USAID ຈະ​ມານະພະຍາຍາມ​ເພື່ອ​ປັບປຸງຄຸນ​ນະ​ພາບ​ຊີ​ວິດການເປັນຢູ່​ຂອງ​ຄົນ​ພິ​ການ​ຢູ່ ກວາງ​ຈີ້

22:48 | 21/08/2024

ຍສໝ - ນີ້​ແມ່ນ​ຄຳ​ຢືນຢັນ​ຂອງທ່ານ Aler Grubbs, ​ຜູ້ອຳນວຍການ USAID ປະຈຳ ຫວຽດນາມ ເນື່ອງໃນ​ໂອກາດໄປ​ຢ້ຽມຢາມ ແລະ ເຮັດ​ວຽກ​ຂອງ​ຄະນະປະຕິບັດງານອົງການ​ພັດທະນາ​ສາກົນ ອາ​ເມ​ລິ​ກາ (USAID) ພ້ອມກັບສູນການ​ກະທຳ​ແຫ່ງ​ຊາດ ​ເພື່ອຜ່ານຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ເຄມີ ​ແລະ ສິ່ງ​ແວດ​ລ້ອມ (NACCET) ຢູ່ແຂວງ​ ກວາງ​ຈີ້ ​ໃນ​ວັນ​ທີ 19 ສິງຫາ​.

​ແລກປ່ຽນ, ຊອກ​ຫາ​ທິດ​ທາງ​ໃໝ່​ໃນ​ວຽກ​ງານ​ການທູດປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ ຫວຽດນາມ - ລາວ ​ແຂວງ ກວາງ​ຈີ້
CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

ໂດຍແຈ້ງທີ່​ການເຮັດວຽກ, ຜູ້ຕາງໜ້າ NACCET ​ໃຫ້​ຮູ້​ວ່າ ກວາງ​ຈີ້, ເທື່ອ​ທຽນ-​ເຫ້ວ, ກວາງ​ນາມ ​ແມ່ນນອນໃນ​ເຂດ 1 ຂອງ​ໂຄງການ “ໜູນ​ຊ່ວຍປັບປຸງຄຸນ​ນະພາ​ບຊີວິດ​ການເປັນຢູ່ຂອງ​ຄົນ​ພິການ​ຢູ່​ບັນດາ​ແຂວງ​ທີ່​ຖືກ​ຫວ່ານສານພິດເຄມີ​ຢ່າງ​ໜັກໜ່ວງ” ສະນັ້ນເອີ້ນວ່າ ໂຄງການເຊື່ອມໂຍງ 1, ໄລຍະເວລາປະຕິບັດແມ່ນ 5 ປີ (2021-2026)..

ຢູ່​ ກວາງ​ຈີ້, ​ໃນ​ປີ 2022 ​ແລະ 2023, ​ໂຄງການ ໄດ້ຮັບການຜັນຂະຫຍາຍ​ຢູ່​ນະຄອນ ດົງ​ຮ່າ ແລະ ​ບັນດາເມືອງ​ຄື ວິ້ງ​ລິງ, ຢໍລິງ, ກາມໂລະ, ຈ້ຽວຟອງ, ຫາຍ​ລັງ, ເຫືອງຮວ່າ. ໃນປີ 2024 ໂຄງການນີ້ຈະເພີ່ມເມືອງ ດັກຣົງ.

USAID ຈະ​ມານະພະຍາຍາມ​ເພື່ອ​ປັບປຸງຄຸນ​ນະ​ພາບ​ຊີ​ວິດການເປັນຢູ່​ຂອງ​ຄົນ​ພິ​ການ​ຢູ່ ກວາງ​ຈີ້

ພາບບັນຍາກາດທີ່ກອງປະຊຸມ (ພາບ: Hong Ha/quangtri.gov.vn).

ຄາດ​ວ່າ​ຮອດ​ທ້າຍ​ປີ 2024, ກວາງ​ຈີ້ ຈະມີ​ຄົນ​ພິການ​ປະມານ 4.260 ຄົນ, ​ໃນ​ນັ້ນ​ມີ​ເດັກ​ພິການ ​ແລະ ຄົນ​ພິການ​ທີ່​ຖືກ​ຜົນ​ກະທົບ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ, ສະມາຊິກຄອບຂອງຄົວ​ຄົນ​ພິການ 2.909 ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດດ້ານ​ການ​ແພດ, ຟື້ນ​ຟູຮ່າງກາຍ ​ແລະ ສັງຄົມ; 10 ຫນ່ວຍງານຟື້ນຟູຈະໄດ້ຮັບການສະຫນັບສະຫນູນເພື່ອປັບປຸງຄວາມສາມາດໃນການສະໜອງການບໍລິການຕາມທິດເຂົ້າເຖິງຫຼາຍຂະແໜງສະເພາະ ແລະ ພະນັກງານແພດ 186 ຄົນ ໄດ້ຍົກສູງຄວາມສາມາດໂດຍຜ່ານບັນດາການເຄື່ອນໄຫວບຳລຸງສ້າງໄລຍະສັ້ນ, ກາງ ແລະ ໄລຍະຍາວ.

ຕາມ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ຈີ້ ຮວ່າງ​ນາມ ແລ້ວ, ນີ້​ແມ່ນ​ໂຄງ​ການ​ຂະ​ໜາດ​ໃຫຍ່, ໜູນ​ຊ່ວຍ​ໃຫ້​ແກ່​ຄົນ​ພິ​ການ​ຢ່າງ​ຮອບ​ດ້ານ, ໂດຍ​ກົງ. ການ​ເຄື່ອນ​ໄຫວ​ຂອງ​ໂຄງການ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ການ​ຊຸກຍູ້ ​ແລະ ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຄົນ​ພິການໃນບໍລິເວນ​ແຂວງ.

ທີ່​ການ​ພົບ​ປະເຮັດວຽກ, ທ່ານ Aler Grubbs, ​ຜູ້ອຳນວຍການ​ອົງການ USAID ປະຈຳ ຫວຽດນາມ ​ແລະ ທ່ານ ຜູ້ອຳນວຍການ​ໃຫຍ່ NACCET ພົນ​ເອກ ຮ່າວັນກື ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ກ່ວາອີກ ເພື່ອປັບປຸງຄຸນ​ນະພາ​ບຊີວິດ​ການເປັນຢູ່ຂອງ​ຄົນ​ພິການໃນບລິເວນແຂວງ ກວາງຈີ້ ໃນ​ໄລຍະ​ຈະ​ມາ​ເຖິງ.

ໄຂງານ​ບຸນ​ເພື່ອ​ສັນ​ຕິ​ພາບ ປີ 2024: ຮ່ວມແຮງຮ່ວມໃຈສ້າງສັນໂລກແຫ່ງ​ສັນ​ຕິ​ພາບ

ໄຂງານ​ບຸນ​ເພື່ອ​ສັນ​ຕິ​ພາບ ປີ 2024: ຮ່ວມແຮງຮ່ວມໃຈສ້າງສັນໂລກແຫ່ງ​ສັນ​ຕິ​ພາບ

ຍສໝ - ແຫຼ່ງບັນດານໃຈຂອງທ່ານ ດັ້ງເລມິງຈີ, ຫົວໜ້າຄະນະກຳກັບລາຍການສະແດງສິລະປະໄດ້ເລີ່ມມາຈາກຂົວ ຮ່ຽນເລືອງ, ຂົວຕໍ່ສະແດງຄວາມຄາດຫວັງທ້ອນໂຮມປະເທດຊາດເປັນເອກະພາບ, ຈິດໃຈຜູກພັນລະຫວ່າງ ອະດີດ ກັບ ອະນາຄົດ ໃນການເດີນທາງຂອງຜູ້ຮັກຫອມສັນຕິພາບ.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ຫາກໍອອກມະຕິສະບັບ​​ເລກທີ 1517/QD-UBND ລົງ​​ໃນ​ວັນ​ທີ 24 ມິຖຸນາ 2024 ອະນຸມັດ​ບ້ວງ​ເງິນ​ໜູນ​ຊ່ວຍ​ກວ່າ 4,3 ຕື້​ດົ່ງ ຈາກ​ໂຄງການ​ໜູນ​ຊ່ວຍ​ການເບິ່ງ​ແຍງ​, ການສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ກຸ່ມ​ອຸດສາຫະກຳ​ໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ.

ມີງດຶກ

ເຫດການ
302 Found

Found

The document has moved here.