ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA

15:03 | 23/12/2023

ບັນດາການເຄື່ອນໄຫວມຸ່ງໄປເຖິງສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA

ໜ່ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຂດ​ລວມ​ໝູ່ 79 – 81 ລີ​ນາມ​ເດ໊ ເປີດ​ນຳ​ໃຊ້​ຫ້ອງ​ມູນ​ເຊື້ອ ໜ່ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຂດ​ລວມ​ໝູ່ 79 – 81 ລີ​ນາມ​ເດ໊ ເປີດ​ນຳ​ໃຊ້​ຫ້ອງ​ມູນ​ເຊື້ອ
ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ

ໂດຍມຸ່ງໄປເຖິງສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 34 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ກໍາລັງຫວຽດນາມ ທີ່ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວ ສປຊ ຢູ່ Abyei (UNISFA) ໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອໜູນຊ່ວຍປະຊາຄົມທ້ອງຖິ່ນຢູ່ Abyei.

ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຢູ່ຄະນະປະຕິບັດງານ UNISFA

ກໍາລັງຮັກສາສັນຕີພາບຫວຽດນາມ ຈັດການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພະນັກງານ, ລັດຖະກອນທ້ອງຖິ່ນ. ພາບ: baophapluat.vn

ກໍາລັງຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນຈັດຕັ້ງການກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ພະນັກງານ, ລັດຖະກອນຂອງກະຊວງສຶກສາ, ກະຊວງສາທາລະນະສຸກ, ກະຊວງການເງິນ... ຢູ່ເຂດໃຈກາງ Abyei. ການເຄື່ອນໄຫວດັ່ງກ່າວ ໄດ້ປະສົບຜົນສໍາເລັດ ແລະມີປະສິດທິຜົນໂດຍມີພະນັກງານ, ລັດຖະກອນຂອງບັນດາອົງການອໍານາດການປົກຄອງທ້ອງຖິ່ນເກືອບ 250 ຄົນລົງທະບຽນກວດພະຍາດ, ໃນນັ້ນ ມີທ່ານລັດຖະມົນຕີກະຊວງສາທາລະນະສຸກ ແລະເຈົ້າຄອງເຂດ Abyei.
ຄຽງຂ້າງບັນດາການເຄື່ອນໄຫວກວດ, ປິ່ນປົວພະຍາດ, ກອງຊ່າງແສງຫວຽດນາມ ກໍ່ໄດ້ໜູນຊ່ວຍປັບປຸງ, ຍົກລະດັບພື້ນຖານດ້ານວັດຖຸ ແລະໂຄງລ່າງຢູ່ Abyei. ກອງຊ່າງແສງໄດ້ຈັດສົ່ງກໍາລັງໄປສຳຫຼວດ, ສ້ອມແປງ, ສ້າງເສັ້ນທາງຢູ່ເຂດບໍລິຫານ ແລະບັນດາເຂດຊຸມຊົນເພື່ອໃຫ້ພະນັກງານອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນສາມາດໄປມາໄດ້ຢ່າງສະດວກ.

ໃນໄລຍະຈະມາເຖິງ, ກໍ່ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງເດືອນທັນວາ, ຄາດວ່າວັນທີ 22 ທັນວາ, ຢູ່ຖານທີ່ໝັ້ນ Highway, ກອງຊ່າງແສງຫວຽດນາມ ຈະຈັດຕັ້ງການແຂ່ງຂັນກິລາມິດຕະພາບ ໂດຍມີການເຂົ້າຮ່ວມຂອງບັນດາກົມກອງເພື່ອນ, ບັນດາອົງການຄະນະປະຕິບັດງານຄື: ແລ່ນໄລຍະທາງ 5.000 ແມັດຊາຍ; 3.000 ແມັດຍິງ..., ຜ່ານນັ້ນ ກໍ່ປະກອບສ່ວນຍົກສູງສຸຂະພາບ, ລະດົມນ້ຳໃຈສາມັກຄີ, ສະໜັບສະໜູນເຊິ່ງກັນ ແລະກັນຂອງກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ຢູ່ຄະນະປະຕິບັດງານ UNISFA.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.