ປະທານ VUFO ຊົມເຊີຍວັນຊາດ ສປປ ລາວ ຄົບຮອບ 47 ປີ

19:44 | 01/12/2022

ຍສໝ - ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ດ້ວຍຄວາມເອົາໃຈໃສ່ຈາກການນຳຂອງພັກ, ລັດ ແລະ ປະຊາຊົນສອງປະເທດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ບັນລຸໄດ້ບັນດາ ຜົນງານອັນໃຫຍ່ຫຼວງ.

ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ແລະ ອຸປະທູດຊົ່ວຄາວສະຖານທູດປາກິດສະຖານ ໄດ້ແລກປ່ຽນກ່ຽວກັບການພົບປະແລກປ່ຽນດ້ານປະຊາຊົນ ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ແລະ ອຸປະທູດຊົ່ວຄາວສະຖານທູດປາກິດສະຖານ ໄດ້ແລກປ່ຽນກ່ຽວກັບການພົບປະແລກປ່ຽນດ້ານປະຊາຊົນ
ໜັງສືພິມອີຢິບ  ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 47 ປີ (2 ທັນວາ 1975 – 2 ທັນວາ 2022), ວັນທີ 30 ພະຈິກ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງ ການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ໄປອວຍພອນ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແລະ ພະນັກງານສະຖານທູດ.

Chủ tịch Liên hiệp các tổ chức hữu nghị Việt Nam Nguyễn Phương Nga tặng hoa chúc mừng húc mừng Đại sứ đặc mệnh toàn quyền CHDCND Lào tại Việt Nam Sengphet Houngboungnuang và cán bộ, nhân viên Đại sứ quán

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ອວຍພອນ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແລະພະນັກງານສະຖານທູດ. ພາບ: ທູຮ່າ

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ດ້ວຍຄວາມເອົາໃຈໃສ່ຈາກການນຳຂອງພັກ, ລັດ ແລະ ປະຊາຊົນສອງປະເທດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ບັນລຸໄດ້ບັນດາ ຜົນງານອັນໃຫຍ່ຫຼວງ. ປີ 2022 ແມ່ນປີສາມັກຄີມິດຕະພາບຫວຽດນາມ - ລາວ, ດ້ວຍການໜູນຊ່ວຍ ແລະ ຊ່ວຍເຫຼືອຂອງສະຖານທູດລາວ, VUFO ໄດ້ຈັດຕັ້ງການເຄື່ອນໄຫວການທູດຫຼາຍດ້ານດ້ວຍບັນດາໝາກຜົນທີ່ດີງາມ, ມີຄວາມໝາຍເລິກເຊິ່ງ, ປະກອບສ່ວນເພີ່ມທະວີການນໍ້າໃຈມິດຕະພາບ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

Đại sứ Nguyễn Phương Nga - Chủ tịch Liên hiệp các tổ chức hữu nghị Việt Nam (VUFO) đã đến chúc mừng Đại sứ đặc mệnh toàn quyền CHDCND Lào tại Việt Nam Sengphet Houngboungnuang

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ແລກປ່ຽນກັບ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ. ພາບ: ທູຮ່າ

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ຂອບໃຈສະຖານທູດລາວ ທີ່ໄດ້ອຳນວຍຄວາມສະດວກເພື່ອຈັດພິທີມອບທຶນສຶກສາຂອງສະມາຄົມສົ່ງເສີມການສຶກສາ ຫວຽດນາມ ໃຫ້ນັກສຶກສາລາວ 200 ຄົນທີ່ພວມຮຽນຢູ່ ຫວຽດນາມ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງສອງປະເທດໃນການຝຶກອົບຮົມລຸ້ນໜຸ່ມທີ່ມີຄຸນນະພາບ ແລະ ຄວາມສາມາດ, ຄຸນທາດທີ່ດີ ເປັນຂົວເຊື່ອມຕໍ່ ມິດຕະພາບ ເພື່ອແນໃສ່ຮັດແໜ້ນການພົວພັນລະຫວ່າງສອງປະເທດ. ທ່ານນາງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ນີ້ຈະແມ່ນການເຄື່ອນໄຫວ ເປັນປະຈຳເພື່ອໜູນຊ່ວຍນັກຮຽນລາວຢູ່ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈ VUFO ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ທີ່ໄດ້ມີການປະກອບສ່ວນສຳຄັນ ເຂົ້າໃນການປັບປຸງການພົວພັນ, ເພີ່ມທະວີການການທູດປະຊາຊົນສອງປະເທດ.

ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງເລື່ອງ VUFO ແລະ ສະມາຄົມ ມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມ ສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022). ພິເສດ, VUFO ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຮຽກຮ້ອງ, ສົ່ງເສີມບັນດາຜູ້ມີຈິດໃຈເມດຕາໃນການມອບທຶນ ການສຶກສາໃຫ້ນັກຮຽນ, ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ ຫວຽດນາມ, ຜ່ານນັ້ນ, ກໍລະດົມກຳລັງໃຈໃຫ້ນັກສຶກສາລາວ ມີຄວາມມານະພະຍາຍາມສູ້ຊົນ ຮ່ຳຮຽນຢ່າງບໍ່ຢຸດຢັ້ງ.

ບູນມີ

ເຫດການ
302 Found

Found

The document has moved here.