ລະດົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການພັດທະນາຊ່ອງ ຈຳໜ່າຍສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ

10:34 | 06/06/2022

ຍສໝ - ມີຫຼາຍຮູບແບບ, ມາດຕະການທີ່ໄດ້ວາງອອກເພື່ອແນໃສ່ຍູ້ແຮງການຈຳໜ່າຍ, ແນະນຳຜະລິດຕະພັນ ແລະ ພັດທະນາບັນດາຊ່ອງຈຳໜ່າຍ, ສົ່ງສິນຄ້າ ຫວຽດນາມ ອອກສູ່ປະເທດຕ່າງໆ.

ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ - 19 ເພື່ອພັດທະນາເສດຖະກິດ ຫວຽດນາມ ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ - 19 ເພື່ອພັດທະນາເສດຖະກິດ ຫວຽດນາມ
63 ແຂວງ, ນະຄອນໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມແລກປ່ຽນຜ່ານເຄືອຂ່າຍອີນເຕີແນດກ່ຽວກັບ ວຽກງານບໍ່ຂຶ້ນກັບລັດຖະບານ ຢູ່ຕ່າງປະເທດ 63 ແຂວງ, ນະຄອນໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມແລກປ່ຽນຜ່ານເຄືອຂ່າຍອີນເຕີແນດກ່ຽວກັບ ວຽກງານບໍ່ຂຶ້ນກັບລັດຖະບານ ຢູ່ຕ່າງປະເທດ

ຕອນບ່າຍວັນທີ 1 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ, ຄະນະກຳມະການກ່ຽວ ກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໄດ້ຈັດຕັ້ງການໂອ້ລົມ ສົນທະນາກ່ຽວກັບການລະດົມແຫຼ່ງກຳລັງຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການແນະນຳ, ຈຳໜ່າຍຜະລິດຕະພັນ ແລະ ພັດທະນາບັນດາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ ທີ່ຕ່າງປະເທດ.

ລະດົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການພັດທະນາຊ່ອງ ຈຳໜ່າຍສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ
ການໂອ້ລົມສົນທະນາກ່ຽວກັບການລະດົມແຫຼ່ງກຳລັງຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການແນະນຳ, ຈຳໜ່າຍຜະລິດຕະພັນ ແລະ ພັດທະນາບັນດາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ ທີ່ຕ່າງປະເທດ. ພາບ: vovworld.vn

ມີຫຼາຍຮູບແບບ, ມາດຕະການທີ່ໄດ້ວາງອອກເພື່ອແນໃສ່ຍູ້ແຮງການຈຳໜ່າຍ, ແນະນຳຜະລິດຕະພັນ ແລະ ພັດທະນາບັນດາຊ່ອງຈຳໜ່າຍ, ສົ່ງສິນຄ້າ ຫວຽດນາມ ອອກສູ່ປະເທດຕ່າງໆ.

ທ່ານ ຫງວຽນງອັກໝີ້, ປະທານກຸ່ມບໍລິສັດ VABIS Group, ຮອງປະທານ ສະຫະສະມາຄົມນັກທຸລະກິດລົງທຶນທີ່ຕ່າງປະເທດສະເໜີຕ້ອງເພີ່ມທະວີ ການໝູນໃຊ້ແຫ່ງກຳລັງຂອງຊາວ ຫວຽດນາມ ອາໄສຢູ່ປະເທດຕ່າງໆ ໃນການແນະນຳ, ຈຳໜ່າຍຜະລິດຕະພັນ ແລະ ພັດທະນາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ ອອກສູ່ຕ່າງປະເທດ.

ຕາມທ່ານ ຫງວຽນງອັກໝີ້ ແລ້ວ: “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນຜູ້ຕາງໜ້າເພື່ອບັນດາບໍລິສັດພາຍໃນປະເທດມີຄວາມເຊື່ອໝັ້ນ, ໃນນັ້ນສຳຄັນທີ່ສຸດແມ່ນສາງເກັບມ້ຽນ, ການຈຳໜ່າຍບັນດາຜະລິດຕະພັນ, ປະເພດສິນຄ້າຍຸດທະສາດອາດສາມາດນຳເຂົ້າເຂດນັ້ນ. ຖ້າບັນດາປະເພດສິນຄ້າບັນລຸຄຸນນະພາບ, ຮູບແບບໄດ້ຮັບຄວາມນິຍົມຈາກປະຊາຊົນປະຈຳຖິ່ນນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ການສົ່ງອອກຂອງ ຫວຽດນາມ ຈະໄດ້ກ້າວຂຶ້ນອີກບາດກ້າວໜຶ່ງ”.

ບູນມີ

ເຫດການ
302 Found

Found

The document has moved here.