ກຸ່ມບໍລິສັດ​ຫວຽດນາມ​ແຫ່ງ​ທຳ​ອິດ​ທີ່​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່ ອິດສະຣາ​ແອນ

10:25 | 24/06/2022

ຍສໝ - ທ່ານ ເຈີ່ນ​ກິມ​ຈຸງ, ປະທານ​ກຸ່ມບໍລິສັດ CT Group ​ໃຫ້​ຮູ້​ວ່າ: ການ​ສ້າງ​ຕັ້ງ​ສຳນັກງານ​ຜູ້ຕາງໜ້າ​ຢູ່ Tel Aviv, ອິດສະຣາ​ແອນ ​ແມ່ນ​ມີຄວາມໝາຍສຳຄັນ​ທີ່​ສຸດ, ຢືນຢັນ​ຍຸດ​ທະ​ສາດ​ຂອງກຸ່ມບໍລິສັດ​ກ່ຽວ​ກັບ​ນະວັດ​ຕະກຳ​ຕົວ​ແບບ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ...

ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19 ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິດ​ສະ​ຣາ​ແອນ: ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ​ໃນ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ພະ​ຍາດ​ໂຄວິດ-19

ວັນທີ 19 ມິຖຸນາ ຢູ່ Tel Aviv, ກຸ່ມບໍລິສັດ CT Group (ຫວຽດນາມ) ໄດ້ເປີດສຳນັກງານຜູ້ຕາງໜ້າ ຢູ່ອິດສະຣາແອນ ເພື່ອເຊື່ອມຕໍ່ ແລະຊຸກຍູ້ການ ຮ່ວມມືກັບຕະຫຼາດປ່ຽນແປງໃໝ່ປະດິດສ້າງ ແລະເຕັກໂນໂລຢີສູງຂອງ ອິດສະຣາແອນ. ສຳນັກງານ​ຜູ້ຕາງໜ້າຂອງກຸ່ມບໍລິສັດ, ເອີ້ນວ່າ CT Group Israel, ຕັ້ງຢູ່ອາຄານ H Tower, ໃນໃຈກາງເມືອງ Tel Aviv, ເຊິ່ງເປັນເຂດທີ່ມີຊື່ສຽງສໍາລັບບໍລິສັດລົງທຶນດ້ານເຕັກໂນໂລຢີສູງ ແລະທາງດ້ານການເງິນຂອງ ອິດສະຣາແອນ ຫຼາຍແຫ່ງ.

ກຸ່ມບໍລິສັດ​ຫວຽດນາມ​ແຫ່ງ​ທຳ​ອິດ​ທີ່​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່ ອິດສະຣາ​ແອນ
ກຸ່ມບໍລິສັດ​ຫວຽດນາມ​ແຫ່ງ​ທຳ​ອິດ​ທີ່​ເປີດ​ສຳນັກງານ​ຜູ້ຕາງໜ້າ​ຢູ່ ອິດສະຣາ​ແອນ. ພາບ: TTXVN

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ, ທ່ານ ເຈີ່ນ​ກິມ​ຈຸງ, ປະທານ​ກຸ່ມບໍລິສັດ CT Group ​ໃຫ້​ຮູ້​ວ່າ: ການ​ສ້າງ​ຕັ້ງ​ສຳນັກງານ​ຜູ້ຕາງໜ້າ​ຢູ່ Tel Aviv, ອິດສະຣາ​ແອນ ​ແມ່ນ​ມີຄວາມໝາຍສຳຄັນ​ທີ່​ສຸດ, ຢືນຢັນ​ຍຸດ​ທະ​ສາດ​ຂອງກຸ່ມບໍລິສັດ​ກ່ຽວ​ກັບ​ນະວັດ​ຕະກຳ​ຕົວ​ແບບ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ​ໃຫ້​ບຸລິມະສິດ​ພັດທະນາບັນດາຂະແໜງ​ເຕັກ​ໂນ​ໂລ​ຢີ​ສູງ​ເພື່ອ​ໃຫ້​ທັນ​ກັບ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ໄວ​ທີ່​ສຸດ​ຂອງ​ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ ​ແລະ​ເຕັກ​ໂນ​ໂລຢີິ​ໃນ​ໂລກ​ ແລະ​ເຊື່ອມ​ຕໍ່​ກຸ່ມ​ກັບ ອິດສະຣາແອນ - ເປັນ​ຕະ​ຫຼາດ​ທີ່​ມີ​​ທ່າ​ແຮງ ແລະກຳລັງບົ່ມຊ້ອນ​ສໍາ​ລັບ​ການ​ຮ່ວມ​ມື​ກ່ຽວກັບ​ນະ​ວັດ​ຕະ​ກໍາ ​ແລະ​ເຕັກ​ໂນ​ໂລຢີ​ສູງ​.

ທີ່​ພິທີ​ເປີດ, ໄດ້ດໍາເນີນພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື (MOU) ລະຫວ່າງ VGCT, ໜ່ວຍ​ງານ​ສະມາຊິກ​ຂອງ​ກຸ່ມບໍລິສັດ CT Group ກັບ ບໍລິສັດ OBCT-CD24 ກ່ຽວ​ກັບມາດຕະການທີ່ມີລັກສະນະ​ວິທະຍາສາດ​ເພື່ອ​ປິ່ນປົວ​ພະຍາດ​​ກ່ຽວ​ກັບ​ປອດ; ແລະລະຫວ່າງກຸ່ມບໍລິສັດ CT Group ກັບບໍລິສັດ Falcon ກ່ຽວກັບການນໍາໃຊ້ເຕັກໂນໂລຢີໃໝ່ໃນການກໍ່ສ້າງ.

ບູນມີ

ເຫດການ
302 Found

Found

The document has moved here.