກວ່າ 1 ຕື້ໂ ດລາສະຫະລັດ) ໃນປີຜ່ານມາ.

ທ່ານ Olivier Langlet, ຜູ້ອໍານວຍການບໍລິຫານ Central Retail ປະຈໍາຫວຽດນາມ ໃຫ້ຮູ້ວ່າ ສໍາລັບບ້ວງເງິນລົງທຶນນີ້ , Central ກໍ່ຢາກເພີ່ມຍອດຂາຍຂຶ້ນເທົ່າສອງມາເປັນ 15% ຈາກ 8% ຄືປະຈຸບັນ. Central ວ່າງເປົ້າໝາຍກາຍເປັນພື້ນຖານຂາຍຍ່ອຍອັນດັບໜຶ່ງໃນຂອບເຂດສະບຽງອາຫານ ແລະ ອະສັງຫາລິມະຊັບຢູ່ຫວຽດນາມ ແລະ ຈະເປີດກ້ວາງຊ່ອງທາງຂາຍຍ່ອຍຂອງຕົນໄປຍັງ 55 ແຂວງໃນ 63 ແຂວງ, ນະຄອນຂອງຫວຽດນາມ.

ຕາມທ່ານ Langlet, ການຟື້ນຟູຂອງເສດຖະກິດຫວຽດນາມໄດ້ຊ່ວຍໃຫ້ Central ເປີດກວ້າງຂອບຂະໜາດທຸລະກິດຢ່າງລຽນຕິດ. ທ່ານຖືວ່າ ຫວຽດນາມາສາມາດຟື້ນຟູຢ່າງແຮງໃນປີ 2022 ແລະ ກາຍເປັນພື້ນຖານເສດຖະກິດທີ່ມີລະດັບຄວາມໄວການຂະຫຍາຍສູງສຸດໃນເຂດອາຊີອາຄະເນ, ກັບລະດັບຄວາມໄວຂອງການເຕີບໂຕ ຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 6,5%. ທ່ານຕີລາຄາວ່າ: ທ່າອ່ຽງຫັນເປັນຕົວເມືອງກໍາລັງເກີດຂຶ້ນຢ່າງວ່ອງໄວ ແລະ ມີຜົນກະທົບຕໍ່ຂະແໜງການຂາຍ​ຍ່ອຍ, ພິເສດແມ່ນເຂດຕ່າງແຂວງ, ບ່ອນທີ່ Central ສາມາດນໍາເຂົ້າລະບົົບນິເວດກັບຮູບແບບສູນການຄ້າ ແລະ ຊຸບເປີ້ມາກແກັດຂະໜາດໃຫຍ່. ນອກຈາກນັ້ນ, ວົງການຊັ້ນກາງຢູ່ຫວຽດນາມຖືວ່າມີການເພີ່ມຂຶ້ນໂດຍໄວທີ່ສຸດຢູ່ໃນເຂດອາຊີອາຄະເນ.

ໄຊພອນ

ເຫດການ
302 Found

Found

The document has moved here.