ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ

10:54 | 08/05/2022

ຍສໝ - ຫວ່າງ ແລ້ວນີ້, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper.

ນະຄອນໂຮ່ຈີມິນ ຊຸກຍູ້ການຮ່ວມມື ກັບຄູ່ຮ່ວມມືອິນເດຍ ໃນການບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕົວເມືອງ ນະຄອນໂຮ່ຈີມິນ ຊຸກຍູ້ການຮ່ວມມື ກັບຄູ່ຮ່ວມມືອິນເດຍ ໃນການບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕົວເມືອງ
ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ກັບ ນະຄອນ Nice ແລະ ປະເທດ ໂມນາໂກ ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ກັບ ນະຄອນ Nice ແລະ ປະເທດ ໂມນາໂກ
undefined
ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ. ພາບ: dantri.com.vn

ທ່ານລັດຖະມົນຕີ ຫງວຽນກິມເຊີນ ມີຄວາມປາດຖະໜາຢາກໃຫ້ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໜູນຊ່ວຍເພື່ອປະຕິບັດສຳເລັດການລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການໜູນຊ່ວຍພັດທະນາ, ຍົກສູງຄຸນນະພາບຮາກຖານການສຶກສາຂັ້ນມະຫາວິທະຍາໄລຢູ່ ຫວຽດນາມ ລະຫວ່າງ ອົງການ USAID (ອາເມລິກາ) ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໜູນຊ່ວຍວິວັດການພັດທະນາ ມະຫາວິທະຍາໄລ Fulbright ຫວຽດນາມ, ໜູນຊ່ວຍການປະຕິບັດໂຄງການເຊື່ອມຕໍ່ບຳລຸງສ້າງ, ຍົກສູງຄຸນນະພາບໃນການສິດສອນພາສາອັງກິດ ຢູ່ ຫວຽດນາມ, ສ້າງກຸ່ມເຮັດວຽກລະຫວ່າງນັກວິທະຍາສາດ ສອງປະເທດ ເພື່ອພ້ອມກັນແລກປ່ຽນ, ພັດທະນາກຳລັງຄວາມສາມາດ…

ທ່ານເອກອັກຄະລັດຖະທູດ Marc Knapper ເນັ້ນໜັກເຖິງໝາກຜົນທີ່ກ້າວກະໂດດໃນການພົວພັນຮ່ວມມືດ້ານການສຶກສາ ລະຫວ່າງ ຫວຽດນາມ - ອາເມລິກາໃນໄລຍະຜ່ານມາ ແລະ ທ່ານຢັ້ງຢືນວ່າ: ການພົວພັນຮ່ວມມືດ້ານການສຶກສາ ແມ່ນເລື່ອງລາວທີ່ປະສົບຜົນສຳເລັດໃນການພົວພັນສອງຝ່າຍລະຫວ່າງອາເມລິກາ ແລະ ຫວຽດນາມ.

ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຈະມານະພະຍາຍາມເພື່ອຟື້ນຟູ ແລະ ເພີ່ມຈຳນວນນັກຮຽນ, ນັກສຶກສາ ຫວຽດນາມ ໄປຮ່ຳຮຽນຢູ່ອາເມລິກາຕື່ມອີກ. ພ້ອມກັນນັ້ນ, ທ່ານໄດ້ແນະນຳການຊຸກຍູ້ການຮ່ວມມືລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບບັນດາຄູ່ຮ່ວມມືເອກະຊົນຢູ່ ອາເມລິກາ...

ໄຊພອນ

ເຫດການ
302 Found

Found

The document has moved here.