ການ​ສຶກສາລຸ້ນໜຸ່ມ​ແມ່ນ​ພື້ນຖານ​ອັນ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ

06:49 | 13/09/2024

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ​ຫວຽດນາມ, ​ວັນ​ທີ 10 ກັນຍາ ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະຜູ້ແທນຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ໂດຍທ່ານ ໂດ້ວັນ​ຈ໋ຽນ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນຳໜ້າ, ເຂົ້າຢ້ຽມຂ່ຳນັບ.

Maysa - ນັກ​ສຶກ​ສາຕ່າງປະເທດ​ນຳບັນດາຄຸນ​ຄ່າ​ອັນ​ດີ​ງາມ​ຂອງ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ ​ມາ​ສູ່ປະເທດ​ລາວ
USAID ຈະ​ມານະພະຍາຍາມ​ເພື່ອ​ປັບປຸງຄຸນ​ນະ​ພາບ​ຊີ​ວິດການເປັນຢູ່​ຂອງ​ຄົນ​ພິ​ການ​ຢູ່ ກວາງ​ຈີ້

ໂດຍ​ເຂົ້າ​ຮ່ວມ​ຄະນະ​ມີ​ ທ່ານ ຮວ່າງ​ກົ່ງຖຸຍ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ; ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ; ບັນດາ​ຮອງ​ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ: ທ່ານພົນຕີ ​ເລ​ວັນເຮີນ, ທ່ານ​ພົນຕີ ຫງວຽນຕ໋ຽນ​ລອງ ແລະ ທ່ານ ຫງວຽນ​ຊວນ​ແທ່ງ.

ການ​ສຶກສາລຸ້ນໜຸ່ມ​ແມ່ນ​ພື້ນຖານ​ອັນ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຕ້ອນຮັບຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ. (ພາບ: Dinh Hoa)

ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ຢືນຢັນ​ວ່າ ການ​ພົວພັນ ຫວຽດນາມ - ລາວ ​ແມ່ນ​ສາຍ​ພົວພັນ​ແບບພິ​ເສດ “ທັງເປັນສະຫາຍ, ທັງເປັນອ້າຍ​ນ້ອງ” ມີໜຶ່ງບໍ່ມີສອງໃນໂລກ. ນີ້​ແມ່ນ​ສາຍ​ພົວພັນ​ທີ່​ເກີດ​ຈາກອຸດົມ​ການ​ລວມ​ຂອງ​ສອງ​ປະ​ເທດ, ນັບ​ແຕ່​ໄລຍະ​ຕໍ່ສູ້​ຕ້ານລ່າເມືອງຂຶ້ນ, ໄດ້ຮັບການສ້າງ ​ແລະ ເພີ່ມພູນຄູນສ້າງໂດຍປະທານ ​ໂຮ່ຈີ​ມິນ, ປະທານ ​ໄກ​ສອນ ພົມວິຫານ ​ແລະ ​ປະທານ​ ສຸພາ​ນຸວົງ.

ທ່ານໃຫ້ຮູ້ວ່າ "ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ມີ​ນ້ຳ​ໃຈເປັນມິດ​ສະຫາຍເທົ່າ​ນັ້ນ, ຫາກຍັງມີ​ນ້ຳ​ໃຈ​ເປັນ​ອ້າຍ​ນ້ອງ​, ຕິດພັນຄືເລືອດເນື້ອເຊື້ອດຽວ. ສາຍ​ພົວ​ພັນ​ນີ້​ແມ່ນ​ພິ​ເສດ​ ແລະ ຫາ​ຍາກ, ໄກ​ກວ່າ​ບັນາການ​ພົວ​ພັນ​ປົກ​ກະ​ຕິ​ລະ​ຫວ່າງ​ບັນດາປະ​ເທດ. ພວກເຮົາແບ່ງປັນຄວາມສຸກ ແລະ ຄວາມໂສກເສົ້າ, ເອົາຊະນະຄວາມຫຍຸ້ງຍາກຮ່ວມກັນ ແລະ ຢູ່ຄຽງຂ້າງກັນໃນທຸກສະຖານະການ".

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ຕີລາຄາສູງບົດບາດຂອງບັນດາອົງການແນວໂຮມ ແລະ ສະມາຄົມມິດຕະພາບໃນການປັບປຸງ ແລະ ພັດທະນາການພົວພັນການທູດປະຊາຊົນລະຫວ່າງສອງປະເທດ. ທ່ານ​ເນັ້ນ​ໜັກ​ວ່າ 2 ຝ່າຍ​ຕ້ອງ​ສືບ​ຕໍ່​ເສີມຂະຫຍາຍບັນດາ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ, ​ແລກປ່ຽນ​ຂໍ້​ມູນ​, ​ແບ່ງປັນ​ປະສົບ​ການ, ຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ພັດທະນາຢ່າງຕັ້ງໜ້າ​; ເພີ່ມທະວີການພົບປະ​ແລກປ່ຽນ​ປະຊາຊົນ, ພິ​ເສດ​ແມ່ນ​ສຶກສາໃຫ້ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ໃຫ້ມີຄວາມ​ເຂົ້າ​ໃຈ ​ແລະ ຮັກສາ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ນີ້.

ການ​ສຶກສາລຸ້ນໜຸ່ມ​ແມ່ນ​ພື້ນຖານ​ອັນ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພົບປະກັບທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ໋ຽນ. (ພາບ: Dinh Hoa)

ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ້ວັນຈ໋ຽນ ​ໄດ້​ລາຍ​ງານ​ຕໍ່​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ກ່ຽວ​ກັບ​ບັນດາໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ແນວລາວສ້າງຊາດ ແລະ ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ໃນໄລຍະມໍ່ໆມານີ້. ທ່ານຢືນຢັນ​ວ່າ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ແລະ ບັນດາອົງການສະມາຊິກຂອງ​ແນວ​ໂຮມ ຍາມ​ໃດ​ກໍ່ຖືການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ເປັນ​ຄວາມຮັບຜິດຊອບ ແລະ ກໍ່ແມ່ນຄຳສັ່ງຈາກຫົວໃຈຂອງຕົນ.

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ແລະ ແນວ​ລາວສ້າງຊາດ​ ໄດ້ມີ​ຫຼາຍການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນເປັນ​ປະ​ຈຳ, ພົບປະແລກປ່ຽນ, ແບ່ງປັນປະ​ສົບ​ການ​ໃນ​ວຽກ​ງານ​ແນວ​ໂຮມ. ພິ​ເສດ​ແມ່ນ​ການ​ສຶກສາໃຫ້​ລຸ້ນໜຸ່ມ​ກ່ຽວ​ກັບ​ປະຫວັດສາດຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຍາມໃດກໍ່ໄດ້ຖືເປັນສຳຄັນ, ເພື່ອຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍສາຍ​ພົວພັນທີ່ເປັນມູນເຊື້ອນີ້.

ຄຽງຄູ່ກັນນັ້ນ, ແນວ​ໂຮມ​ປະ​ເທດ​ຊາດ​ສອງ​ປະ​ເທດ ກໍ່ໄດ້​ຍູ້ແຮງການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຮ່ວມ. ບັນດາ​ໂຄງການພົບປະ​ແລກປ່ຽນ​​ລະຫວ່າງ​ບັນດາ​ໝູ່​ບ້ານ​ຢູ່​ສອງ​ຟາກ​ຊາຍ​ແດນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງສຳເລັດຜົນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ການແຮກສ່ຽວ, ມີຄວາມເຂົ້າ​ໃຈ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ.

ຈຸດ​ພົ້ນ​ເດັ່ນ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ແມ່ນ ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ຈັດ​ຕັ້ງ​ໂຄງການຮັບອຸປະຖຳບັນດາ​ນັກ​ສຶກສາ​ລາວ ​ທີ່​ຮ່ຳຮຽນ​ຢູ່​ ຫວຽດນາມ. ໂຄງການ​ຊ່ວຍ​ໃຫ້ນັກ​ສຶກສາມີ​ການ​ໜູນ​ຊ່ວຍ​ທາງ​ດ້ານ​ຈິດ​ໃຈ, ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນດາ​ຄອບຄົວ ຫວຽດນາມ ​ໃນວັນພັກ, ເຕັດ ຫຼື ເວລາທີ່ມີຄວາມຕ້ອງການ. ​ໃນ​ປີ 2025, ສະມາຄົມ​ ຄາດວ່າຈະ​ຄັດ​ເລືອກ​ນັກ​ສຶກສາ​ລາວ ​ປະມານ 100 ຄົນ​ທີ່​ມີ​ຜົນການ​ດີ​ເດັ່ນ​ຢູ່​ຮ່າ​ໂນ້ຍ ​ແລະ ​ໄທງວຽນ ​ເພື່ອ​ພົບປະແລກປ່ຽນກັບ​ນັກສຶກສາ ຫວຽດນາມ, ຢ້ຽມຢາມ​ບັນດາ​ສະຖານ​ທີ່​ປະຫວັດສາດ, ພົບ​ປະ​ກັບ​ບັນດາ​ການ​ນຳ​ພັກ, ລັດ, ​ເພື່ອ​ລະດົມໃຈບັນດານັກສຶກສາ ແລະ ເພີ່ມທະວີນ້ຳໃຈມິດຕະພາບ​.

ນອກຈາກນັ້ນ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຍັງຄົ້ນຄວ້າເພື່ອໃຫ້ມີຫຼາຍຜະລິດຕະພັນສິ່ງພິມເປັນພາສາລາວ ຕື່ມອີກ, ເພື່ອຮັບໃຊ້ວຽກງານໂຄສະນາເຜີຍແຜ່, ຊ່ວຍເຫຼືອປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມ, ເຂົ້າໃຈເຖິງການພົວພັນພິເສດ ຫວຽດນາມ-ລາວ ຢ່າງເລິກເຊິ່ງກ່ວາອີກ.

ສິ້ນສຸດຂອງການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ແລະ ບັນດາອົງການມິດຕະພາບໃນການປັບປຸງການພົວພັນສອງຝ່າຍ. ທ່ານເນັ້ນໜັກວ່າ ໜ້າທີ່ໂຄສະນາເຜີຍແຜ່, ສຶກສາລຸ້ນໜຸ່ມກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງສອງແນວ​ໂຮມ​ປະ​ເທດ​ຊາດເທົ່ານັ້ນ ຫາກຍັງແມ່ນໜ້າທີ່ລວມຂອງທົ່ວລະບົບການເມືອງ ແລະ ປະຊາຊົນ 2 ປະເທດອີກດ້ວຍ.

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ເຊື່ອ​ໝັ້ນ​ວ່າ ຜູ້​ແທນ​ແຕ່ລະຄົນ​ທີ່​​ເຂົ້າ​ຮ່ວມ​ການພົບປະ, ບໍ່​ວ່າ​ຈະ​ເປັນ​ໃຜ ຫຼື ດຳລົງ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ລ້ວນ​ແຕ່​ມີ​ຄວາມ​ປາຖະໜາລວມ​ອັນ​ໃຫຍ່​ຫຼວງ ແມ່ນ​ສາຍ​ພົວພັນ​ຫວຽດນາມ - ຈີນ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ".

ຫວຽດນາມ ສະໜັບສະໜູນ​ລາວ​ ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ

ຫວຽດນາມ ສະໜັບສະໜູນ​ລາວ​ ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ

ຍສໝ -ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮວ່າ​ງ​ຢາງ ໄດ້​ຊົມ​ເຊີຍ​ບັນ​ດາ​ຜົນ​ງານຂອງລາວ​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

ມີງດຶກ

ເຫດການ
302 Found

Found

The document has moved here.