ຫວຽດນາມ ອວຍພອນກະຊວງປ້ອງກັນຄວາມສະຫງົບ ແລະ ປ້ອງກັນປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດ ສປປ.ລາວ

11:00 | 03/12/2020

ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020).

ຫວຽດນາມ ອວຍພອນກະຊວງປ ອງກ ນຄວາມສະຫງ ບ ແລະ ປ ອງກ ນປະເທດລາວ ເນ ອງໃນໂອກາດສະເຫ ມສະຫ ອງ 45 ປ ແຫ ງວ ນຊາດ ສປປ ລາວ ການນຳ ພັກ-ລັດ ວາງພວງມາລາ ສະຫລອງວັນຊາດ ຄົບຮອບ 45 ປີ
ຫວຽດນາມ ອວຍພອນກະຊວງປ ອງກ ນຄວາມສະຫງ ບ ແລະ ປ ອງກ ນປະເທດລາວ ເນ ອງໃນໂອກາດສະເຫ ມສະຫ ອງ 45 ປ ແຫ ງວ ນຊາດ ສປປ ລາວ ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

ທີ່ການພົບປະ, ທ່ານນາງ ຈິ້ງຖິເຕີມ - ອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ສະແດງຄວາມອວຍພອນຊົມເຊີຍ ມາເຖິງພັກ, ລັດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນລາວທຸກຄົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສປປ.ລາວ ຄົບຮອບ 45 ປີ; ຊົມເຊີຍກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກກະຊວງປ້ອງກັນປະເທດລາວ ໃຫ້ປະສົບຜົນ ສຳເລັດຢ່າງຈົບງາມ.

ຫວຽດນາມ ອວຍພອນກະຊວງປ ອງກ ນຄວາມສະຫງ ບ ແລະ ປ ອງກ ນປະເທດລາວ ເນ ອງໃນໂອກາດສະເຫ ມສະຫ ອງ 45 ປ ແຫ ງວ ນຊາດ ສປປ ລາວ
ທ່ານນາງ ຈິ້ງຖິເຕີມ - ອຸປະທູດຊົ່ວຄາວແຫ່ງສສ.ຫວຽດນາມ ປະຈຳ ສປປ.ລາວ ແລະ ທ່ານພົນໂທວິໄລ ຫຼ້າຄຳຟອງ - ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. (ພາບ: nhandan.com.vn)

ທ່ານນາງ ຈິ້ງຖິເຕີມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານ ເຊິ່ງປະເທດລາວບັນລຸໄດ້ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຕິວັດປະຊາຊົນລາວ. ໃນປະຈຸບັນ, ຖານະບົດບາດ ແລະ ທີ່ຕັ້ງຂອງປະເທດລາວ ນັບມື້ນັບໄດ້ຮັບການຍົກສູງຂື້ນ, ການພັດທະນາເສດຖະກິດ - ສັງຄົມໄດ້ຮັບໝາກຜົນອັນຕັ້ງໜ້າ.

ທ່ານນາງ ຈິ້ງຖິເຕີມ ໄດ້ກ່າວຕື່ມວ່າ, ເຖິງວ່າໃນໄລຍະທີ່ຜ່ານມາຍ້ອນຜົນກະທົບ ຂອງການລະບາດ COVID-19, ສອງປະເທດຫວຽດນາມ - ລາວ ຍັງຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄັ້ງຫຼ້າສຸດ ແມ່ນການຢ້ຽມຢາມຖາມຂ່າວໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໄດ້ຮັບການຮັກສາ, ເພີ່ມທະວີ, ຮັດແໜ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ທ່ານນາງ ຈິ້ງຖິເຕີມ ໄດ້ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໄດ້ພັດທະນາ ແລະ ແທດເໝາະກັບສະພາບຕົວຈິງ ກວ່າອີກ, ນັບທັງໃນການຊ່ວຍເຫຼືອ ແລະ ການຮ່ວມມືລະຫວ່າງກະຊວງກອງທັບ ແລະ ກະຊວງຕຳຫຼວດຂອງສອງປະເທດ.

ຫວຽດນາມ ອວຍພອນກະຊວງປ ອງກ ນຄວາມສະຫງ ບ ແລະ ປ ອງກ ນປະເທດລາວ ເນ ອງໃນໂອກາດສະເຫ ມສະຫ ອງ 45 ປ ແຫ ງວ ນຊາດ ສປປ ລາວ
ທ່ານນາຍພົນຕີ ອ່ອນສີ ແສນສຸກ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ທ່ານນາງ ຈິ້ງຖິເຕີມ. (ພາບ: nhandan.com.vn)

ຢືນຢັນເຖິງຜົນສຳເລັດ ທີ່ປະເທດລາວບັນລຸໄດ້ໃນມື້ນີ້ ແມ່ນໝາກຜົນຂອງຂະບວນການຢືນຄຽງບ່າຄຽງໄຫຼ່ລະຫວ່າງພັກ, ລັດ ແລະ ປະຊາຊົນຂອງສອງປະເທດ, ທ່ານພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ, ປະຊາຊົນຫວຽດນາມເວົ້າລວມ ແລະ ກະຊວງຕຳຫຼວດຫວຽດນາມເວົ້າສະເພາະ ສໍາລັບຄວາມຮັກແພງ ແລະ ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ໃຫ້ແກ່ປະເທດລາວ.

ທ່ານນາຍພົນຕີ ອ່ອນສີ ແສນສຸກ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຕີລາຄາສູງຄວາມຊ່ວຍເຫຼືອເຕັມໃຈຂອງຫວຽດນາມ ໃຫ້ແກ່ພັກ, ລັດ, ປະຊາຊົນລາວເວົ້າລວມ ແລະ ກອງທັບ ສປປ.ລາວ ເວົ້າສະເພາະ; ເນັ້ນໜັກວ່າ ເຖິງວ່າສະພາບການພາກພື້ນ ແລະ ໂລກມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ສອງປະເທດຫວຽດນາມ - ລາວ ຍັງຄົງຮັກສາຄວາມມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ; ແລະ ຄິດວ່າການພົວພັນລະຫວ່າງຫວຽດນາມ ແລະ ລາວນັບມື້ນັບແທດຈິງ, ເລິກເຊິ່ງ ແລະ ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ.

ຫວຽດນາມ ອວຍພອນກະຊວງປ ອງກ ນຄວາມສະຫງ ບ ແລະ ປ ອງກ ນປະເທດລາວ ເນ ອງໃນໂອກາດສະເຫ ມສະຫ ອງ 45 ປ ແຫ ງວ ນຊາດ ສປປ ລາວ ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ

ໃນວັນທີ 30 ພະຈິກ 2020 ນີ້, ທີ່ຫ້ອງວ່າການ ແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຊິມ ສຸຄົມ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳພາກ ໃຕ້ລາວ, ພ້ອມຄະນະ ໃນໂອກາດ ອວຍພອນວັນຊາດ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ຊົມເຊີຍຕໍ່ຜົນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈຳປາສັກ.

ຫວຽດນາມ ອວຍພອນກະຊວງປ ອງກ ນຄວາມສະຫງ ບ ແລະ ປ ອງກ ນປະເທດລາວ ເນ ອງໃນໂອກາດສະເຫ ມສະຫ ອງ 45 ປ ແຫ ງວ ນຊາດ ສປປ ລາວ ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ...

ຫວຽດນາມ ອວຍພອນກະຊວງປ ອງກ ນຄວາມສະຫງ ບ ແລະ ປ ອງກ ນປະເທດລາວ ເນ ອງໃນໂອກາດສະເຫ ມສະຫ ອງ 45 ປ ແຫ ງວ ນຊາດ ສປປ ລາວ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ສົມທົບກັບສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ

ຍສໝ - ທີ່ພິທີ, ສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ໄດ້ມອບຂອງຂວັນ 10 ພູດ ໃຫ້ແກ່ນັກສຶກສາລາວ 10 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດົ່ງນາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.